ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຂ້ອຍເຊື່ອກັບຄຳເວົ້າທີ່ວ່າ (ຢູ່ໃນໂລກນີ້ບໍ່ມີໃຜສົມບູນແບບ) ຫຼາຍທ່ານອາດຈະຄິດວ່າເປັນຫຍັງບາງຄົນຈຶ່ງເກີດມາສົມບູນແບບແທ້ມີຮູບຮ່າງໜ້າຕາດີ, ມີເງີນຄຳ, ມີໜ້າມີຕາໃນສັງຄົມ ແຕ່ນັ້ນອາດຈະເປັນພຽງສິ່ງທີ່ທ່ານຈິນຕະນາການໄປເອງເທົ່ານັ້ນ ບາງທີຄົນເຫຼົ່ານັ້ນອາດຈະເຕັມໄປດ້ວຍສິ່ງທີ່ຂາດຫາຍໃນຊິວິດ.

ຂ້ອຍເຄີຍໄດ້ຍິນແລະພົບເຫັນເລື່ອງໃນຫຼາຍໆກໍລະນີທີ່ບາງຄົນເວລາພົບກັບບັນຫາບໍ່ວ່າຈະເປັນເລື່ອງຄອບຄົວ, ຄວາມຮັກ, ທຸລະກິດ ແລະ ອື່ນໆ ກໍ່ມັກເວົ້າວ່າຕົນເອງນັ້ນເກີດມາບໍ່ມີວາດສະໜາ, ມີສະຕາອາພັບ ແລ້ວກໍ່ແກ້ໄຂໂດຍການທຳລາຍຕົນເອງໂດຍທາງກົງ ແລະ ທາງອ້ອມ. ທາງອ້ອມໂດຍການເຮັດໃຫ້ຕົນເອງເປັນຄົນເສຍທາດຂາດຄຸນ ດື່ມເຫຼົ້າເມົາຢາຫຼິ້ນກິນໄປແຕ່ລະມື້ເພື່ອໃຫ້ລືມບັນຫາຈົນສຸດທ້າຍກໍ່ຈົບອະນາຄົດຕົນເອງແບບຕາຍທັງເປັນ, ທາງກົງໂດຍການໃຊ້ຊິວິດຕົນເອງສັງເວີຍໃຫ້ກັບບັນຫາດ້ວຍການຂ້າໂຕຕາຍ.

ດັ່ງນັ້ນການຫຼີກຄວາມຈິງດ້ວຍຄວາມຕາຍ, ບໍ່ວ່າຈະເປັນການຕາຍທັງເປັນ ຫຼື ການໝົດລົມຫາຍໃຈນັ້ນຂ້ອຍຂໍປະນາມວ່າເປັນການກະທຳທີ່ບໍ່ມີຄວາມຄິດອີຫຼີ. ທ່ານຮູ້ບໍ່ວ່າການໄດ້ເກີດມາເປັນມະນຸດນັ້ນເປນສິ່ງທີ່ປະເສີດທີ່ສຸດແລ້ວ, ກ່ອນທີ່ແມ່ພໍ່ຈະລ້ຽງເຮົາໃຫ່ຍມາຈົນປານນີ້ເພີ່ນຕ້ອງເສຍເຫື່ອແຮງໄປເທົ່າໃດ. ມີຄົນເປັນຮ້ອຍເປັນພັນພະຍາຍາມຢາກຢູ່ລອດດ້ວຍການຕໍ່ສູ້ກັບໂລກໄພໄຂ້ເຈັບທັງຫຼາຍທັງມວນຢູ່ນັ້ນ ແຕ່ຊ້ຳພັດມີບາງຄົນພະຍາຍາມຢາກໃຫ້ຕົນເອງຕາຍບາງຄັ້ງເພາະພຽງແຕ່ບັນຫານ້ອຍໆເທົ່ານັ້ນ.

ເພາະສະນັ້ນແລ້ວສິ່ງທີ່ຂ້າພະເຈົ້າຢາກບອກແມ່ນຢາກໃຫ້ທຸກຄົນໃຊ້ຊິວິດຢູ່ກັບຄວາມຈິງຢ່າຫຼີກຢ່າຢ້ານ, ແກ້ໄຂບັນຫາດ້ວຍສະຕິເພາະວ່າໂລກນີ້ບໍ່ມີໃຜເກີດມາເພື່ອສົມຫວັງທຸກຢ່າງ, ສົມບູນແບບທຸກຢ່າງດອກ.

ພຸດທະກອນ ຫຼວງໂຍທາ

Delicious Digg Fark Twitter