ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

ຕອນທີຫນຶ່ງ

ວັນທີ່ຫນ້າເບື່ອ

 

 

 

ສິ່ງທີ່ຂ້ອຍຢາກຈະລະບາຍອາລົມຂອງຕົນເອງຕອນນີ້ກໍ່ຄື ຂ້ອຍມານັ່ງເຮັດບ້າຫຍັງຢູ່ໃນຫ້ອງສີ່ຫລຽມແບບນີ້ວະ!!

ຫ້ອງທີ່ມີແຕ່ນັກສຶກສາກຳລັງນັ່ງຫາວນອນຢູ່ງົກໆ ແລະກໍ່ມີອາຈານປ້າເຖົ້າຄົນຫນຶ່ງ ກຳລັງອະທິບາຍບົດຮຽນວິຊາເສດຖະສາດແບບບໍ່ເຊົາປາກ....

ລາວບໍ່ຄິດຈະສົນໃຈເລີຍວ່າມັນການທຳຮ້າຍຂ້ອຍ ຍິ່ງກວ່າກຳລັງຕົກນາລົກທັງເປັນ ແລ້ວປາກຂອງຂ້ອຍຕອນນີ້ມັນກໍ່ທຳງານ

ດ້ວຍການຫາວຈົນນັບຄັ້ງບໍ່ໄດ້ ສາຍຕາທີ່ແນມໄປຫນ້າກະດານມັນກໍ່ຄ່ອຍໆເລື່ອນປິດລົງແລະມືນຂຶ້ນຢູ່ຕະຫລອດ... ເຮີ່ຍ...​ ຊີວິດນັກສຶກສາ

(ທີ່ບໍ່ຕັ້ງໃຈຮຽນ) ມັນກະເປັນແບບນີ້ແລະ ຍິ່ງຟັງບົດຮຽນຂອງອາຈານໄດ້ອະທິບາຍ ມັນກໍ່ຍິ່ງເຂົ້າຫູຊ້າຍແລ້ວກໍ່ຊອດທະລຸອອກຫູຂວາ

 

ເອົາລະ, ຕອນນີ້ຂ້ອຍຈະຖິ້ມເລື່ອງບົດຮຽນທີ່ຫນ້າເບື່ອໄວ້ກ່ອນດີກວ່າ ແລ້ວກໍ່ໃຊ້ໂອກາດນີ້ບັນຍາຍເຖິງປະຫວັດກ່ຽວກັບໂຕຂ້ອຍເອງ ຂ້ອຍ

ມີນາມວ່າ ນາງສຸດຈະລິດ ຫລືຊິເອີ້ນສັ້ນໆວ່າລິດກະໄດ້ ແຕ່ວ່າຍັງມີຫມູ່ຂ້ອຍຫລາຍໆຄົນເສືອກເອີ້ນຂ້ອຍວ່າ ອີ່ຫິດ

ບໍ່ເຂົ້າໃຈເລີຍວ່າພວກມັນຊິເອີ້ນຊື່ຂ້ອຍຫາຕະເຂັບຊາຍແດນອີ່ຫຍັງແບບນັ້ນ!!

ແລະມັນກໍ່ແມ່ນຊື່ຂອງເຊື້ອພະຍາດທີ່ຫນ້າລັງກຽດສຳຫລັບຂ້ອຍເລີຍຕອນນີ້ ພໍດີທຳໃຈຍອມຮັບຊື່ນັ້ນບໍ່ໄດ້ແທ້ໆ....

ຫນ້າຕາຂ້ອຍກະງາມທຽບກັບນາງເອງໄດ້ເລີຍ ເຮິ!!

 

ເຊິ່ງຕອນນີ້ຂ້ອຍກຳລັງສຶກສາຢູ່ປີຫນຶ່ງ ຄະນະ ການໂຮງແຮມແລະທ່ອງທ່ຽວ ຢູ່ໃນສາຍທຶນນະໂຍບາຍ….

ບໍ່ຮູ້ວ່າໂຕເອງເລີຍວ່າເສັງຕິດໄດ້ແນວໃດວະ! ສະຫມອງຂ້ອຍມັນຍິ່ງສັ້ນເທົ່າກັບຫາງອື່ງຢູ່ແບບນັ້ນ!

