ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ແລ້ວແຕ່ເຈົ້າສິຕັດສິນ
ສ້າງເມື່ອ ພ.ຈ.. 6, 2010 19 ຄົນໂຫວດ, 20 ຄຳເຫັນ, ອ່ານ 485 ເທື່ອ
ເຈົ້າເຄີຍເຫັນພໍ່ແມ່ຂອງຄົນອື່ນແລ້ວມາເບິ່ງພໍ່ແມ່
ຂອງຕົນເອງ ແລ້ວອິດສາບໍ່
.............ເຄີຍ ຫຼື ບໍ່ເຄີຍ...........
ຄັນບໍ່ເຄີຍຫັ້ນດີແລ້ວບໍ່ຕ້ອງໄດ້ຊື່ວ່າຄົນບາບຄົນຊົ່ວຄືກັບຂ້ອຍ...........ຂ້ອຍລະອິດສາການປະພຶດນຳພໍ່ແມ່ຂອງຄົນອື່ນທີ່ມີຕໍ່ລູກໆຂະໜາດ.......ແນ່ນອນຄົນເຮົາເກີດມາບໍ່ໄດ້ສົມບູນປາດຖະໜາໄປ
ໄດ້ທຸກຢ່າງ... ແຕ່ຂ້ອຍຫັນຕີ້ເກີດມາແບບບໍ່ໄດ້ຕັ້ງໃຈໃຫ້ເກີດ ເກີດຈາກອາລົມຊົວວູບ
ເຈົ້າເຊື່ອບໍ່ ພໍ່ຂ້ອຍຢາກຂ້າຂ້ອຍແຕ່ຕອນຂ້ອຍຍັງບໍ່ເກີດຊ້ຳ
ລາວໃຫ້ແມ່ຂ້ອຍກິນຢາທຳຮ້າຍເດັກໃນທ້ອງກະຄືໂຕ
ຂ້ອຍເອງ.... ແຕ່ໂຊກດີ...ມີຄົນໃຈບູນຈັບເຫັນແມ່ຂ້ອຍກຳລັງກິນຢາໄດ້ ຂ້ອຍເລີຍລອດ ແຕ່ນ້ອງຂ້ອຍອິກ ສາມຄົນບໍ່ລອດນຳພິມືຂອງເຂົາເຈົ້າ
ຂ້ອຍລະບໍ່ເຂົ້າໃຈເລິຍ ເກິດມາເປັນຂີ້ຕາຂີ້ຕິນຂອງເຂົາເຈົ້າ ຢາກກັບບ້ານເດ໋ ຢາກກັບໄປຢູ່ນຳພໍ່ຕູ້ແມ່ຕູ້ ແຕ່ນ້ອຍຫາໃຫ່ຍກະຫາແຕ່ມາຢູ່ນຳພໍ່ແມ່ນີ້ແຫຼະ
ສຸກກາຍແຕ່ບໍ່ສຸກໃຈເດີ ຕໍ່ໃຫ້ກີນເຂົ້າກັບເກຶອ ກະຍັງດີກົ່ວກີນເຂົ້າແຊບໆກັບນ້ຳຕາ....................
ຂ້ອຍຫັວງວ່າທຸກໆຄົນ ຄືຊິເຂົ້າໃຈຂ້ອຍຢູ່ເນາະ ຄັນເຈົ້າບໍ່ເປັນຂ້ອຍເຈົ້າບໍ່ຮູ້ດອກ