ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ຈາກ­ປຶ້ມ "ປວັດ­ສາດ­ຊົນ­ຊາດ­ລາວ" ດຣ. ສີທຸຍ ສຸວັນນະ­ສີ ໄດ້ອະ­ທິບາຍເຖິງ ເຊື້ອສາຍກະ­ສັດ­ຂຸນ­ບູລົມ 
ທີ່­ລົງ­ມາ­ສ້າງ ຫລື ມາຍາດແຍ່ງ­ອານາ­ຈັກເກົ່າ­ຂອງ­ພວກ­ຂອມ ແລະ­ ກາຍ­ມາເປັນປະ­ເທດໃຫຍ່ໆ­ ໃນ­ພາກ­ພື້ນ 
ອາ­ຊີຕາເວັນ­ອອກສ່ຽງໃຕ້ ໄວ້ວ່າດັ່ງ­ນີ້: 

"ຂຸນ­ບູລົມໄດ້­ມາ­ສ້າງເມືອງແຖງ ເມືອງແຖນ ຫລື ດຽນ­ບຽນ­ຟູ - ຢູ່­ວຽດ­ນາມ ດຽວນີ້. 
ຂຸນ­ບູລົມ ແມ່ນເຊື້ອກະ­ສັດ­ລາວໜອງແສ ຫລື ນ່ານເຈົ້າ ທີ່­ມີຄວາມປຣີຊາ­ສາມາດ ໃນດ້ານ­ການທະ­ຫານ 
ການ­ທູດ ແລະ­ ການເມືອງ-ການ­ປົກ­ຄອງ ແລະ­ ມີສາຍ­ຕາເຫັນ­ການໄກໃນອະ­ນາ­ຄົດ. 
ພຣະ­ອົງໄດ້­ສົ່ງໂອຣົດ 7 ຄົນ ອອກໄປສ້າງ­ອານາ­ຈັກຕ່າງໆ­ ເປັນ­ການຂຍາຍເຂດນ້ໍາແດນ­ດິນ­ຂອງນ່ານເຈົ້າ 
ຫລື ອານາ­ຈັກ­ໜອງແສ ໃຫ້ກວ້າງໃຫຍ່ໄພສານ­ອອກໄປ. ລູກ­ຊາຍ­ທັງ 7 ຄົນ­ທີ່­ຂຸນ­ບູລົມ ສົ່ງ­ອອກໄປ ແລະ­ 
ປົກ­ຄອງເມືອງໃດແດ່­ນັ້ນ ມີດັ່ງ­ນີ້: 
1- ຂຸນ­ລໍ ເປັນ­ລູກ­ຊາຍ­ຂຸນ­ບູລົມ ຜູ້­ທີ່­ນຶ່ງ ໄດ້­ລົງ­ມາ­ສ້າງ ເມືອງ­ຊວາ ຫລື ຊຽງ­ດົງ ຊຽງ­ທອງ ຊຶ່ງ­ປັດ­ຈຸບັນ­ນີ້ 
ກໍແມ່ນນະ­ຄອນຫລວງພຣະ­ບາງ­ນັ້ນເອງ. (ຫລວງພຣະ­ບາງໄດ້­ກາຍເປັນເມືອງ­ມໍຣະ­ດົກໂລກຢ່າງ­ບໍ່­ມີບັນ­ຫາ) 
2- ຍີ່­ຜາ­ລ້ານ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສອງ ໄດ້­ລົງ­ມາ­ສ້າງ ເມືອງ­ຫໍແຕ ຫລື ສິບ­ສອງ­ພັນ­ນາ. 
3- ສາມ­ຈູ່­ສົງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສາມ ໄດ້­ລົງ­ມາ­ສ້າງເມືອງປະ­ຄັນ ຄືເຂດ­ຫົວພັນ­ທັງຫ້າ ທັງ­ຫົກ ໃນ­ດິນແດນ 
ວຽດ­ນາມ­ດຽວນີ້. 
4- ໄສຜົງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສີ່ ໄດ້­ລົງ­ມາ­ສ້າງ ເມືອງລ້ານ­ນາ ອັນ­ມີນະ­ຄອນ­ຊຽງໃໝ່ ເປັນ­ຣາ­ຊທານີ ຫລື 
ເມືອງຫລວງ. 
5- ງົວອິນ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີຫ້າ ໄດ້­ລົງ­ມາ­ສ້າງ ອໂຍທະ­ຍາ ຊຶ່ງ­ຕໍ່­ມາ ເປັນສຍາມ ແລະ­ ໄທຍLAND 
ໃນເວລາ­ຕໍ່­ມາ. 
6- ລົກ­ຈົກ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີຫົກ ໄດ້­ລົງ­ມາ­ສ້າງ ເມືອງ­ມອນ ຫົງ­ສາ ເອີ້ນໃນເວລານັ້ນ ວ່າ "ອິນທະ­ປັດ" 
ໃນ­ດິນແດນມ່ຽນ­ມາ ດຽວນີ້ ແມ່ນ­ອານາ­ຈັກໄທໃຫຍ່. 
7- ເຈັດເຈື່ອງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີເຈັດ ໄດ້­ລົງ­ມາ­ສ້າງ ເມືອງ­ພວນ ຊຽງ­ຂວາງ ເອີ້ນວ່າ ແຄວ້ນ­ພວນ 
ສືບ­ມາ. 
ນີ້ແມ່ນ­ຕອນ­ທໍາອິດ ຫລື ຕອນ­ຕົ້ນໆ­ ຂອງ­ການ­ສົ່ງ­ລູກ­ທັງ 7 ຂອງ­ຂຸນ­ບູລົມ ອອກໄປຍຶດ­ຄອງ ຫລືສ້າງ­ສາ 
ໃນເຂດແຄວ້ນຕ່າງໆ­ ແລະ­ ເມື່ອມາ­ຮອດທ້ອງ­ສັຕວັດ­ທີ 13 ຂອງ ຄ.ສ. ແລ້ວ ພວກ­ຊົນ­ຊາດ­ລາວເຫລົ່ານີ້ 
ກໍໄດ້ປະ­ກອບເປັນ­ຣັດ­ອິສຣະ­ໃຫຍ່ 4 ຣັດດ້ວຍ­ກັນ ດັ່ງ­ນີ້: 