ແລ້ວຈົນຮອດມືນີ້ຢູ່ຂ້ອຍຍັງງົງກັບໂຕເອງຢູ່ເລີຍ ສົງໄສຈະແມ່ນລູກຟຸກຕິເບາະ.... ສ່ວນສະເຕຕາສເຟສບຸກຕອນນີ້

ແມ່ນຢູ່ໃນສະພາວະ ໂສດແບບມີຄົນຢາກເອົາ ແຕ່ເຮົາບໍ່ແຄ ເຊິ່ງມັນກໍ່ເປັນເພາະວ່າ

ພວກຄົນທີ່ເຂົ້າມາບໍ່ມີໃຜຄິດຈະຈິງໃຈນຳຂ້ອຍແມ້ນແຕ່ຄົນດຽວ ແຖມພວກນັ້ນຍັງຫວັງຢາກໄດ້ໃນສິ່ງທີ່ຂ້ອຍມອບໃຫ້ບໍ່ໄດ້

ເພາະຂ້ອຍຈະຍອມມອບສິ່ງສຳຄັນສິ່ງນັ້ນໃຫ້ຄົນຮັກຂອງຂ້ອຍຄົນ

ແລະຄົນໆນັ້ນກໍ່ຈະແມ່ນຄົນຮັກປົກປ້ອງແລະຮັກຂ້ອຍແບບລູກຜູ້ຊາຍຕະຫລອດໄປ

 

ຜ່ານໄປບໍ່ເທົ່າໃດນາທີ

 

"ກຣີ້ງໆໆໆ"

 

ສາບານໄດ້ເລີຍວ່າ ຖ້າຂ້ອຍຫນ້າດ້ານພໍ ສິ່ງທຳອິດທີ່ຂ້ອຍຕ້ອງການຈະເຮັດທຳອິດນັ້ນກໍ່ຄື ແຫກປາກຮ້ອງອອກໄປດັງໆ

ເປັນການກ່າວປະກາດໃຫ້ທຸກຄົນໄດ້ຮູ້ວ່າ ຂ້ອຍໃນເວລານີ້ ໄດ້ລຸດພົ້ນອອກຈາກນະລົກຂຸມທີ່ສຸດແປດແລ້ວ

ໃນເມື່ອສຽງລະຄັງສະຫວັນມັນໄດ້ບັນເລງສຽງທີ່ສະເນາະຫູທີ່ສຸດໃນສາມໂລກ ເປັນເຊີງການເຕືອນວ່າ ຂ້ອຍເລີກຮຽນແລ້ວ...

yeah!!!...... ພໍດີສຽງສັນຍານເຕືອນມື້ກີ້ ມັນເປັນສຽງນາລິກາປຸກຂອງອາຈານປ້າເຈົ້າລະບຽບນັ້ນເອງຫັ້ນແລະ ເຊິ່ງວ່າລາວ

ມັກຈະເອົາມັນມາຕັ້ງຢູ່ຕໍ່ຫນ້າໂຕະລທຸກຊົ່ວໂມງຮຽນຕະຫລອດ ແຖມຍັງຢ້ຳກອກໃສ່ຫູພວກຂ້ອຍທຸກຄັ້ງອີກວ່າ

ໂມງຂອງລາວເປັນໂມງລາດຊະການ ສະນັ້ນມັນກໍ່ຈະແມ່ນເວລາທີ່ຖືກຕ້ອງຕາມໂມງແທ້ໆຂອງໂລກ ລະຖ້າແມ່ນໃຜເຂົ້າມາຫ້ອງບໍ່ທັນເວລາ

ກໍ່ຫມາຍວ່າ ຈະຖືກໄລ່ອອກຈາກຫ້ອງທັນທີ.....

 

ແລະດ້ວຍຄວາມທີ່ບໍ່ລໍຖ້າໃຜ ມືນ້ອຍໆຂອງຂ້ອຍກໍ່ຮີບມ້ຽນອຸປະກອນການຮຽນແລ້ວກໍ່ຍັດມັນເຂົ້າໃນຖົງກະເປົາທັນທີ

ບໍ່ຈຳເປັນຈະຕ້ອງມາຢູ່ໃຫ້ເສຍເວລານຳຫ້ອງສີຫລ່ຽມທີ່ຫນ້າເບື່ອແບບນິ້ອີກ!!

 

“ໂມງຊົ່ວໂມງຂອງຂ້ອຍພໍດີ ລະກ່ອນທີ່ພວກເຈົ້າຈະອອກໄປ ຂ້ອຍຢາກຝາກໃຫ້ພວກເຈົ້າເຮັດບົດລາຍງານທີ່ຂ້ອຍຫາກະໃຫ້ທັນທິດຫນ້າ

ແລະຖ້າຄົນໃດເຮັດບໍ່ທັນ ຫລືເຮັດແລ້ວແຕ່ຂຶ້ນປ້ອງກັນບົດບໍ່ໄດ້ ຂ້ອຍຊິໃຫ້ເອຟທັນທີ!! ເຂົ້າໃຈບໍ່?”

 

“ເຂົ້າໃຈ” ນັກສຶກສາຕອບເປັນສຽງດຽວ

 

“ດີ ຊັນເລີກຮຽນໄດ້”

 

At 5.30 pm

 

 

ພໍຕົກຮອດຍາມກາງຄືນ ຂ້ອຍກໍ່ອອກມາຮັບວຽກພິເສດເຮັດ ນັ້ນກໍ່ຄື ເປັນພະນັກງານທີ່ຮ້ານຂາຍ ເບເກີລີ້...

