ປາງປະຖົມນານມາແລ້ວ ມະນຸດເຮົາໄດ້ສ້າງແປງປ່າດົງໃນແຜ່ນດິນພາຍລຸ່ມໃຫ້ເປັນບ້ານເມືອງແລ້ວຍັງເພິ່ງແຖນຢູ່
ເມື່ອມີເຫດແນວໃດບໍ່ດີບໍ່ງາມຜາບບໍ່ໄດ້ກໍ່ຂື້ນຫາແຖນຢູ່ເລື້ອຍໆ ຄັນເຫິງມາພະຍາແຖນໝຸດໝັດ ແລະ ຊັງຄົນລາວລຸ່ມ ດັ່ງ
ນັ້ນຈິ່ງຕົກລົງຈັກເປັ່ງນ້ຳສະອະໂນລາດ ໃຫ້ໄຫຼແລະແຕ່ງຝັນໃຫ້ໄຫຼລົງມາຖ້ວມລຶບຄົນລາວລຸ່ມຕາຍດັບເໝິດ.
ລູກຫຼ້ານ້ອຍຂອງພະຍາແຖນຫຼວງຮູ້ຈັກຈັ່ງຊັ້ນ ກໍ່ສົ່ງສານນາງຄຳສົງກາ ແລະ ເວົ້າໃຫ້ພະຍາລາວລຸ່ມຍ້ອນມັກຮັກນາງ
ນັ້ນ ລູກຊາຍພະຍາແຖນຈິ່ງລົງມາຢູ່ນຳນາງສົງກາ ແລະ ເວົ້າໃຫ້ພະຍາລາວລຸ່ມຟັງສູ່ເຍື່ອງ ພະຍາລາວລຸ່ມຖາມວ່າ: ເຮັດ
ແນວໃດຈິ່ງຊິຮັກສາຊີວິດຄົນ,ສັດ ແລະ ຊັບສົມບັດເຂົ້າກ້າໝາກໄມ້ກ້ວຍອ້ອຍໄວ້ສືບໜໍ່ແທນແນວຕໍ່ໄປໄດ້?. ລູກພະຍາ
ແຖນບອກວ່າ: ເຮົາມາພາກັນເຮັດສະເພົາເອົາຄົນສັດ ແລະ ສິ່ງຂອງທີ່ຢາກເອົາໄວ້ເປັນໜໍ່ແນວທັງເໝິດໃສ່ສະເພົານັ້ນ
ຄັນນ້ຳລຶບມາສະເພົາກໍ່ພູຂື້ນໆນຳນ້ຳຄົນສັດສິ່ງຂອງໃນສະເພົານັ້ນກໍ່ຈັກບໍ່ຈິບຫາຍກໍ່ຈັກເປັນໜໍ່ແນວແຖວສືບເຊື້ອໄປໄດ້
ອີກ. ເວົ້າແລ້ວລູກພະຍາແຖນກັບພະຍາລາວລຸ່ມກໍ່ຊວນຄົນລາວທັງປວງເອົາໄມ້ຜຸ່ງໄມ້ໄຜ່ໄມ້ກະຊະ,ໄມ້ເຮ້ຍ,ໄມ້ພາງ,ໄມ້
ຊອດ,ໄມ້ປ່ອງອໍ້ມາໂຮມກັນ ແລ້ວເອົາເຄືອຫວາຍຫາງໜູ, ຫວາຍດິນເປັນເຄົ້າມັດໄມ້ລຳນີ້ຕິດລຳນັ້ນຕິດລຳອື່ນໆຕໍ່ໆກັນ
ໄປໃຫ້ແໜ້ນໃຫ້ກວ້າງໃຫຍ່ຍາວສູງໄດ້ໝື່ນວາ, ຍາວຫ້າໝື່ນວາ, ກວ້າງໝື່ນສອງພັນວາ ແລ້ວຂົນສິ່ງຂອງຕ່າງໆທີ່ຕ້ອງ
ການ ແລະ ສັດຄູ່ແນວ ແລະ ຄົນລາວລຸ່ມທັງປວງໃຫ້ຢູ່ໃນສະເພົາເໝິດ ບໍ່ເຫິງທໍ່ໃດ ພະຍາແຖນກໍ່ໃຫ້ເປັ່ງນ້ຳາ ແລະແຕ່ງ