1/ ອານາ­ຈັກລ້ານຊ້າງ ມີເມືອງຫລວງ­ຢູ່ ນະ­ຄອນ­ສີສັຕນາກຄນະ­ຫຸດ 

2/ ອານາ­ຈັກລ້ານ­ນາ ມີເມືອງຫລວງ­ຢູ່ ນະ­ຄອນ­ຊຽງໃໝ່ 

3/ ອານາ­ຈັກ ສຸໂຂໄທ - ລ້ານເພັຽ ມີເມືອງຫລວງ­ຢູ່ ສຸໂຂໄທ 

4/ ອານາ­ຈັກ ອະ­ຍຸທຍາ ຫລື ອະ­ໂຍທະ­ຍາ - ລ້ານເພັຽ ມີເມືອງຫລວງ­ຢູ່­ທີ່ ອະ­ຍຸທຍາ ນັ້ນເອງ. 

ມາ­ຮອດ­ປີ ພ.ສ. 1900 ຫລືປີ ຄ.ສ. 1357 ອານາ­ຈັກອະ­ຍຸທຍາ ໄດ້ໂຮມເອົາອານາ­ຈັກ­ສຸໂຂໄທ ເຂົ້າເປັນ 
ອັນ­ດຽວກັນ ແລະ­ກາຍ­ມາເປັນ ອານາ­ຈັກສຍາມ. 
ຄວາມເຕີບໃຫຍ່ຂອງ­ຊົນ­ຊາດ­ລາວໃນ 3 ອານາ­ຈັກ ຄື ອານາ­ຈັກລ້ານຊ້າງ, ອານາ­ຈັກລ້ານ­ນາ ແລະ­ 
ອານາ­ຈັກສຍາມ ນີ້ ກໍໄດ້­ດໍາເນີນ­ມາເປັນ­ລໍາດັບ ແລະ­ໃຫຍ່­ຂຶ້ນໄປເລື້ອຍໆ­. ອານາ­ຈັກ­ລາວລ້ານ­ນາ, 
ອານາ­ຈັກ­ລາວລ້ານຊ້າງ ແລະ­ ອານາ­ຈັກສຍາມ ລ້ວນແຕ່­ມີກະ­ສັດ­ປົກ­ຄອງ ສືບເຊື້ອມາ­ຈາກ­ລູກ­ຊາຍ­ຂອງ 
ຂຸນ­ບູລົມ ແຫ່ງເມືອງແຖນ ວົງຕະ­ກຸນແຫ່ງນ່ານເຈົ້າ ຫລື ອານາ­ຈັກ­ລາວໜອງແສ ດ້ວຍ­ກັນ­ທັງ­ນັ້ນ. 