ເຊິ່ງມື້ນີ້ກໍ່ມີລູກຄ້ເຂົ້າຮ້ານຫລາຍເປັນພິເສດ ມັນກໍ່ເລີຍມີວຽກໃຫ້ວຸ້ນວາຍຍິ່ງກວ່າຈັບປູເຂົ້າກະດົ້ງ ເພາະຕອນນີ້ເດັກເສີບເກືອບຈະບໍ່ພໍດີກັບລູກຄ້າ

ເພາະມີພະນັກງານເສີບສອງສາມຄົນລາປ່ວຍ ເປັນຜົນພອຍໃຫ້ພວກຂ້ອຍຕ້ອງຮັບພາລະຂຶ້ນກວ່າເກົ່າ

ຈາກປົກກະຕິມື້ນີ້ຂ້ອຍຈະຮັບຫນ້າທີ່ເຮັດວຽກໄລ່ເງິນຢູ່ຫນ້າເຄົາເຕີ້ ໄດ້ຖືກປ່ຽນມາເສີບແທນຄົນທີ່ບໍ່ມາ

 

ຄວາມຈິງຄອບຄົວຂອງຂ້ອຍກໍ່ບໍ່ໄດ້ເຖິງຂັ້ນທຸກຍາກອີຫຍັງປະມານນັ້ນ

ແລະກໍ່ພໍທີ່ຈະລ້ຽງຂ້ອຍໄດ້ໂດຍບໍ່ຕ້ອງອອກມາເຮັດວຽກດ້ວຍໂຕເອງແບບນີ້ ຫາກແຕ່ວ່າ ຂ້ອຍຕ້ອງການຈະມີເງິນເກັບເປັນຂອງໂຕເອງ

ເພື່ອໄວ້ຍາມຈຳເປັນ ແລະອີກຢ່າງຫນຶ່ງ ຂ້ອຍບໍ່ຢາກຈະລົບກວນເງິນຂອງພໍ່ແມ່ປານໃດ ທີຫຍັງພໍຈະຊ່ວຍເອງໄດ້ກະຈະເຮັດແບບນີ້ໄປກ່ອນ

ບໍ່ຢາກຈະຫາຍໃຈຖີ້ມໄປລ້າໆ... ເອົາລະ ຂ້ອຍເສຍເວລາຝອຍມາຫລາຍພໍສົມຄວນ ຮີບປ່ຽນຊຸດພະນັກງານເຂົ້າການກ່ອນດີກວ່າ

ດຽວເຈ້ເຈົ້າຂອງຮ້ານມາເຫັນຈະຖືກຕັດເງິນເດືອນ

 

“ອີ່ຫິດ!! ເອົາເຄັກກະແລັມໄປເສີບໂຕສອງແດ່” ພໍແຕ່ຂ້ອຍອອກຈາກຫລັງຮ້ານ ອ້ອຍ ເພື່ອນສາວທີ່ສະຫນິດທີ່ສຸດ ເຕ້ຍທີ່ສຸດ ຫນ້າປວກທີ່ສຸດ

ແລະດັ້ງຫັກທີ່ສຸດ ຫລືຈະເອີ້ນງ່າຍໆວ່າມີຫນ້າຕາເປັນອາວຸດ ກຳລັງເອິ້ນຂານຂ້ອຍເຂົ້າໄປຮັບອໍເດີລູກຄ້າຢູ່ຫນ້າເຄົ້າເຕີ້  

ທີ່ມັນກຳລັງນັ່ງນັບໄລ່ເງິນຖອນໃຫ້ລູກຄ້າຢູ່ ແຕ່ປະເດັນທີ່ສຳຄັນກ່ອນຫມູ່ແມ່ນຄຳນາມຜິດໆ ທີ່ມັນເອີ້ນຂ້ອຍຫັ້ນແລະ ບ້າເອີ່ຍ

ອົງກູລົງແລ້ວຕອນນີ້ ອີ່ຫມູ່ເວນ!! (ເວົ້າປານມຶງບັນຍາຍສັບພະຄຸນກູດີໆນິໃດ໋ ອີ່ຫມູ່ເວນ2 : ອ້ອຍ)

“ອີ່ປວກເອີຍ! ກູບອກແລ້ວແມ່ນບໍ່ຫ້າມເອີ້ນກູແບບນັ້ນ ສາດດດດດດ!!!” ຂ້ອຍດ່າກາດໃສ່ທັນທີ ຫລັງຈາກທີ່ພາຕົນເອງມາຢືນຢູ່ຕໍ່ຫນ້າມັນ

 

“ແນວຊື່ນີ້ມັນເຫມາະກັບມຶງຈະຕາຍ” ມັນຕອບຫນ້າຕາລອຍ ຍິ່ງເປັນການຍົ້ວອາລົມໂມໂຫຂຶ້ນກວ່າເກົ່າ

ຈົນຢາກຈະເຜົາຮັງປວກມັນແລ້ວຕອນນີ້!!

