ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

     ໃນບັນຍາກາດໜອງນ້ຳແຫ່ງໜຶ່ງທີ່ໃສເຢັນ ແລະ ອຸດົມສົມບູນເຊິ່ງມີປູ, ປາ, ກຸ້ງ, ຫອຍນາໆຊະນິດ

ຕ່າງກໍ່ລ້ວນແຕ່ອອກຊອກຢູ່ຫາກິນໃນຈຳນວນພວກໝູ່ສັດທັງຫຼາຍເປັນຕົ້ນກໍ່ແມ່ນໂລກຂອງສັດນ້ຳນາໆຊະນິດ.

      ຕອນເຊົ້າມື້ໜຶ່ງບ່າວປາຄໍ່ລຸກຈາກຫ້ອງນອນຂອງຕົນເຊິ່ງກໍ່ເປັນໂກນໄມ້ໃຫຍ່ຢູ່ໃຕ້ພື້ນ້ຳແຕ່ກ່ອນແລ້ວ,  ບ່າວ

ປາຄໍ່ຕື່ນຈາກຫ້ອງນອນປະມານແປດໂມງປາຍຮູ້ສຶກວ່າມື້ນີ້ຕື່ນສວາຍພໍສົມຄວນເພາະຄືນນີ້ບ່າວປາຄໍ່ເກືອບນອນ

ບໍ່ຫຼັບທັງຄືນຄິດເຫັນໃບໜ້າຜູ້ສາວທີ່ຈະມາເປັນຄູ່ຄອງກັບຕົນເອງເພາະວ່າຕົນເອງກໍ່ເປັນບ່າວໂທນມາໄດ້ຫຼາຍປີແລ້ວ

ບ່າວປາຄໍ່ອ້າປາກຫາວ  ລຸກຈາກບ່ອນນອນເຫັນແຕ່ເປົ້າລົມໄລ່ກັນສີ່ຫ້າຝອດລອຍຂື້ນສູ່ໜ້ານ້ຳ.

      ໃນບັນຍາກາດທີ່ບ່າວປາຄໍ່ກຳລັງລອຍຊົມທີວທັດທຳມະຊາດຢູ່ນັ້ນ  ບັງເອີນບ່າວປາຄໍ່ໄດ້ພໍ້ສາວປາດຸກ ເຊິ່ງຕ່າງ

ຝ່າຍກໍມາພົບພໍ້ກັນແບບບັງເອີນ  ບ່າວປາຄໍ່ກໍ່ເກີດຄິດສົນໃຈສາວປາດຸກຂື້ນທັນທີ  ເຫັນສາວປາດຸກລອຍໄປທາງ

ໃດ  ບ່າວປາຄໍ່ກໍ່ລອຍຄຽງຂ້າງສາວປາດຸກສະເໝີ  ແລະ  ສະແດງທ່າທີກິລິຍາໃສ່ສາວປາດຸກເພື່ອຢາກຜູກຂອດຮັກ

ຂອດສຳພັນ  ໂດຍທີ່ວ່າ  ບ່າວປາຄໍ່ກຳລັງຈະອ້າປາກເວົ້າທັນໃດນັ້ນ  ສາວປາດຸກກໍ່ເວົ້າຂື້ນໂລດວ່າ:

  ສາວປາດຸກ:

      ອ້າຍນີ້  ສັງມາໂພດກະດໍ້                                  ແນວປາຄໍ່ບໍ່ງາມເຫຼືອ

ແມ່ນເຈົ້າມາແຕ່ທາງໃດ                                       ໃຫ້ຕ່າວເມືອເດີທາງນັ້ນ

ຢ່າຊິມາເຝືອຜັ້ນ                                                   ເຂົ້າຫານາງເປັນຕາໜ່າຍ

ເບິ່ງຕົນຕົວກໍ່ຂີ້ຮ້າຍ                                             ບໍ່ສົມແທ້ເນື້ອມ່ອມນາງ

      ຫຼຽວເບິ່ງແມ໋  ຮູບຮ່າງນ້ອງ                             ຜີວຜຸດຜ່ອງງາມສະດຸດ

ສຸດກ້ຽງງາມໃນຕາ                                               ບໍ່ແມ່ນຫາທາງເວົ້າ

ອັນນີ້ມີເກັດກາກ                                                 ຄືຕົວຊາຍບໍ່ສົມຍິ່ງ

ເປັນມິ່ງຄອງຄູ່ນ້ອງ                                              ບໍ່ໝາຍຊ້ອນດອກມ່ອມຊາຍ  ອ້າຍເອີຍ

      ບ່າວປາຄໍ່ໄດ້ຟັງສາວປາດຸກເວົ້າແນວນັ້ນ  ກ່ອນບ່າວປາຄໍ່ຈະລອຍໜີຈາກສາວປາດຸກ  ບ່າວປາຄໍ່ກໍ່ກ່າວຕອບ

ສາວປາດຸກຢ່າງສຸພາບ  ເຊິ່ງຕ່າງກໍ່ບໍ່ໃຫ້ກຽດຜູ້ໃດ  ເພາະທັງສອງກໍ່ບໍ່ທັນໄດ້ຮູ້ລົດຊາດຂອງຄຳວ່າ:  ຮັກ  ມາກ່ອນ

ແລ້ວບ່າວປາຄໍ່ກໍ່ເວົ້າວ່າ:

  ບ່າວປາຄໍ່:

      ນ້ອງນີ້  ສັງມາໂພດກະດໍ້                                 ຍ້ອງວ່າໂຕງາມເຫຼືອ

ນ້ອງນີ້ແນວນາມໃດ                                             ຈິ່ງໄລ່ລາກັນເວັ້ນ

ອ້າຍມາເຫັນມ່ອມນາງນ້ອງ                                 ຢາກລອງຈາຖາມຂ່າວ

ເບິ່ງຕົວສາວແຮ່ງຂີ້ຮ້າຍ                                      ບໍ່ຫຼຽວເບື້ອງຝ່າຍໂຕ

      ເຈົ້າວ່າ  ຜີສຜ່ອງໂກ້                                      ຮູບຮ່າງນ້ອງງາມເຫຼືອ

ຈັກເບິ່ງໂຕແນວໃດ                                             ບໍ່ລ່ຳແຍງພໍດີ້

ເນື້ອບໍ່ມີຫຍັງຫຸ້ມ                                                 ຊຸມເຂົາເຫັນເປັນຕາໜ່າຍ

ຍັງເວີ່ນເລາະທ່ຽວຫຼິ້ນ                                          ເປືອຍໂປ້ແບບບໍ່ອາຍ  ນ້ອງເອີຍ

      ເມື່ອບ່າວປາຄໍ່ເວົ້າສຸດຄວາມແລ້ວ  ສາວປາດຸກກໍ່ບໍ່ຮູ້ຈະເຮັດແນວໃດໄດ້ແຕ່ມືນຕາເຮັດໂຈ່ໂລ່  ສ່ວນບ່າວປ່ຄໍ່

ກໍ່ຍູທາງລອຍຊົມທຳມະຊາດຢ່າງເບີກບານມ່ວນຊື່ນ.

    ນີ້ລະທ່ານເອີຍ:  ກ່ອນຈະເວົ້າຫຍັງອອກມາກ່ອນອື່ນໝົດກໍ່ຄວນເບິ່ງໂຕເອງເສຍກ່ອນ.

 

ຖອດເປັນຄຳຮ້ອຍກອງ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ

Delicious Digg Fark Twitter