ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

<!--Session data-->
 

ໂທດຂ້າມພົບຂ້າມຊາດຂອງ ການດື່ມເຫຼົ້າ

ເຫຼົ້າບໍ່ໄດ້ໃຫ້ໂທດໃນຊາດນີ້ເທົ່ານັ້ນ ແຕ່ຍັງເປັນໂທດຕິດຕົວຜູ້ດື່ມໄປຂ້າມພົບຂ້າມຊາດຢ່າງໃຫຍ່ຫຼວງ ຕົວຢ່າງເຊັ່ນ:

1. ເຮັດໃຫ້ເກີດເປັນຄົນໃບ້ ພວກນີ້ຕາຍໃນຂະນະເມົາເຫຼົ້າ ຄົນທີ່ເມົາເຫຼົ້າເຕັມທີ່ ລີ້ນຈຸກປາກກັນທຸກຄົນ ເວົ້າບໍ່ຮູ້ເລື່ອງໄດ້ແຕ່ສົ່ງສຽງແບະໆ ພໍຕາຍແລ້ວກໍ່ຕົກນະລົກ ຈາກນັ້ນພໍກັບມາເກີດໃໝ່ ກຳຍັງຕິດຕາມມາ

2. ເຮັດໃຫ້ເກີດເປັນບ້າ ພົບຊາດໃນອາດີດ ດື່ມເຫຼົ້າມາຫຼາຍ ເວລາເມົາກໍ່ມີປະສາດຫຼອດ ເວນນັ້ນຕິດຕົວມາໃນຊາດນີ້ ເກີດມາກໍ່ເປັນບ້າ ຢູ່ດີໆກໍ່ໄດ້ຄົນມາຊິມໃສ່ຫູແດ່ ເຫັນພາບຫຼອນວ່າຄົນນັ້ນຄົນນີ້ຈະມາຂ້າແດ

3. ເຮັດໃຫ້ເກີດປັນຍາອ່ອນ ພວກນີ້ດື່ມເຫຼົ້າຈັດໆຕອນເມົາກໍ່ຄິດຫຍັງບໍ່ອອກຢູ່ແລ້ວ ດ້ວຍເວນສຸລານີ້ ກໍ່ສົ່ງຜົນໃຫ້ເກີດປັນຍາອ່ອນ

4. ເຮັດໃຫ້ເປັນສັດເລືອຄານ ບໍ່ວ່າຈະເປັນງູ ແລນ ກະປອມ ມາຈາກພວກຂີ້ເມົາທັງນັ້ນ ພວກນີ້ຝຶກຊ້ອມຄານ ມາຕັ້ງແຕ່ຕອນເປັນຄົນ ພໍຕາຍໄປກໍ່ໄດ້ຄານສົມໃຈນຶກ

ວິທີເຊົາເຫຼົ້າໃຫ້ໄດ້ເດັດຂາດ

1. ຕຶກຕອງໃຫ້ເຫັນໂທດ ວ່າສຸລາກໍ່ໃຫ້ໂທດຢ່າງໜັກຫຼວງຫຼາຍແທ້ ດັ່ງທີ່ກ່າວມາແລ້ວ

2.​ ຕັ້ງໃຈຢ່າງໜຽວແໜ້ນວ່າຈະເຊົາດື່ມເຫຼົ້າໂດຍເດັດຂາດ ໂດຍໃຫ້ສັດຈະກັບຜູ້ໃຫຍ່ທີ່ເຄົາລົບນັບຖື ຫຼື ກັບພະສົງ

3. ສິ່ງໃດທີ່ເປັນສື່ສາຍໃຍໃຫ້ຄິດເຖິງເຫຼົ້າ ເຊັ່ນ: ຮູບໂຄສະນາກ່ຽວກັບເຫຼົ້າ ຫຼື ເຫຼົ້າຕົວຢ່າງ ຂົນໄປຖີ້ມໃຫ້ໝົດ ຖືເປັນຂອງຂີດຽດຈັງໄຮ ນຳເອົາຄວາມເສົ້າໝອງມາສູ່ບ້ານເຮືອນ

4. ຄິດເຖິງສັກສີຂອງຕົນເອງໃຫ້ຫຼາຍ ວ່າເຮົາເປັນຊາວພຸດເປັນລູດສິດຂອງພຣະພຸດທະເຈົ້າ ເປັນສິດມີຄູ ເປັນຄົນມີກຽດຕິຍົດ ເປັນທາຍາດມີຕະກູນ ຄິດເຖິງສັກສີຂອງຕົນເອງ ດັ່ງນີ້ແລ້ວກໍ່ຈະເຊົາເຫຼົ້າໄດ້

5. ໝູ່ເພື່ອນຂີ້ເຫຼົ້າ ຂີ້ຢາທັງຫຼາຍ ພະຍາຍາມຫຼີກລ້ຽງອອກຫ່າງ ບໍ່ຫ່າງຈັກໜ່ອຍ ເຂົາກໍ່ມາຊວນເຮົາໄປດື່ມເຫຼົ້າອີກ ຂໍ້ນີ້ສຳຄັນທີ່ສຸດ ຕາບໃດທີ່ຍັງເຊົາເພື່ອນຂີ້ເຫຼົ້າບໍ່ໄດ້ ຈະບໍ່ມີທາງເຊົາເຫຼົ້າໄດ້ເລີຍ

Delicious Digg Fark Twitter