“ເຫມາະກັບບັນພະບູລຸດມຶງຫັ້ນຕິ!! ແລ້ວປາກມຶງຫັນເກັບໄວ້ແຕກຍາມຫນາວເທາະ!!”

“ຕອນນີ້ກະຍາມຫນາວ ປາກກູຍັງບໍ່ເຫັນແຕກ!! ທັງເວົ້າທັງເຮັດສີຫນ້າກວນໆໃສ່”

“ເອີ້ ດຽວມັນຊິແຕກຕອນນີ້ແລະ ອີຫັກ!!”

“ຢຸດ!! ມື້ຈັກມື້ບໍ່ ທີ່ພວກໂຕສອງຄົນຊິບໍ່ຖຽງກັນນິ!!” ເຈົ້າຂອງຮ້ານ ລິເຈ້ນິ ພາໂຕເອງຍ່າງເຂົ້າມາເສືອກ ເອີຍ!!

ເຂົ້າມາແຊກເຫ້າມສົງຄາມນ້ຳລາຍທີ່ກຳລັງດຳເນີນຢ່າງດຸເດືອດ ໂດຍທີບໍ່ລືມຈະເຮັດໂຫດໆຕາມປະສາຄົນເຖົ້າ

“ກະອີ່ອ້ອຍຫັ້ນເດ ເຈ້ ມັນເອີ້ນຂ້ອຍວ່າຫິດອີກລະ”

“ແນວມັນລຶ້ງປາກກູເດ ອີ່ນິ ແມ່ນໃຜກະເອີ້ນມຶງແບບນັ້ນ

“ແລະຄັນກູເອີ້ນມຶງວ່າ ອີ່ປວກ ອີກດັງຫັກ ອີ່ຄັນຄາກໄຟ ແລ້ວມຶງຊິດ່າກູບໍ່ລະ!!”

“ກູບໍ່ດ່າມຶງດອກ ແຕ່ຊິບີບຄໍມຶງໃຫ້ຕາຕັ້ງແຕ່ມຶ່ງດ່າກູວ່າອີ່ປວກແລ້ວ”

“ພໍ!!” ເຈ້ນິຍົກມືຂຶ້ນຫ້າມຍິ່ງກວ່າພະປາງຫ້າມຍາດ ສົງໄສລາວຊິເບື່ອທີ່ພວກຂ້ອຍຖຽງກັນ (ຫາກະຮູ້ນິຫວາ...... ເຈ້ ນິ)

“ຖຽງກັນຮ້າຍກ່ອນເດັກນ້ອຍນິ ຫວ່າງມື້ໃດລະກັດກັນຕະຫລອດ ແລ້ວມື້ນີ້ເຈ້ຂໍໃຫ້ພວກໂຕສາມັກຄີກັນຮັດວຽກເທາະ ລູກຄ້າແຮງເຕັມຮ້ານຢູ່ນິ...

ລິດ ໂຕໄປເສີບເຄັກກະແຫລັ້ມໃຫ້ລູກຄ້າໄດ້ແລ້ວ ສ່ວນໂຕ ອ້ອຍ ຮີບໄລ່ເງິນໄວໆ ຄັນຖອນເງິນໃຫ້ລູກຄ້າບໍ່ທັນ

ເຈ້ຊິຫັກເງິນເດືອນໂຕແນ່ນອນ!!”

ໂດຍ!! ພວກຂ້ອຍຂານຕອບເປັນສຽງດຽວກ່ອນຈະແຍກຍ້າຍໂຕໄປຫນ້າທີ່ຂອງໃຜລາວ ສ່ວນວຽກຂອງຂ້ອຍຕອນນີ້

ກໍ່ຕ້ອງຖືເຄັກກະແຫລັ້ມສາມຈານທີ່ວາງເທິງພາທາດແລ້ວກໍ່ພໂຕເອງໄປເສີບໃຫ້ໂຕະສອງ ເຊິ່ງມັນກໍ່ເປັນບ່ອນທີ່ມີຊາຍຫນຸ່ມໄວລຸ່ນສ່ຳຂ້ອຍ

ກຳລັງນັ່ງກວນປະສາດຢູ່ບໍລິເວນນັ້ນ

“ເຄັກກະແຫລັ້ມມາແລ້ວ” ຂ້ອບເອີຍຂານດ້ວຍນ້ຳສຽງຫວານໆຕາມປະສາພະນັກງານເສີບທີ່ຄອຍຕ້ອນຮັບດ້ວຍຄວາມຍິນດີ

