ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

      " ຄົນໆນຶ່ງມັກຢູ່ເຮືອນຄົນດຽວ, ເບີງໂທລະທັດຄົນດຽວ, ຫລື ເເມ້ເເຕ່ເບີງຫນັງກະໄປຄົນດຽວ   ຢາງເລາະຊື້ເຄືອງກະໄປຄົນດຽວ" .  ຖ້າເປັນເຈົ້າ ເຈົ້າຄິດວ່າພຶດຕິກຳ ຂອງຄົນໆນີ້ຜິດປົກກະຕິ ຫລື ເເປກຄົນເເມ່ນບໍ? ຖ້າຄຳຕອບ ວ່າເເມ່ນ  ຂໍໃຫ້ເຈົ້າປ່ຽນຄວາມຄິດ ເເລ້ວຄິດໃຫມ່ໄດ້ເລີຍ   ເພາະການຢູ່ຄົນດຽວບໍ່ໄດ້ຫມາຍຄວາມວ່າເຈົ້າຕ້ອງເປັນຄົນມີບັນຫາ  ບໍ່ມີຄົນຄົບ,  ເເຕ່ນັ້ນອາດເປັນວິທີຂອງຄົນສະຫລາດໃນການຮູ້ຈັກໃຫ້ເວລາກັບໂຕເອງກໍ່ເປັນໄດ້.

       ການຢູ່ຄົນດຽວໃນທີ່ນີ້ບໍ່ໄດ້ຫມາຍຄວາມວ່າ ເຈົ້າຕ້ອງປະຕິເສດການສ້າງຄວາມສຳພັນກັບຄົນອື່ນ ເພາະມະນຸດສຳພັນຖືເປັນດ້ານນຶ່ງທີ່ສຳຄັນຂອງຊີວິດ ດັ່ງນັ້ນເຮົາຕ້ອງຮູ້ຈັກສ້າງໃຫ້ສົມດຸນລະຫວ່າງສອງສິ່ງນີ້ ເເລະ ນີ້ຄືເຫດຜົນວ່າເປັນຫຍັງ ເຈົ້າຕ້ອງຄວນມີເວລາໃຫ້ໂຕເອງເເດ່.

1.ເພື່ອຄົ້ນພົບຕົວເອງ:

          ການໃຊ້ເວລາຢູ່ກັບໂຕເອງເຮັດໃຫ້ເຈົ້າມີເວລາພຽງພໍທີຈະເຂົ້າໃຈ ເເລະຄົ້ນຫາໂຕເອງຫລາຍທີ່ສຸດ. ບາງເທື່ອຄົນເຮົາອາດຈະສົນນຳເເຕ່ ການພະຍາຍາມທີ່ຈະເຂົ້າໃຈຄົນອື່ນ ເເຕ່ລືມໄປວ່າສິ່ງສຳຄັນກ່ວານັ້ນ ຄືການເຂົ້າໃຈໂຕເອງຕາງຫາກ  ຮູ້ຈັກວ່າເເທ້ຈິງເຮົາມັກເຮົາຮັກຫຍັງ  ໂດຍປະສະຈາກອິດທິພົນໂລກພາຍນອກເຂົ້າມາກ່ຽວຂ້ອງ.

2. ເພື່ອຄວາມນັບຖືໃນໂຕເອງ:

            ການຢູ່ຄົນດຽວເປັນການເພີ່ມອິດສະຫລະໃຫ້ກັບໂຕຂອງເຈົ້າ ລວມທັງຖ້າຫາກເຈົ້າໄດ້ໃຊ້ຄວາມເປັນໂຕເອງເລືອກ ເເລະຕັດສິນໃຈສິ່ງໃດສິ່ງນືງນັ້ນເເລ້ວ ກໍ່ຈະເພີ່ມຄວາມຫມັ້ນໃຈໃນໂຕຂອງເຈົ້າໄປອີກ  ເຊີງມັນຈະຄ່ອຍເເຊກຊຶມໄປສູ່ການໃຊ້ຊີວິດໃນດ້ານອື່ນໆ ຂອງເຈົ້ານຳ ໂດຍສະເພາະເວລາທີ່ທ່ານຢູ່ຮ່ວມກັນຄົນອື່ນ.

3. ບາງເທື່ອກໍ່ບໍ່ຈຳເປັນຕ້ອງປະນີປະນອມ:

         ຫລາຍເທື່ອທີ່ຄົນເຮົາໃຊ້ຄວາມປະນີປະນອມເມື່ອຕ້ອງຢູ່ຮ່ວມກັບຄົນອື່ນ ເຮົາມັກຈະອົດທົນເຮັດວຽກກັບຄົນອື່ນ ເພື່ອໃຫ້ ບັນລຸຕົກລົງ ຫລືເປົ້າຫມາຍໃດໆ ເເທນການໃຊ້ເວລາກິນອາຫານຄຳ່ ເເລະ ເບີງລາຍການທີຕົນເອງມັກ   ເພາະບາງເທື່ອການຢູ່ກັບໂຕເອງກໍ່ຄືການປ່ອຍໃຫ້ເຮົາໄດ້ຕາມໃຈໂຕເອງ ເຮັດໃນສີ່ງທີ່ຕ້ອງການ ຫລືສິ່ງທີ່ເຮົາຮັກໂດຍບໍ່ມີຂໍ້ບັງຄັບໃດໆ.

4. ມີມູມມອງທີ່ດີເເຈ່ມເເຈ້ງ

        ການຢູ່ກັບໂຕເອງເຮັດໃຫ້ເຈົ້າມີເວລາຊຳລະລ້າງຈິດໃຈ ເເລະເປັນການເປີດໃຫ້ເຫັນຄວາມຮູ້ສຶກທີ່ມາຈາກໃຈຂອງເຈົ້າ ໂດຍປະສະຈາກອິດທິພົນຂອງຄົນອື່ນ ເປັນເວລາທີ່ເຈົ້າຈະໄດ້ສະທ້ອນເບີງວ່າ ອັນໃດເປັນສິ່ງທີ່ສຳຄັນທີ່ສຸດໃນໂຕຂອງເຈົ້າ ເເລະ ເລິກໆເເລ້ວເຈົ້າຮູ້ສຶກເເນວໃດກັບສະຖານະການໃນຊີວິດປະຈຳວັນທີ່ເຈົ້າຕ້ອງພົບພໍ້ເປັນປະຈຳ

          ເເນະນຳໃຫ້ທ່ານທັງຫລາຍໃຊ້ເວລາຢູ່ກັບໂຕເອງມື້ລະເລັກລະຫນ່ອຍ  ເຝຶກຝົນໄປເລື້ອຍໆ


         

 

Delicious Digg Fark Twitter