ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

     ມີສອງສ່ຽວຄູ່ໜຶ່ງເຮັດນາໃກ້ກັນແຕ່ລະມື້ແຕ່ລະວັນສອງສ່ຽວເຄີຍໄປມາ

            ຫາສູ່ກັນເປັນປົກກະຕິ.  

    ມີມື້ໜຶ່ງສ່ຽວທີ່ໜຶ່ງກຳລັງເອົາຍ່າງເອົາແຫພາດບ່າຍ່າງມຸ່ງໜ້າໄປສູ່ໜອງກາງນາ

    ກະເລີຍໄປກາຍເຮືອນສ່ຽວຜູ້ທີ່ສອງ.

  ສ່ຽວຜູ້ທີ່ສອງຮ້ອງມາໃສ່ວ່າ:  ເຮີຍ...ໄປໃສສ່ຽວ

  ສ່ຽວຜູ້ທີ່ໜຶ່ງຕອບມາໃສ່ວ່າ:  ກຳລັງຊິໄປຕຶກແຫ.

 ສ່ຽວຜູ້ທີ່ສອງເວົ້າອີກວ່າ:  ເຮົາກຳລັງມາແຕ່ຕຶກແຫໄດ້ມາຄໍ່ໃຫຍ່ 1ໂຕ ເຮົາກຳລັງຕົ້ມ

++ ສ່ຽວຜູ້ທີ່ໜຶ່ງກຳລັງຊິກ້າວຂາຍ່າງໄປສູ່ແຄມນອງເມື່ອໄດ້ຍິນວ່າສ່ຽວຕົນເອງໄດ້ປາຄໍ່

ໃຫຍ່ກະເລີຍຄິດຂີ້ຄ້ານ ແລະ ຄິດໃນໃຈວ່າ: ສ່ຽວເຮົາກຳລັງມາແຕ່ໜອງໃໝ່ໆ ສ່ຽວເຮົາ

ກວນໜອງໝົດແລ້ວຄືຊິຕຶກບໍ່ໄດ້ດອກ...ຄິດໄດ້ດັ່ງນັ້ນສ່ຽວຜູ້ທີໜຶ່ງກໍ່ກ້າວຂາຂື້ນຖຽງນາ

ຂອງສ່ງວທີ່ສອງຫວັງວ່າຈະໄດ້ກິນຕົ້ມປາຄໍ່ນຳສ່ຽວຂອງຕົນ.

  ເຮີຍສ່ຽວເຮົາບໍ່ໄປດອກເຮົາຊິນັ່ງໂສກັບສ່ຽວກ່ອນນາ ( ເປົ້າໝາຍແມ່ນຢາກກິນຕົ້ມປາຄໍ່ )

 +++ ທັງສອງສ່ຽວລົມກັນຕັ້ງດົນ...ສ່ຽວຜູ້ທີ່ສອງກະບໍ່ປົງໝໍ້ຈັກເທື່ອ...ສ່ຽວຜູ້ທີ່ໜຶ່ງກະບໍ່ເມືອ

ເຮືອນຄືກັນ...ສ່ຽວຜູ້ທີສອງກໍ່ຄິດອອກໂລດວ່າ ສ່ຽວຜູ້ທີ່ໜຶ່ງຖ້າກິນຕົ້ມປາຄໍ່ນຳເຮົາ...

ສວ່ນສ່ຽວຜູ້ທີໜຶ່ງກໍ່ຄິດອອກຄືກັນວ່າ ສ່ຽວຜູ້ທີ່ສອງບໍ່ຢາກໃຫ້ໂຕເອງກິນຕົ້ມປາຄໍ່...ກະເລີຍ

ນັ່ງລົມກັນໄປອີດບຶດໜຶ່ງ....ສ່ຽວຜູ້ທີໜຶ່ງທົນຕໍ່ການນັ່ງດົນບໍ່ໄດ້ກະເລີຍເວົ້າກັບສ່ຽວຜູ້ທີສອງ

ວ່າ:

 ເມືອກ່ອນເດີສ່ຽວ  ຄ້າງບໍ່ປົງ.

+++ສ່ຽວຜູ້ທີສອງກໍ່ຕອບຄືນວ່າ:

 ເມືອສ໋ະສ່ຽວ  ຂື້ນບໍ່ລົງ 

   ຫົວໃຫ້ແດ່...ບໍ່ມີຜູ້ໃດຫົວຊິຫົວເອງ +++

+++++++++++++++++++++++

ເລື່ອງເລົ່າຈາກຊາວບ້ານ

       

Delicious Digg Fark Twitter