ເພາະເຈ້ນິຄອຍເວົ້າກອກໃສ່ຫູຂ້ອຍຕະຫລອດວ່າ ລູກຄ້າຄືພະເຈົ້າ ບໍ່ວ່າລູກຄ້າຈະຫລາຍເລືອງຫລືບໍ່

ເຮົາກໍ່ຕ້ອງຍິ້ມຕ້ອນຮັບຄົນທີ່ເຂົ້າມາອຸດຫນຸນຢ່າງດີ ເຖິງແມ້ນວ່າຈະບໍ່ເຕັມໃຈ ຫລືລຳຄານກໍ່ຕາມແຕ່ ໂດຍສະເພາະລູກສາມຄົນນີ້

ທີ່ກຳລັງຈ້ອງມອງກັດເຊາະໂຕຂ້ອຍແບບບໍ່ວາງຕາ  ຮຶ ຖ້າບໍ່ເຫັນວ່າເປັນລູກຄ້າ ຂ້ອຍຄົງຈະເອົານິ້ວແທງຕາພວກນີ້ໃຫ້ມັນບອດຫມົດແທ້ໆ

ໂທດຖານທີ່ເຮັດໃຫ້ຂ້ອຍຊັງຂີ້ຫນ້າ

“ອື້ມ ຂອບໃຈ” ຊາຍຫນຸ່ມທີ່ຢູ່ຝາກຊາຍ ແລະມີຫນ້າຕາຂີ້ລ້າຍທີ່ສຸດເອີ້ຍຕອບທັງທີ່ຍັງຈ້ອງມອງຈົນເຄັກກະແຫລ້ມມັນຊິລະລາຍແທນ

“ເອີ່ ພໍດີພວກເຮົາຢາກຈະສັ່ງນ້ຳສາມຈອກ ແຕ່ບໍ່ຮູ້ວ່າຈະເລືອກກິນ້ຳຍັງດີ ເພິ່ນພໍຈັງແນະນ້ຳພວກເຂົາໄດ້ບໍ່” ຄົນຫົວຫນ້າໂຈກຂອງກຸ່ມ

ທີ່ກຳລັງນັ່ງຕັ່ງກົງກັນຂ້າມກັບຂ້ອຍເອີ່ຍຖາມດ້ວຍນ້ຳສຽງເຈົ້າເລ່ ພາງຈ້ອງມອງຂ້ອຍຢູ່ເຫມືອນຈະກືນກິນຂ້ອຍຫມົດທັງໂຕໃຫ້ໄດ້

ແລະບໍ່ມີທ່າທີ່ຈະປ່ຽນສາຍຕາໃຫ້ເປັນປົກກະຕິເສຍເລີຍ

“ພໍດີເມນູວາງຢູ່ຂ້າງໆພວກເຈົ້າຫັ້ນ ຍັງໄດ້ຍັງກະສັ່ງຕາມເມນູຫັ້ນແລະ” ຂ້ອຍບອກອອກໄປດ້ວຍນ້ຳສຽງລຽບໆ

ສຸດທີ່ຢາກຈະອອກໄປຈາກບໍລິເວນນີ້ ແລະກໍ່ເບື່ອທີ່ຈະມາຢືນເສວານານຳພວກຄົນກຸ່ມນີ້

“ເພິ່ນກະແນະນຳໃຫ້ພວກເຂົາບໍ່ໄດ້ຫວາ”

“ແມ່ນແລະ ກະດຽວວ່າເຮົາຮູ້ຈັກກັນດີ”ຢູ່ ຊາຍຫນຸ່ມຝາກຊ້າຍຫນ້າຕາພໍໃຊ້ເອີ່ຍເຫັນດີ ກ່ອນຈະໃຊ້ມືສາກໆຂຶ້ນກ່າຍຄາງໂຕເອງ

ພາງເຮັດສີຫນ້າແບບມີເຫລ່ຫລ່ຽມ ບໍ່ຕ່າງຫຍັງກັບຫົວຫນ້າໂຈກຂອງຕົນເອງ ຂ້ອຍເຮັດໄດ້ພຽງແຕ່ຖອນຫັນໃຈຄ່ອຍໆ

ເພື່ອເປັນການລະງັບອາລົມໂກດເຄືອງ ແລະພະຍາຍາມທ່ອງໄວ້ໃນໃຈຕະຫລອດວ່າ ພວກມັນຄືລູກຄ້າ

“ແຕ່ຕອນນີ້ພວກເຈົ້າເປັນລູກຄ້າ ສ່ວນຂ້ອຍເປັນພະນັກງານແລະກຳລັງຢູ່ໃນໂມງເຮັດວຽກ ສະນັ້ນບໍ່ມີຄຳວ່າຮູ້ຈັກກັນເປັນການສ່ວນໂຕ”