ອານາ­ຈັກ­ລາວລ້ານ­ນາ ແມ່ນ­ຄົນ­ລາວທີ່­ລົງ­ມາ­ຕັ້ງ­ຖິ່ນ­ຖານໃນ­ດິນແດນແຫ່ງ­ນັ້ນກ່ອນ­ໝູ່ ລາວພວກ­ນີ້ເອີ້ນ­ຊື່ 
ຕົນເອງວ່າ ລາວ ຫື ລາວຈົກ ມາ­ຕັ້ງແຕ່­ປີ ຄ.ສ. 638 ພຸ້ນ ແລະ­ ມີປວັດ­ສາດ­ຄວາມຈເຣີນ­ຮຸ່ງເຮືອງ 
ຍາວນານ­ມາ ມີກະ­ສັດ­ສືບ­ຕໍ່­ວົງຕະ­ກຸນ­ກັນ­ມາເຖິງ 24 ກະ­ສັດ. ນັບ­ຈາກ­ລາວຈົກ ຫລື ລາວຈັກ­ຣາດ ປີ 
ຄ.ສ. 1246 ແລະ­ ຈາກ ເມັງ­ຣາຍ ຫາ­ສໄມ­ນາງພຣະ­ຍາ­ຣາ­ຊເທວີ ຄ.ສ. 1564 ມີຜູ້ຄອງ ອານາ­ຈັກ­ລາວ 
ລ້ານ­ນາ ໃນ­ວົງຕະ­ກຸນເມັງ­ຣາຍເຖິງ 20 ກະ­ສັດ. 