ຝົນຕົກລົງມານຳຮຸແມ່ນ້ຳຂອງເຊກອງເຊກະໝານແລະທົ່ວທ້ອງຟ້າຢ່າງແຮງບໍ່ມີປ່ອງວ່າງບໍ່ເຊົາຮອດເຈັດມື້ເຈັດຄືນນ້ຳ
ກໍ່ຖ້ວມລຶບໆຂື້ນລຶບນາລຶບບ້ານເຮືອນລຶບຫຼັງເຮືອນລຶບປາຍໄມ້ລຶບພູຫຼວງເປັນລຳດັບໆນ້ຳກໍ່ໄຫຼບໍ່ເຊົາຝັນກໍ່ຕົກບໍ່ເອື້ອນ
ສະເພົາກໍ່ຟູຂື້ນໆ ຈົນຈຸຈອດຮອດເມືອງພະຍາແຖນສະເພົາກໍ່ຈອດທ່າເມືອງພະຍາແຖນໆຈິ່ງໄດ້ຍິນສຽງຟົດພີ່ນີ່ນັນສຽງ
ໝາ,ສຽງໄກ່ຂັນຄົນຈາກັນຊິຊື່ວ່າບ້ານໃຜເມືອງໃຜບຸເດ ແອ້ຢະເອີຍ ສັງມາງາມກະດໍ້ ເວົ້າຈໍ້ແຈ້ຈໍແຈຢູ່ຫັ້ນແລພະຍາແຖນ
ຈິ່ງໃຊ້ຜູ້ນ້ອຍໄປລ່ຳຫຼິງດູຜູ້ນ້ອຍກໍ່ຮູ້ວ່າເປັນສະເພົາຂອງລູກຫຼ້າພະຍາແຖນເອງພາເອົາພະຍາຄົນລຸ່ມມົ້ມຄວາມຕາຍມາ
ຮອດດັ່ງນັ້ນ ຈິ່ງໄປໃຫວ້ພະຍາແຖນໆ ຈິ່ງໃຫ້ຄຸມໂຕລູກຫຼ້ານັ້ນໄປໃຫວ້ ຄັນຜູ້ຫານຂອງພະຍາແຖນຄຸມໂຕລູກຫຼ້າໄປໃຫວ້
ພະຍາແຖນແລ້ວ ພະຍາແຖນຈິ່ງໂຈດວ່າ: ແອ້ ມຶງລັກໜີໄປພາພວກຄົນລຸ່ມມາອີ່ສັງຈາ ລູກພະຍາແຖນຈິ່ງວ່າ: ແອ້ ຂ້າ
ໃຫວ້ພະຍາພໍ່ເຮີຍ ລູກຫຼ້ານ້ອຍນີ້ພອຍມີຄຳມັກຄຳຮັກ ນາງຄຳສົງກາ ລູກພະຍາລາວລຸ່ມເຮັ່ງພໍໄດ້ຍິນພໍ່ວ່າຊິໃຫ້ນ້ຳລຶບ
ຄົນເມືອງລຸ່ມຕາຍດັບ ຍ້ອນພໍ່ຊັງຄົນເມືອງລຸ່ມເຮັງຈັ່ງຊັ້ນລູກຫຼ້າທົນບໍ່ໄດ້ຈິ່ງລົງໄປພາພະຍາລາວລຸ່ມເຮັດສະເພົາເອົາກັນ
ເຂົ້າຢູ່ຮອດມື້ນ້ຳລຶບສະເພົາກໍ່ພາຟູຂື້ນໆມາຈຸຮອດພະຍາພໍ່ກໍ່ຂ້າແລຂໍແກ່ພະຍາພໍ່ ຈົ່ງກະລຸນາໂຜດລູກຫຼ້າປາງດຽວນີ້ແດ່
ແມ ຢະເອີຍ. ເມື່ອພະຍາແຖນຫຼວງໄດ້ຟັງຈັ່ງຊັ້ນກໍ່ລວດອີ່ດູກູນາລູກຕົນປານໃຈຈັກຂາດ. ຈິ່ງໂອວາດລູກຕົນວ່າ ແອ້ ຄັນ
ຊັ້ນພໍ່ຈັກຕົບແຕ່ງປົວແປງລູກໃຫ້ເປັນຄູ່ຜົວເມຍກັບດອມນາງຄຳສົງກາ ບໍ່ຢ່າຊະແລ ຄັນກ່າວຈັ່ງຊັ້ນແລ້ວພະຍາແຖນຫຼວງ
ກໍ່ໃຫ້ພະຍາແຖນເລີງບອກພະຍາແຖນ ແລະ ແຖນຊ່າງທັງປວງຈັດແປງເຄື່ອງອະພິເສກ ແລະ ຫໍສົງຜາມໃຫຍ່ເພື່ອອະພິ