ຂ້ອຍເນັ້ນຢ້ຳປະໂຫຍກສຸດທ້າຍເປັນພິເສດ ເປັນການຢືນຢັນວ່າຂ້ອຍບໍ່ຕ້ອງການຈະວຸ້ນວາຍນຳພວກນີ້ພາຍໃນເວລາງານແບບນີ້... ເຊິ່ງຄວາມຈິງ

ຂ້ອຍກໍ່ຮູ້ຈັກພວກນີ້ດີຕາມທີ່ເຂົາເຈົ້າເວົ້າຫັ້ນແລະ.... ລະຄົນທຳອິດ ທີ່ນັ່ງຢູ່ຝາກຂວານັ້ນ ຊື່ເອກ ຫນ້າຕາຢູ່ໃນຂັ້ນພໍໃຊ້ໄດ້

ແຕ່ນິໃສພັດກົງກັນຂ້າມ ເພາະເປັນຄົນທີ່ອັນຕະລາຍສຸດໆ ທັງເຈົ້າຊູ້ ຂີ້ສໍ້ ຕໍແຫລະ ຫລອກຜູ້ຍິງໄປຟັນຈົນນັບບໍ່ໄດ້ ຄົນຕໍ່ມາ ທີ່ນັ່ງຢູ່ຝາກຊ້າຍ

ຊື່ໂກ້ ຫນ້າຕາຂີ້ລ້າຍທີ່ສຸດໃນກຸ່ມ ແຕ່ກໍ່ເປັນຄົນລວຍທີ່ສຸດ ຄອບຄົວຂາດຄວາມອົບອຸ່ນ ພໍ່ມີເມຍນ້ອຍ

ເລີຍພະຍາຍາມຮຽກຮ້ອງຕົນເອງໃຫ້ຄົນອື່ນດ້ວຍວິທີຜິດໆ ກໍ່ເລີຍທຳຮ້າຍໂຕເອງທາງອ້ອມ ດ້ວຍກັບຫັຍຫນ້າເຂົ້າສູ່ຫົນທາງອັນຕະພານ  

ສ່ວນຄົນສຸດທ້າຍ ຊື່ໂຈ້ ຫນ້າຕາດີພໍສົມຄວນ ເປັນຫົວນ້ຳກຸ່ມ ແລະກໍ່ຍັງເປັນຄົນນຳພາສ້າງວິລະກຳຊົ່ວໆໄປທົ່ວເມືອງ

ສ້າງຄວາມເດືອດຮ້ອນໃຫ້ຊາວບ້ານແບບບໍ່ເວັ້ນວັນ ທັງສູບຢາ ກິນເຫລົ້າ ເສເພ ອັນຕະພານ ຖ້າຕີຖ້າຕ໋ອບນຳຄົນອື່ນໄປທົ່ວ

ມົ້ວຜູ້ຍິງແບບບໍ່ເລືອກຫນ້າ ແຕ່ປະຫວັດສ່ຳນີ້ມັນກະຍັງບໍ່ພໍທີ່ຈະເຮັດໃຫ້ຂ້ອຍຊັງຈົນເຂົ້າກະດູກດຳໄດ້ ເ

ພາະມັນຍັງມີເລື່ອງທີ່ເຮັດໃຫ້ຂ້ອຍລັງກຽດຄົນກຸ່ມນີ້ ດຽວຈັກຫນ້ອຍຫາກຮູ້

“ລິດ ເຂົາຮູ້ວ່າເພິ່ນຍັງຊັງພວກເຂົາຢູ່ ພວກເຂົາຂໍໂທດທີ່ເຮັດແບບນັ້ນ ທີ່ເຮັດໄປເພາະຢາກຈະຮູ້ຈັກເພິ່ນວ່າເປັນຜູ້ຍິງທີ່ຜ່ານມາຫລືບໍ່”

ສີຫນ້າກັບຄຳເວົ້າຂອງເຈົ້າໂຕມັນກົງກັນຂ້າມສຸດໆ ຮຶ ຊິຫລິ້ນລະຄອນນ້ຳເຫນົ່າກະບໍ່ຄືເລີຍຈັກຫນ້ອຍ

“ຖ້າຊິເອົາເລື່ອງນີ້ມາເວົ້າອີກ ກະເຊົາເທາະ ເຂົາບໍ່ຢາກຈະເວົ້າອີກ ແລະເລື່ອງມັນກະຜ່ານມາແລ້ວ ເຂົາວ່າຊິສັ່ງກິນນ້ຳຫຍັງກະເວົ້າມາເທາະ

ລູກຄ້າແຮງເຕັມຮ້ານ ເຂົາບໍ່ມີເວລາທີ່ຈະມາຢືນລົມພວກເພິ່ນດົນ”

“ກະໄດ້ ດຽວຊິສັ່ງຫຍັງມາກິນຕໍ່ອີກກ່ອນຊັນ ແລ້ວຄ່ອຍລົມກັນໃຫມ່ກະໄດ້” ໂຈ້ຕອບແບບປັດໆ ກ່ອນຈະສັ່ງອໍດີໄວ້ກັບຂ້ອຍ