ສ່ວນ­ອານາ­ຈັກສຍາມ ທີ່ຮວມເອົາອະ­ຍຸທຍາ ແລະ­ ອານາ­ຈັກ­ສຸໂຂໄທເຂົ້າກັນ­ນັ້ນເປັນ­ອານາ­ຈັກ­ຂອງ­ຊົນເຊື້ອ 
ຊາດ­ລາວທີ່­ມີອານາເຂດ­ຕິດ­ກັບນ້ໍາ­ທະ­ເລ ມີທາງ­ຕິດ­ຕໍ່­ກັບປະ­ເທດຕ່າງໆ­ທາງທະ­ເລ ອອກ­ສູ່ມະ­ຫາ­ສມຸດ 
ມີການ­ຕິດ­ຕໍ່­ກັບກະ­ແສແຫ່ງ­ຄວາມ­ສີວິໄລຂອງໂລກ ມາ­ຈາກແຫ່ງ­ອື່ນ­ທາງມະ­ຫາ­ສມຸດ ກວ່າ ອານາ­ຈັກ 
ລາວລ້ານຊ້າງ ແລະ­ ອານາ­ຈັກ­ລາວລ້ານ­ນາ ຈຶ່ງ­ມີຄວາມ­ຮຸ່ງເຮືອງແລະ­ແຂງແຮງ­ກວ່າອານາ­ຈັກ­ຊົນ­ຊາດ­ລາວ 
ອື່ນໆ­. ດ້ວຍ­ຄວາມຈເຣີນ­ຮຸ່ງເຮືອງ­ດັ່ງກ່າວມານັ້ນ ໃນ­ປີ ຄ.ສ. 1779 ພວກ­ລາວລ້ານເພັຽ (ສຍາມ) ຊຶ່ງ 
ຕົ້ນ­ຕໍແຫ່ງ­ຣາ­ຊວົງ­ມາ­ຈາກເຊື້ອສາຍກະ­ສັດ­ໜອງແສດັ່ງ­ດຽວກັນ­ກັບ ລ້ານຊ້າງ ແລະ­ ລ້ານ­ນາ, ຈຶ່ງໄດ້ເຮັດ 
ສົງ­ຄາມຂຍາຍ­ດິນແດ­ນ­ອານາເຂດ­ຂອງ­ຕົນ ໂດຍ­ການ­ຍົກ­ທັບ­ມາ­ຕີອານາ­ຈັກ­ລາວລ້ານຊ້າງ ທໍາ­ລາຍ 
ອານາ­ຈັກ­ລາວລ້ານຊ້າງ­ຈົນ­ໝູ່ນ ປຸ້ນ­ຈີ້­ຊັບ­ສິນ ດິນແດນ ແລະ­ ປະ­ຫັດປະ­ຫານ­ຊາວລາວລ້ານຊ້າງ…" 
(ທາງ­ທິດໃຕ້ ອານາ­ຈັກສຍາມ ກໍໄດ້ຂຍາຍ­ດິນແດນ­ລົງໄປ ຍຶດເອົາ ອານາ­ຈັກ ປັດ­ຕານີ - ປັກໃຕ້ ຂອງ 
ໄທຍLAND ໃນ­ທຸກ­ວັນ­ນີ້ - ຜູ້­ນໍາ­ສເນີ) "ການ­ສົງ­ຄາມ­ຄັ້ງ­ນີ້ ເປັນ­ສົງ­ຄາມ­ຢຶດ­ຄອງ ບໍ່ແມ່ນ­ການທ້ອນໂຮມ 
ຊົນ­ຊາດ­ລາວທີ່ເຄີຍ­ສູ້ ຕ້ານ­ຢັນ­ສັດຕຣູຮຸກ­ຮານ ແບບ­ທີ່ເຄີຍເປັນ­ມາ­ຕັ້ງ 5000 ກວ່າ­ປີ. ອາດຈະ­ເປັນເພາະ­ວ່າ 
ໃນເວລານັ້ນ­ການ­ສຶກ­ສາ ແລະ­ ຄນະ­ທີ່­ປຶກ­ສາ ພ້ອມ­ນາຍທະ­ຫານໃນ­ຣາ­ຊສໍານັກ­ຂອງສຍາມເປັນ­ຊາວຕະ­ເວັນ­ຕົກ 
ຜູ້­ບໍ່­ຮູ້ຄວາມເປັນ­ມາແຫ່ງ­ສາຍເຊື້ອຊາດ­ລາວແຕ່­ບູຮານນະ­ການ ແຕ່­ມີອໍານາດໃນ­ການ­ບົ່ງ­ການ­ສົງ­ຄາມ ເໝືອນ 
ສົງ­ຄາມລ່າເມືອງ­ຂຶ້ນ­ທີ່­ຊາວ ເອີຣົບ ຫລື ຢູໂຣບ ໄດ້ໄປຍຶດ­ຄອງໃນ­ຂົງເຂດ ອາ­ຊີ ອາ­ຟຣີກາ ໃນກ່ອນໜ້ານັ້ນ." 

ໃນ­ພາກ­ນີ້ ດຣ. ສີທຸຍ ສຸວັນນະ­ສີ ໄດ້ສລູບໄວ້ວ່າ: " ຈົນເຖິງເວລານີ້ ອໍານາດຕ່າງປະ­ເທດ­ບໍ່­ມີອີກແລ້ວ 
ແຕ່ຄວາມ­ບາດ­ໝາງ ຄວາມເສັຽໃຈ ທີ່ໄດ້ສ້າງ­ຂຶ້ນ­ກັບ­ຊາວລາວ ແລະ­ ອານາ­ຈັກ­ລາວລ້ານຊ້າງ (ລວມເຖິງ 
ອານາ­ຈັກ­ລາວລ້ານ­ນາ - ຜູ້­ນໍາ­ສເນີ) ມາແລ້ວນັ້ນ ຍັງ­ບໍ່­ທັນຈະ­ຈົບ­ສິ້ນ ໃນ­ສາຍ­ພົວພັນລະ­ຫວ່າງ­ສອງ­ອານາ­ຈັກ 
ນີ້ເທື່ອ" 

………………………………………………………… 

ຄັດ­ຈາກ­ປຶ້ມ "ປວັດ­ສາດ­ຊົນ­ຊາດ­ລາວ 

ໂດຍ: ອ. ທ້າວ

Delicious Digg Fark Twitter