ເສກລູກຕົນໃຫ້ເປັນຄູ່ຜົວເມຍກັນກັບນາງຄຳສົງກາ ແລ້ວເຊີນພະຍາລາວລຸ່ມໄປຫາພະຍາແຖນຫຼວງຖາມຄວາມສຸກສຳ
ບາຍກັນຕ່າງໆ ພະຍາລາວລຸ່ມຈິ່ງວ່າຜູ້ຂ້າເປັນພະຍາລາວລຸ່ມປົກຄອງຄົນເມືອງລາວລຸ່ມກໍ່ຢູ່ຊຸ່ມສຸກກະເສີມເຕີມຄອງແຕ່
ບູຮານມາຮອດມື້ພະຍາແຖນເຈົ້າບັນດານນ້ຳລົງລຶບເມືອງລາວລຸ່ມໃຫ້ຈິບຫາຍຈິ່ງເປັນທຸກສຸດຂະໜາດ ຢະເອີຍເປັນຈັ່ງ
ບຸນວາດສະໜາຊາຕາບໍ່ຂາດຈິ່ງມີລູກຫຼ້າຊ້ອຍພະຍາເຈົ້າລົງຊ່ອຍລາວລຸ່ມຂື້ນມາເທິງເຖິງພະຍາເຈົ້າບັດນີ້ຊະແລ ຢະເອີຍ
ພະຍາແຖນຈິ່ງວ່າ: ແອ້ພະຍາລາວລຸ່ມເອີຍເຮົາໃຫ້ນ້ຳລຶບຄົນລາວລຸ່ມປາງນີ້ຍ້ອນວ່າຄົນລາວລຸ່ມປົບແລ່ນຫາເຮົາຢູ່ຈົ້ນໆ
ຝົນບໍ່ຕົກກໍ່ແລ່ນຫາເຂົ້າປາອາຫານອຶດກໍ່ແລ່ນຮອດເສິກເສືອມາຈອດກໍ່ວອນໃຫ້ລົງຊ່ວຍລົງຂະນັ້ນຄັນບໍ່ຊ່ວຍກໍ່ປັນກໍ່ປ້ອຍ
ກໍ່ດ່າເຮົາບໍ່ແລ້ວ ເຮົາຈິ່ງຊັງຄົນລຸ່ມເຮັງຈິ່ງເປັ່ງນ້ຳລຶບລວາດໃຫ້ຕາຍດັບຫັ້ນແລພະຍາລາວລຸ່ມຈິ່ງວ່າ: ແອ້ ຢະເອີຍ ທຳມະ
ດາຄົນພາຍລຸ່ມຕ້ອງອາໃສຄົນພາຍບົນ ແຖນພາບບົນກໍ່ຫົນລົງອາໃສຄົນພາບລຸ່ມຈິ່ງຢູ່ໄດ້ ປ່າໄມ້ອາໃສເສືອ, ເສືອອາໃສ
ປ່າໄມ້ຈິ່ງຈັກເປັນໂລກຢູ່ໄດ້ຊັ້ນຕົວາ ຢະເອີຍ ພະຍາແຖນຈິ່ງວ່າ: ແອ້ກະຄືວ່າຫັ້ນແລ້ວ ແລ້ວກໍ່ເລີກລາກັນ ພະຍາລາວ
ລຸ່ມກໍ່ເຂົ້າຢູ່ໃນສະເພົາ ພະຍາແຖນຫຼວງກໍ່ໃຫ້ຂົນເອົາເຄື່ອງຢູ່ຂອງກິນມາສົ່ງໃຫ້ພະຍາລາວລຸ່ມຢູ່ໃນສະເພົາມາກເຫຼືອລາຍ
ຮອດມື້ດີງາມຕາມຮີດພະຍາແຖນຫຼວງຈິ່ງພານາງພະຍາແຖນໄປຢາມພະຍາລາວລຸ່ມຕອບກັນ. ຄັນໄດ້ມື້ດີງາມປອດພະຍາ
ແຖນມິ່ງແຖນແນນແມນພານາງພະຍາແຖນແລະ ບ່າວສາວແຖນໄດ້ພັນຫ້າຮ້ອຍແຫ່ຂັນໝາກຂອງໂອມໄປກ່າວໂອມເອົາ