ເຫມືອນວ່າເຈົ້າໂຕຈະບໍ່ພໍໃຈທີ່ອ່ອຍຂ້ອຍບໍ່ໄດ້ ຮຶ ແມ່ນໃຜຫລົງຄາລົມຂອງພວກນີ້ ບອກໄດ້ຄຳດຽວ ຫາເຂົາມາສວມໃສ່ຫົວໄດ້ເລີຍ

ເພາະພວກນີ້ບໍ່ຄິດຈະຈິງໃຈນຳໃຜຢູ່ແລ້ວ ແລະທີ່ສາເຫດທີ່ເຮັດໃຫ້ຂ້ອຍຊັງຈົນເຂົ້າກະດູກດຳ ກະຍ້ອນເມື່ອຕອນທີ່ເປີດເທີມໃຫມ່ໆ...

ສາມຄົນນີ້ໄດ້ພະນັນກັນໄວ້ວ່າ ຖ້າໃຜໄດ້ຂ້ອຍເປັນຄົນທຳອິດ ຄົນທີ່ເຫລືອຈະຍອມເປັນທາດໃຫ້ສາມເດືອນ... ທຳອິດທີ່ໄດ້ຍິນ

ຂ້ອຍແທບຢາກຈະເອົາມີດໄປຄວັກເອົາຫົວໃຈຂອງພວກນີ້ມາເບິ່ງ ຈະໄດ້ຮູ້ວ່າຫົວໃຈມັນເຮັດດ້ວຍຫຍັງ ຄືຄິດແຕ່ເລື່ອງຕ່ຳໆ ແບບນີ້ໄດ້!!

ຫລັງຈາກທີ່ຕົກລົງແລະຮັບເອົາອໍເດີ້ແລ້ວ ຂ້ອຍກໍ່ຜີກໂຕອອກຈາກກຸ່ມອັນຕະລາຍນັ້ນທັນທີ

ອຶດອັດຈະຕາຍທີ່ຕ້ອງຫາຍໃຈຮ່ວມນຳຄົນທີ່ຂ້ອຍຊັງເຂົ້າກະດູກດຳ ໃຫ້ຕາຍເທາະ!! ວຽກມື້ນີ້ກະຫລາຍຢູ່ແລ້ວ

ແຖມຫຍັງມາເຈິຄົນກວນບາທາອີກ ຫນ້າເບື່ອທີ່ສຸດເລີຍມື້ນີ້

“ແມ່ນໃຜເຮັດຫຍັງໃຫ້ມຶງຫັ້ນ ຄືຫນ້າບູດແທ້?” ອ້ອຍເອີ່ຍຖາມໃນຂະນະທີ່ຂ້ອຍພາໂຕເອງມາຢຸດຢູ່ຕໍ່ຫນ້າມັນ

“ກະເບື່ອພວກລູກຄ້າສາມຄົນນັ້ນເດ” ຂ້ອຍບອກທັງໃຊ້ມືຊີ້ນິ້ວໂຕະຂອງພວກນັ້ນ ເປັນຜົນໃຫ້ຫມູ່ຂ້ອຍງຶກຫົວຢ່າງເຂົ້າໃຈ

“ເອີ່...... ກູຮູ້ລະ.... ແລ້ວພວກມັນມາຕໍ່ແຫຍນຳມຶງອີກແມ່ນບໍ່ ສົງໄສຄືຊິບໍ່ປ່ອຍມຶງໄປງ່າຍໆ”

“ອື້ມ ແມ່ນຕິ”

“ຫຶ ກູວ່າແມ່ນຮ້ອຍເປີເຊັນເລີຍແລະ ຄັນບໍ່ຊັນຄືຊິບໍ່ນຳມຶງມາຮອດບ່ອນເຮັດວຽກດອກ ແລ້ວພວກມັນສັ່ງຫຍັງໄປແດກລະຫັ້ນ?”

“ພວກມັນສັ່ງນ້ຳແປັບຊີ້ສາມແກ້ວ.... ເອີ້ ອ້ອຍ ມຶງໄປເສີບແທນກູໄດ້ບໍ່ ກູບໍ່ຢາກເຫັນຫນ້າພວກມັນນະ ດຽວກູຊິນັ່ງໄລ່ເງິນແທນມຶງເອງ

ຄັນພວກມັນອອກໄປລະ ກູຊິໄປເສີບຄືເກົ່າ” ຂ້ອຍເອີຍກ່າວດ້ວຍສີຫນ້າຂໍຮ້ອງ ພະຍາຍາມເຮັດສີຫນ້າໃຫ້ຫນ້າເຫັນໃຈທີ່ສຸດ

