ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

 

         ກາລະຄັ້ງໜຶ່ງມີ 2 ສ່ຽວຮັກແພງກັນແຕ່ສະໃໝຍັງນ້ອຍຊື່ງມີຊື່ວ່າ ທ້າວຫິມ ກັບ ທ້າວ ກາກ .ສອງສ່ຽວເມື່ອໃຫ່ຍຂື້ມາກໍ່ຜັດພາກຫ່າງກັນ. ສ່ຽວຫິມກໍ່ໄປຮຽນໃນມືອງແລະມີວຽກ

ເຮັດງານທຳທີ່ດີ;   ສ່ວນສ່ຽວກາກກໍ່ບໍ່ໄດ້ຮຽນສູງແລະສ້າງຄອບຄົວຢູ່ບ້ານນອກ. ຜ່ານໄປເວລາຫຼາຍປີສອງສ່ຽວກໍ່ບໍ່ໄດ້ພົບໜ້າພໍ້ຕາກັນຍ້ອນຢູ່ຫ່າງກັນຄົນລະແຫ່ງ. ໃນວັນໜຶ່ງສ່ຽວຫີມ

ກັບມາຢາມບ້ານຈຶ່ງເຮັດໄຫ້ສອງຄົນພົບກັນ; ໃນເວລາຢູ່ໂອ້ລົມກັນສ່ຽວຫີມກໍ່ໄດ້ເລົ່າຄວາມສະໜຸກສະໜານໃນຕົວເມືອງ.ດັ່ງນັ້ນຈຶ່ງເຮັດໄຫ່ສ່ຽວກາກຢາກໄປເຫັນໃນເມືອງ;    ສ່ຽວຫີມ

ກໍ່ຕົກລົງພາໄປ.  ເມື່ອຮອດໃນເມືອງສ່ຽວຫິມກໍ່ພາສ່ຽວກາກຂີ່ລົດຈັກໄປທ່ຽວ. ສ່ຽວກາກເອີ່ຍປາກຈະຂັບລົດເພາະບໍ່ເຄີຍຂີ່ທາງຢາງເທື່ອ. ໃນລະຫວ່າງຂີ່ຕາມທາງສ່ຽວກາກຖາມສ່ຽວຫິມວ່າ :

  •            ກາກ :  ປ້າຍນັ້ນໝາຍຄວາມວ່າຈັ່ງໃດ ສ່ຽວ
  •           ຫິມ   :  ໝາຍຄວາມວ່າມີທາງ 4 ແຍກຢູ່ທາງໜ້າ
  •             ກາກ :   ໂອ !  ເຂົ້າໃຈແລ້ວ  ນັ້ນອີກເດສ່ຽວ
  •             ຫິມ   :    ປ້າຍບອກ ຫ້າມແລ່ນໄວ ເພາະນີ້ເປັນບ້ານຄົນ.
  •             ກາກ :    ເຂົາບອກຄັກເນາະສ່ຽວ  ຢູ່ບ້ານນອກເຮົາບໍ່ມີດອກສ່ຽວ. ເອີ!ສ່ຽວກາຍບ້ານຄົນສະແດງວ່າແລ່ນໄວໃດ້ຕາວາສ່ຽວ..ເນາະ..
  •             ຫິມ   :    ໄດ້ແຕ່ໄຫ້ລະວັງຄືກັນເພາະອຸປະຕິເຫດເກີດໄດ້ທຸກເວລາ..
  •              ກາກ  :    ຮ່າ......ບໍ່ເປັນຫຍັງສ່ຽວ..ເຮົາຊິນທາງຄວາຍແລ້ວ...ທາງງາມແນວນີ້ສະບາຍສ່ຽວເອີຍ..

ເມື່ອຖາມສຸດແລ້ວ  ກາກ  ກໍ່ບິດຄັນເລັ່ງໄຫ້ໄວຂື້ນ...  ໃນເວລານັ້ນ  ກາກ ກໍ່ຫຼຽວເຫັນປ້າຍອີກຢູ່ທາງໜ້າຈຶ່ງຮ້ອງຖາມສ່ຽວທ່າມກາງລົມພັດຍ້ອນຄວາມໄວຂອງລົດ..

  •            ກາກ :    ປ້າຍທາງໜ້າເຮົາພຸ້ນໝາຍຄວາມວ່າຈັ່ງໃດອີກສ່ຽວ..
  •            ຫິມ  :    ນັ້ນແມ່ນທາງໂຄ໊ງອັນຕະລາຍ..
  •            ກາກ   ຫາ....   ເວົ້າໃໝ່...
  •             ຫິມ     ໂຄ້ງອັນຕະລາຍ..!

ສ່ຽວກາກເມື່ອໄດ້ຍິນເຊັ່ນນັ້ນກໍ່ບໍ່ໄດ້ໄປຕາມທາງໂຄ້ງອີກ.. ລາວຊ້ຳພັດໄປຊື່ເລີຍ.. ເຮັດໄຫ້ລົດໄປຊົນກັບຮົ້ວ ທີ່ຢູ່ທາງໜ້າສຸດທ້າຍກໍ່ລົ້ມລົງໃສ່ຮົ້ວສວນ ..ເຮັດ ໄຫ້ທັງສອງຖືກບາດເຈັບແຕ່ບໍ່ສາຫັດ...ເມື່ອເປັນແນວນັ້ນແລ້ວ..ສ່ຽວຫິມກໍ່ເວົ້າດວ້ຍຄວາມເຈັບປວດຂື້ນມາວ່າ :

  •              ຫິມ    ຫ່າມຶງ... ສ່ຽວ  ເຮົາບອກໂຕແລ້ວວ່າ..ມັນໂຄ້ງ..ໆໆໆ.ເປັນຫຍັງບໍ່ລະວັງ..ໄປຊື່ເຮັດຫຍັງອີກ....ໂອຍ..ເຈັບ..
  •               ກາກ   ຂ້ອຍກະໄປຖືກແລ້ວເດສ່ຽວຕາມໂຕວ່າ...  ດີແລ້ວເຈັບສ່ຳນີ້.. ຖ້າໄປຕາມທາງໂຄ້ງນັ້ນ...  ຢ້ານວ່າຢູ່ປ່າຊ້າພຸ້ນແລ້ວປານນີ້..ໂອຍ..ເຈັບ.
  •                ຫິມ     ມາໂງ່ແທ້.. ມັນບໍ່ແມ່ນແນວນັ້ນ..ປ້າຍເຕືອນບອກວ່າໂຄ້ງອັນຕະລາຍ..ໝາຍຄວາມວ່າບ່ອນໂຄ້ງນີ້ບໍ່ໄຫ້ແລ່ນໄວ ຕ່າງຫາກ..
  •                ກາກ   ໂອ....ແນວເຮົາບໍ່ເຂົ້າໃຈ..........

 

 

                                                                         ເລື່ອງເລົ່າຈາກໝູ່...ເພື່ອນ

Delicious Digg Fark Twitter