ນາງຄຳສົງກາ ດອມພະຍາລາວລຸ່ມຢູ່ສະເພົາຫັ້ນແລ. ຄັນຮອດມື້ດີຍາມແມ່ນມື້ແກ່ນມະຫາໄຊພະຍາແຖນຫຼວງແຖນເຖິກ
ກໍ່ໃຫ້ພະຍາແຖນຫຼອມແຖນຫຼໍ່ ເອົານາງຄຳສົງກາເຂົ້າຫຼອມຫຼໍ່ໃນເບົ້າອັນມີຮູບໂສມງາມຖືກເນື້ອເພິງໃຈນາງຄຳສົງກາເອງ
ແລະຕາມຄຳມັກຄຳປັດຖະໜາຂອງລູກຫຼ້າແຫ່ງຕົນ ຄັນຫຼອມຫຼໍ່ແລ້ວນາງກໍ່ມີຮູບໂສມງາມຍັ່ງຍ້ອຍເປັນສາວນ້ອຍອາຍຸ 16
ປີ. ກໍ່ມີແລ ເມື່ອນັ້ນ ພະຍາແຖນຫຼວງກັບພະຍາແຖນລຸ່ມກໍ່ຫາມື້ງາມຍາມດີລຶກໝັ້ນແກ່ນແມ່ນມື້ອະມຸດຕະໂຊກມະຫາຊັຍ
ມື້ຄ້ຳຍາມຄູນ ແລະ ມື້ແກ່ນຍາມແຂງໄດ້ແລ້ວ ພະຍາແຖນຫຼວງ ກັບພະຍາແຖນທັງມວນໄດ້ສາມແສນກໍ່ແຫ່ແຫນລູກຊາຍ
ຫຼ້ານ້ອຍໄປສູ່ຜາມບ່ອນອະພິເສກ ສ່ວນວ່າພະຍາລາວລຸ່ມກັບນາງພະຍາລາວລຸ່ມພ້ອມທ້າວພະຍາເສນາອາມາດເຖົ້າແກ່
ບ່າວສາວລາວລຸ່ມທັງປວງກໍ່ອວນກັນແຫ່ແຫນແພນກັ້ງນາງຄຳສົງກາແມນຫຼໍ່ອອກຈາກພະເພົາໄປຍັງຜາມບ່ອນອະພິເສກ
ພະຍາແຖນຫຼວງຈູງແຂນລູກຫຼ້ານ້ອຍມານັ່ງຮຽນພາຂວັນກ້ຳຂວານາງພະຍາລາວລຸ່ມກໍ່ຈູງແຂນນາງຄຳສົງກາແມ່ນຫຼໍ່ເຂົ້າ
ນັ່ງຮຽງລູກພະຍາແຖນຫຼວງກ້ຳຊາຍຄັນໄດ້ຍາມຫົດຍາມສົງແລ້ວກໍ່ຈູງແຂນທັງສອງເຂືອຂື້ນເທິງຫໍໃຫ້ນັ່ງເທິງກອງເງິນ
ຄຳແລ້ວກອງແກ້ວແລ້ວພາກັນຫົດສົງອະພິເສກໃຫ້ເປັນຄູ່ຜົວເມຍກັນແລ້ວສົ່ງນັ່ງຮຽງພາຂວັນໃນຜາມດັ່ງເກົ່າແຖນຍືນຜູ້
ເຖົ້າເກີດພ້ອມປະຖົມມະກັບຈິ່ງເຂົ້າຖວາຍພອນຜູກ ຜູກແຂນສອງຮາໃຫ້ມີອາຍຸຍືນໝັ້ນຄົງດອມກັນມີລູກຫຼານແຜ່ຫຼາຍ
ປານເມັດຫີນ ເມັດຊາຍສືບສ້າງເມືອງລາວລຸ່ມໃຫ້ກຸ່ງກວ້າງເຫິງນານກໍ່ມີແລ. ຄັນເລີກລາແລ້ວ ພະຍາລາວລຸ່ມ ກັບນາງ
ພະຍາ ແລະ ເສນາອາມາດເຖົ້າແກ່ລາວລຸ່ມກໍ່ຂໍໃຫ້ພະຍາແຖນສົ່ງລົງເມືອເມືອງລຸ່ມ ລູກຫຼ້ານ້ອຍຂອງພະຍາແຖນ ກັບ