ເຊິ່ງມັນກໍ່ໄດ້ຜົນຕາມຄາດ ເພາະມັນງຶກຫົວຕອບຕົກລົງຕາມຄຳຂໍ

“ອື້ມ ກະໄດ້”

“ດີເລີຍມຶງ ຂອບໃຈ ສ່ຽວ” ສຸດຄວາມຂ້ອຍກໍ່ປ່ຽນຫນ້າທີ່ກັບອ້ອຍ ແລ້ວກໍ່ພາໂຕເອງອ້ອມເຂົ້າໄປນັ່ງບ່ອນຫນ້າເຄົາເຕີ້ທັນທີ

ໂດຍທີ່ບໍ່ລືມຈະສັ່ງເກດເບິ່ງເພື່ອນສາວຕົນເອງກຳລັງເສີບນ້ຳໃຫ້ພວກນັ້ນ

“ນ້ຳແປັບຊີ້ມາແລ້ວພວກເພິ່ນ... ອຸ້ຍ! ນຶກວ່າແມ່ນໃຜສະດອກ ທີ່ແທ້ກະແມ່ນຜູ້ບ່າວລໍ່ໆໃນມະຫາໄລເຮົານີ້ເອງ”

ອ້ອຍເອີຍທັກທາຍຜ່ານນ້ຳສຽງຫວານໆ ພາງເຮັດຫນ້າຕາແອັບແບ໊ວຍິ່ງກວ່ານາງເອກເກົາຫລີອີກ

ອົາຈົນພວກທີ່ເຫລືອພາກັນນັ່ງເຮັດຫນ້າເອີເຫລີ ແທບຈະວາງໂຕເກືອບບໍ່ເປັນ

      “ອະ ອື້ມ” ໂຈ້ຕອບງຶກຫົວຄ່ອຍໆ ສີຫນ້າຍັງຄົງຮັກສາຄວາມເອີເຫລີໄວ້ຢູ່ຄືເກົ່າ ເຫັນປົກກະຕິໂຍນຫຍັງໃຫ້ກະຄືບໍ່ເຫັນວ່າຈະປັດຕິເສດ

ແຕ່ພໍເຫັນຫນ້າຫມູ່ຂ້ອຍອ່ອຍເຫຍື່ອແບບນັ້ນ ເກືອບເອົາຈົນກືນບໍ່ໄດ້ຄາຍບໍ່ອອກ ຮຶ ສົມນ້ຳຫນ້າ!!

      “ເອີ້ ຕອນນີ້ນະ ເຂົາມີເລື່ອງຈະບອກເພິ່ນວ່າ ຊ່ວງນີ້ທາງຮ້ານເຮົາມີໂປຣໂມຊັ້ນພິເສດ ສັ່ງແປັບຊີ້ສາມຈອກ ຈະຮັບນ້ຳພິເສດອີກຈອກຫນຶ່ງ”

      “ຮຶ ນ້ຳຫຍັງ”

      “ກະນ້ຳອ້ອຍນິເດ!!” ມັນບອກອອກໄປຢ່າງເຕັມສຽງ ຫລິ້ນສົບຫລິ້ນປາກຍິ່ງກວ່ານາງຮ້າຍກຳລັງອ່ອນພະເອກໃນລະຄອນ ຮາໆໆ

“ລະຊ່ວງກະນີ້ແມ່ນຍາມຫນາວ ນ້ຳອ້ອຍກະຫາຍາກໆ ແຕ່ວ່າທາງຮ້ານເຮົາມີຂາຍ ແລະຍັງແຖມໃຫ້ເປັນພິເສດອີກ  

ຮັບຮອງເລີຍວ່າກິນເຂົ້າໄປຫວານປາກຫວານຄໍແນ່ນອນ ແລະທີ່ສຳຄັນ ທົນຕໍ່ແຮງກະແທກອີກ!! ອິໆໆ”

ຂ້ອຍປ່ອຍຫົວອອກມາທັນທີ ເມື່ອເຫັນວ່າພວກນັ້ນເກືອບໄປບໍ່ເປັນເລີຍຈັກຄົນ ໄດ້ເລື່ອງອີ່ຫລີ

ທີ່ສົ່ງມັນໄປຈັດການພວກກວນບາທານັ້ນຈົນລາບຄາບ ສົມແລ້ວທີ່ເປັນຫມູ່ຂ້ອຍ ຮຶ ພວກມັນຕ້ອງເຈິອີ່ອ້ອຍຈັດການນີ້ແລະ ມັນຈຶ່ງຈະເຫມາະສົມ....

.

.

.

Pen ni yaiy t yak taeng tung tae don leo

fak tid tam kun dae,,, ment ma ti som kun dai

tae ya da der phor d hup br dai lolzz

phor d hen khon ao ni yaiy ma long laiy

ka lery son jai ja ao long num

lae ka mi tae luerng muan2 thung nun

 

Delicious Digg Fark Twitter