ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

  ຢູ່ບ້ານແຫ່ງໜຶ່ງມີສອງສ່ຽວອາໃສຢູ່ ແລະ ຮັກແພງກັນຢ່າງມີຄວາມສຸກເຮັດຫຍັງກໍ່ຊ່ວຍເຫຼືອ

ເພິ່ງພາເຊິ່ງກັນ ແລະ ກັນ...ມີມື້ໜຶ່ງສອງສ່ຽວຊວນກັນໄປອາບນ້ຳສ່ຽວ ຫຼັກ ພັດມີເງິນ 20,000 ກີບ

ຕິດຖົງໂສ້ງໄປນຳ...

 ໃນເວລາອາບນ້ຳຢູ່ນັ້ນສ່ຽວ ຫຼັກຄິດຢາກອວດສ່ຽວ ແຫຼມວ່າໂຕມີເງິນ...ສ່ຽວຫຼັກ

ກໍ່ມຸດລົງພື້ນນ້ຳດົນເຕີບໂປໂລຂື້ນມາແລ້ວເວົ້າວ່າ:

 ສ່ຽວຫຼັກ:  ສ່ຽວ...ສ່ຽວກູມຸດລົງພື້ນນ້ຳພະຍານາກເອົາເງິນໃຫ້ກູ 20,000 ກີບ...

ເມື່ອສ່ຽວຜູ້ທີ່ສອງໄດ້ຍິນແນວນັ້ນກໍ່ມຸດລົງພື້ນນ້ຳເຮັດຄືສ່ຽວຜ້ທີ່ໜຶ່ງແລ້ວເວົ້າວ່າ:

 ສ່ຽວແຫຼມ:  ສ່ຽວ...ສ່ຽວກູມຸດລົງພື້ນນ້ຳພະຍານາກບອກວ່າປັນໃຫ້ກູແດ່?...

ຈຳເປັນສ່ຽວຫຼັກຕ້ອງໄດ້ແບ່ງເງິນໂຕເອງໃຫ້ສ່ຽວແຫຼມ...

++++ຫົວໃຫ້ແດ່ພີ່ນ້ອງເອີຍ 55 ++++

ເລື່ອງເລົ່າຈາກຊາວບ້ານ

Delicious Digg Fark Twitter