ນາງຄຳສົງກາແມ່ນຫຼໍ່ກໍ່ເຂົ້າຄາຣາວະສົມມາອຳລາພະຍາແຖນພໍ່ແມ່ເຖົ້າແກ່ແຖນທັງປວງຂໍລົງເມືອສ້າງເມືອງລຸ້ມເຮັດນ້ຳ
ກິນປາເຮັດນາກິນເຂົ້າ ປັ້ນເບົ້າຫຼໍ່ຫຼອມເງິນຄຳ ພະຍາແຖນປ່າວໃຫ້ຄົນເມືອງລຸ່ມທັງປວງເກັບກວ້ານກວາດຕ້ອນເອົາຄົນ
ສັດສິ່ງຂອງຂວັນເອົາມາແຕ່ເມືອງລຸ່ມເຂົ້າມາໃນສະເພົາໃຫ້ກ້ຽງຢ່າໃຫ້ຄ້າງຄາຢູ່ເມືອງແຖນຈັກສິ່ງຈັກອັນ. ແລ້ວຈິ່ງບອກ
ແຖນຟ້າແຖນຝົນແຖນເມກວ່າຢ່າໃຫ້ຟ້າກ່ຳຢ່າໃຫ້ຝົນຕົກຢ່າໃຫ້ເມກມືດ ແລະ ບອກໃຫ້ແຖນລົມແຕ່ງລົມພັດເຮັ່ງແຖນ
ແດດໃຫ້ແຕ່ງແດດກ້າເຮັ່ງເຜົານ້ຳໃຫ້ແຫ້ງຂອດລົງພະລັນໃຫ້ທັນໃຈໂດຍດ່ວນ. ເມື່ອພະຍາລາວລຸ່ມຈັດສິ່ງຂອງຄົນສັດ
ເຂົ້າໃນສະເພົາແລ້ວ ແຖນຟ້າກໍ່ໃຫ້ຟ້າຂາວ, ແຖນຝົນກໍ່ໃຫ້ຝົນເອື້ອນ, ແຖນເມກກໍ່ໃຫ້ແຈ້ງສະຫວ່າງແຖນແດດກໍ່ໃຫ້
ແດດກ້າ, ແຖນລົມກໍ່ໃຫ້ລົມພັດ ນ້ຳກໍ່ໂຍບລົງໆ ສະເພົາກໍ່ຕ່ຳລົງໆ ນຳນ້ຳໜ້ອຍບໍ່ນານກໍ່ຈຸແຜ່ນດິນບ່ອນເປັນມຸງຄຸນບ່ອນ
ໜຶ່ງ ດິນນັ້ນຍັງອ່ອນເປັນຕົມສະເພົາກໍ່ຈົມລົງດິນເຄິ່ງໜຶ່ງພົ້ນດິນເຄິ່ງໜຶ່ງ ຄົນສັດກໍ່ຢູ່ໃນສະເພົາຈົນດິນແຂງພໍຢຽບໄດ້ຈິ່ງ
ອອກມາເອົາສັດປ່ອຍລ້ຽງໄວ້ເອົາເຂົ້າໝາກໄມ້ຜັກຫຍ້າຫົວເຜືອກມັນປູກຝັງໃຫ້ແຜ່ດອກອອກດີ ຄົນທັງຫຼາຍອາໃສກັນຢູ່
ໃນສະເພົາຫັ້ນຈົນກົກໄມ້ເຄືອໄມ້ແລະຫຍ້າໃຫຍ່ພໍແປງຕູບໄດ້ຈິ່ງແປງຕູບອອກຢູ່ຕູບໃຜມັນ ຕັ້ງເປັນບ້ານເມືອງສືບຕໍ່ກັນ
ມາເມື່ອພະຍາລາວລຸ່ມຕາຍແລ້ວຄົນທັງປວງກໍ່ຕັ້ງລູກຫຼ້ານ້ອຍຂອງພະຍາແຖນຫຼວງເປັນພະຍາຊື່ວ່າ: ພະຍາລາວຫຼົງ
ຍ້ອນວ່າສະເພົາພາລົງມາຢູ່ບ່ອນເກົ່າຫັ້ນເອງ. ແຕ່ວ່າໃຜກໍ່ຈື່ບໍ່ໄດ້ຈັກຄົນໃຜກໍ່ຫຼົງລືມໝົດປານຕາຍເກີດໃໝ່ ຊາດລາວ
