ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

   ມີຄອບຄົວໜຶ່ງອາໃສຢູ່ດ້ວຍກັນ 4 ຄົນ ໃນນັນມີພໍ່,ແມ່,ລູກ ແລະ ປູ່...ແຕ່ຢູ້ໄດ້ປະມານ 2-3ປີປູ່ເລີຍຕາຍ... 

ສ່ວນຜູ້ເປັນຫຼານນ້ອຍແຕ່ລະມື້ແຕ່ລະວັນກໍ່ໄດ້ແຕ່ລຳພຶງລຳພັງຄິດຮອດປູ່...

  ມີຄືນນຶ່ງຫຼານນ້ອຍຝັນເຫັນປູ່ຂອງຕົນກຳລັງນັ່ງໜາວສັ່ນຢູ່ມາຂໍຜ້າຫົມນຳຫຼານນ້ອຍ

ເມື່ອຫຼານນ້ອຍຊວາດລຸກຂື້ນຈາກລາງຝັນກະໄປຊອກຫາຜ້າຫົ່ມຜືນນ້ອຍຜືນໜຶ່ງເພື່ອຈະຝາກ

ໃຫ້ປູ່ຂອງຕົນ...ແຕ່ບໍ່ຮູ້ວ່າຈະຝາກຜ້າຫົ່ມໃຫ້ປູ່ໄປທາງໃດ?

     ທ້າວນ້ອຍເລີຍຖາມແມ່ວ່າ:

  ທ້າວນ້ອຍ:  ແມ່...ແມ່...ປູ່ເຮົາຢູ່ໃສ?

 ແມ່:  ອ້າວປູ່ເຈົາກະຢູ່ສະຫວັນພຸ້ນເດ...

      ທ້າວນ້ອຍໄດ້ແຕ່ຄິດໃນໃຈວ່າ:  ບ໊ະ...ສະຫວັນທີ່ປູ່ຢູ່ນັນບ່ອນໃດຫວະ...

ມີຄືນໜຶ່ງທ້າວນ້ອນນອນບໍ່ຫຼັບເພາະຄິດຮອດປູ່ຢູ່ ແລະ ຈະຫາວິທີຝາກຜ້າຫົ່ມໃຫ້ປູ່ດ້ວຍວິທີໃດ

ທັນໃດນັ້ນ  ທ້າວນ້ອຍເລີຍໄດ້ຍິນພໍ່ແມ່ຂອງຕົນໂສກັນວ່າ:

 ຜູ້ເປັນເມຍ:  ເຮີຍ!  ເຮີຍ! ລູກເຮົາຄືຊິນອນຫຼັບແລ້ວເນາະເດິກປານນີ້...

 ຜູ້ເປັນຜົວ:  ກະຄືຊິຫຼັບແລ້ວລະ...

 ຜູ້ເປັນເມຍ:  ຄັນຊັ້ນເຈົ້າກະແກ້ໂສ້ງຊ້ອນອອກຕີ໋ຂ້ອຍຊິພາເຈົ້າຂື້ນສະຫວັນ...

       ເມື່ອທ້າວນ້ອຍໄດ້ຍິນຄຳວ່າ:  ຂ້ອຍຊິພາເຈົ້າຂື້ນສະຫວັນ...ທ້າວນ້ອຍກໍ່ລຸກຈາກບ່ອນນອນ

ຫອບຜ້າຫົ່ມນ້ອຍແລ່ນມາຫາພໍ່ແມ່ນອນນຳກັນແລ້ວເວົ້າວ່າ:  ພໍ່ລູກຝາກຜ້າຫົ່ມເມືອໃຫ້ປູ່ຢູ່ສະຫວັນແດ່...

55555555555555 ຫົວແດ່ເດີພີ່ນ້ອງ 55

 ເລື່ອງເລົ່າຈາກຊາວບ້ານ

Delicious Digg Fark Twitter