ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 1      ຂະໜານຕອບວັນນະຄະດີຊັ້ນ ມ4

1.  ວັນນະຄະດີລາວປັດຈຸບັນກຳເນີດ ແລະ ຂະຫຍາຍຕົວຜ່ານຈັກໄລຍະ, ຄືໄລຍະໃດແດ່? ຈົ່ງ

    ອະທິບາຍ.

2.  ໄລຍະແຕ່ປີ 1893 – 1954 ມີບົດວັນນະຄະດີປະເພດໃດແດ່? ນັກຂຽນສະໝັກຫຼິ້ນໄລຍະນີ້ມີໃຜແດ່?

3.  ໄລຍະແຕ່ປີ 1955 – 1975 ວັນນະຄະດີລາວຂະຫຍາຕົວຄືແນວໃດ? ບັນດານັກປະພັນນັກກະວີປະຕິ

    ວັດມີໃຜແດ່?

4.  ໄລຍະແຕ່ປີ 1976 ເປັນຕົ້ນມາວັນນະຄະດີລາວມີການຂະຫຍາຍຕົວຄືແນວໃດ? ບັນດານັກຂຽນຮຸ່ນໃໝ່

    ມີໃຜແດ່?

ຕອບຄຳຖາມບົດທີ 1

  1.  ວັນນະຄະດີປັດຈຸບັນກໍາເນີດ ແລະ ຂະຫຍາຍຕົວຜ່ານ 3 ໄລຍະທີ່ແຕກຕ່າງກັນຄື:
  •  ໄລຍະທີ 1 ແຕ່ປີ 1983 – 1954 ວັນນະຄະດີໄລຍະນີ້ໄດ້ກໍາເນີດ ແລະ ຂະຫຍາຍຕົວຕາມ

ສອງກະແສຄື: ກະແສວັນນະຄະດີທີ່ມີລັກສະນະລອກແບບຈາກວັນນະຄະດີຝຣັ່ງ ແລະ ກະແສ

ວັນນະຄະດີຮັກຊາດ.

  •  ໄລຍະທີ 2 ແຕ່ປີ 1955 – 1975 ວັນນະຄະດີໄລຍະນີ້ກຳເນີດ ແລະ ຂະຫຍາຍຕົວຢູ່ສອງ

ເຂດຄື: ເຂດສັດຕູຄວບຄຸມຊົ່ວຄາວ ແລະ ເຂດປົດປ່ອຍ.

  • ໄລຍະທີ 3 ແຕ່ປີ 1976 ເຖິງປັດຈຸບັນວັນນະຄະດີໄລຍະນີ້ກຳເນີດ ແລະ ຂະຫຍາຍຕົວບົນພື້ນ

ຖານການປົກປັກຮັກສາ, ການຟື້ນຟູ ແລະ ການກໍ່ສ້າງປະເທດຊາດ.

2. ໄລຍະທີ 1 ແຕ່ປີ 1983 – 1954 ມີບົດວັນນະຄະດີພະພຸດທະຮູບສັກສິດ, ບົດລະຄະອນບ້າຍົດ,

ບາບໄລ່ເວນທັນ, ບົດເພງຈຳປາເມືອງລາວ, ບົດເລື່ອງຄອຍລະນຶກທາງຫຼັງຄອຍລະວັງທາງໜ້າ ແລະ

ບົດເພງປະເທດລາວ. ຢູ່ໃນໄລຍະນີ້ບໍ່ມີນັກຂຽນສະໝັກຫຼິ້ນ.

3.  ໄລຍະທີ 2 ແຕ່ປີ 1955 – 1975 ວັນນະຄະດີຂະຫຍາຍຕົວຢູ່ສອງເຂດຄື: ວັນນະຄະດີເຂດຄວບ

ຄຸມຊົ່ວຄາວຂອງສັດຕູ ແລະ ວັນນະຄະດີເຂດປົດປ່ອຍ.

  • ວັນນະຄະດີເຂດຄວບຄຸມຊົ່ວຄາວຂອງສັດຕູມີສອງກະແສຄື: ວັນນະຄະດີສັດຈະທັດວິຈານ ແລະ

ວັນນະຄະດີທີ່ມີລັກສະນະເພີນຈິດ.

  • ວັນນະຄະດີເຂດປົດປ່ອຍຂະຫຍາຍຕົວສູງໃນລະດັບສູງ ແລະ ສ່ອງແສງຢ່າງກ້ວາງຂວາງນັບ

ທັງວັນນະຄະດີປະເພດຄຳຮ້ອຍກອງ ແລະ ຄຳຮ້ອຍແກ້ວ.

   ບັນດານັກປະພັນ, ນັກກະວີປະຕິວັດມີ: ທ່ານ ພູມີ ວົງວິຈິດ, ສີສະນະ ສີສານ, ອຸດຕະມະ

ຈຸນລະມະນີ, ໂສມສີ ເດຊາຄຳພູ, ຄຳມາ ພົມກອງ, ຄຳລຽງ ພົນເສນາ ແລະ ສຸວັນທອນ ບຸບ

ຜານຸວົງ.

4.    ໄລຍະປີ 1976 ເຖິງປັດຈຸບັນວັນນະຄະດີໄລຍະນີກຳເນີດ ແລະ ຂະຫຍາຍຕົວ ບົນພື້ນຖານການ

ປົກປັກຮັກສາ, ການຟື້ນຟູ ແລະ ການສ້າງສາປະເທດຊາດ, ພັກ ແລະ ລັດອຳນວຍຄວາມສະດວກ

ໃຫ້ຜູ້ສະຫງວນມັກການປະດິດແຕ່ງວັນນະຄະດີ.

   ວັນນະຄະດີໄລຍະນີ້ ມີວັນນະຄະດີຄໍາຮ້ອຍແກ້ວ ແລະ ຮ້ອຍກອງຂະຫຍາຍຕົວໄປພ້ອມໆ ກັນ

ພິເສດແມ່ນນະວະນິຍາຍຂະຫຍາຍຕົວແຮງກວ່າໝູ່.

  • ບັນດານັກຂຽນຮຸ່ນໃໝ່ມີ: ທອງຄຳ ອ່ອນມະນີສອນ, ພ. ພວງສະບາ, ທອງເສີຍ ໂຄດວົງສາ,

ອຸທິນ ບຸນຍາວົງ ແລະ ຜູ້ອື່ນໆ.

 

Delicious Digg Fark Twitter