ເຫຼົ່ານີ້ຈິ່ງຊື່ວ່າ: ລາວຫຼົງ ເມືອງອັນນີ້ຈິ່ງຊື່ວ່າເມືອງລາວຫຼົງ ພະຍາຜູ້ປົກຄອງເມືອງນີ້ ກໍ່ຊື່ວ່າພະຍາລາວຫຼົງ ສືບໆກັນ
ມາຮຶດຊູ່ມື້ນີ້ຊະແລ. ເຊື້ອກະສັດຂອງລາວຫຼົງນີ້ ຫາກແມ່ນເຊື້ອຊາດພະຍາລາວລຸ່ມກັບລູກຫຼ້າຊ້ອຍຂອງພະຍາແຖນ
ຫຼວງປາງນັ້ນສືບມາບໍ່ຂາດສາຍຈັ່ງຊີ້ແລ. ນາງຄຳສົງກາ ໄດ້ຊື່ວ່າຄຳສົງກາແມນຫຼໍ່ ຍ້ອນພະຍາແຖນຫຼໍ່ໃຫ້ໃໝ່ຢູ່ເມືອງ
ແຖນປານນັ້ນຫັ້ນແລ.
ສະເພົາອັນນັ້ນບໍ່ມີໃຜມ້າງເພມັນ ຢູ່ເຫິງມາໄດ້ຫຼາຍໝື່ນຫຼາຍແສນຫຼາຍລ້ານປີກໍ່ເກີດເປັນດິນເປັນຫີນເປັນພູດອຍ
ອັນງົດງາມ ແຕ່ກ່ອນຊື່ວ່າ: ພູສະເພົາ ເຫິງມາກໍ່ກາຍມາເປັນພູສະພອງຫັ້ນແລ. ສ່ວນວ່າພະຍາແຖນຫຼວງກໍ່ໃຫ້ແຖນ
ໃນເມືອງແຖນທັງປວງກວດເບິ່ງສິ່ງຂອງວ່າ ສູທັງປວງຈົ່ງກວດເບິ່ງບ້ານເມືອງຂອງຕົນໆຊູ່ບ່ອນຊູ່ແຫ່ງໃຜເຫັນສິ່ງໃດ
ອັນເປັນພະຍາ ແລະ ຄົນສັດເມືອງລຸ່ມຫຼົງລືມປະໄວ້ໃນເມືອງແຖນນີ້ຈົ່ງສົ່ງລົງໃຫ້ເໝິດກ້ຽງປອດຢ່າອຳເອົາດາຍ ເມື່ອ
ແຖນທັງປວງກວດໄປມາບໍ່ພໍ້ສິ່ງອື່ນຈັກອັນ ຍັງພໍ້ແຕ່ກອງຂີ້ຂອງຄົນສັດເມືອງລຸ່ມຂີ້ໄວ້ບໍ່ເອົາເມືອນຳແຖນທັງປວງຈິ່ງ
ຂວ່າງຂີ້ຄົນສັດ ເມືອງລຸ່ມນັ້ນລົງມາ ຂີ້ຄົນເລີຍກາຍເປັນຂວານຟ້າຜ່າໄປສູ່ແຫ່ງໃຜເຫັນມື້ໃດ, ເດືອນໃດ, ປີໃດກໍ່ແກ່ວງ
ລົງມາຍາມນັ້ນບໍ່ແລ້ວເປັນຈັກເທື່ອຮອດຊູ່ມື້ນີ້ແລ. ສ່ວນຂີ້ສັດນັ້ນແຖນກໍ່ປັດກວາດລົງມາຢູ່ບໍ່ເຊົາ ຕົກລົງນ້ຳເປັນໝາກ
ໄຄຫີນເປັນເທົາເປັນແໜອາຫານໃນນ້ຳ ຕົກລົງບົກເປັນເຫັດ ແລະ ສິ່ງເປັນອາຫານຕ່າງໆສືບມາຮອດຊູ່ມື້ນີ້ແລ. ( ຂີ້
ຄົນ-ສັດກໍ່ເກີດເປັນເງິນຄຳແກ້ວເພັດພອຍຂາງນິນ ແລະ ທອງເຫຼັກກົ່ວຊືນມາດອີກແລ).
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.