ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 7        ຂະໜານຕອບວັນນະຄະດີຊັ້ນ ມ4

  1. ສະພາບ​ການ​ປະຫວັດສາດ​ຝຣັ່ງສະຕະວັດ​ທີ XVIII ​ໄດ້​ສົງ​ຜົນ​ສະທ້ອນ​ແນ​ວໃດ​ຕໍ່​ວັນນະຄະດີ​ເພີນ​

ຈິດແລະ ສັດຈະ​ທັດ​ວິຈານ​ຂອງຝຣັ່ງ?

2.  ​ໃນ​ທ້າຍ​ສະຕະວັດ​ທີ XVIII ​ແລະ​ ຕົ້ນສະຕະວັດ​ທີ XIX ສະພາບ​ວັນນະຄະດີ​ຝຣັ່ງ​ເປັນ​ແນວ​ໃດ?

3. ເນື້​ອ​ໃນ​ບົດ​ປະພັນ ຜູ້​ທຸກ​ຈົນ ​ເວົ້າ​ເຖິງ​ຫຍັງ? ຕົວ​ລະຄອນ​ຊັງ​ວານ​ຊັງ ມີ​ຊີວິດ​ຄື​ແນວ​ໃດ?

4. ຕາບ​ໃດ​ຍັງ​ມີ​ຄວາມທຸກ​ຈົນ​ຢູ່​ໃນ​ໂລກ​ນີ້, ນະວະນິຍາຍ ​ຜູ້​ທຸກ​ຈົນ ກໍ່​ຍັງ​ມີ​ຄຸນຄ່າ​ຢູ. ຈົ່ງ​ໃຫ້​ຄຳ​ເຫັນ​ຕໍ່

ຄຳ​ເວົ້າດັ່ງກ່າວ.

5. ຕອນ ບັນຫາ​ນ້ຳ​ທີ່​ເມືອງ​ມົງ​ແຟກ​ໄມ ​ເນື້ອ​ໃນ​ເວົ້າ​ເຖິງ​ຫຍັງ?

6.  ກີ​ເດີ​ໂມ​ປັດ​ຊັງ​ເກີດ​ເມື່ອ​ໃດ? ​ແລະ ຢູ່​ໃສ?

7. ​ໃນ​ເລື່ອງ ​ເອ້​ເພດ ນັກ​ປະພັນ​ໄດ້​ເວົ້າ​ເຖິງ​ຫຍັງ​ແດ່​?

8. ​ໃນ​ເລື່ອງ ​ເອ້​ເພດ ຕົວ​ລະຄອນ​ຊົວ​ແລນ ​ເປັນ​ຕົວ​ລະຄອນ​ແນວ​ໃດ?

ຕອບຄຳຖາມບົດທີ 7

  1. ສະພາບ​ປະຫວັດສາດ​ຂອງຝຣັ່ງ​ໄດ້​ສົ່ງ​ຜົນ​ສະທ້ອນ​ໃຫ້​ວັນນະຄະດີ​ຝຣັ່ງ​ເກີດ​ມີ​ສອງຂະ​ບວນການ​ປະ

ດິດ​ແຕ່ງ​ຄື: ຂະ​ບວນການ​ເພີນ​ຈິດ​ຫຍໍ້​ທໍ້ ​ແລະ ​ເພີນ​ຈິດ​ກ້າວໜ້າ. ພວກ​ເພີນ​ຈິດ​ຫຍໍ້​ທໍ້​ແມ່ນ​ພວກ​ຢາກ

ຟື້ນ​ຟູ​ລະບອບ​ສັກ​ດີ​ນາ​ທີ່​ຖື​ກ​ໂຄ່ນ​ລົ້ມ​ໄປ​ນັ້ນ​ໃຫ້​ກັບ​ຄືນ​ມາ​ອີກ, ສ່ວນ​ພວກ​ເພີນ​ຈິດ​ກ້າວໜ້າ​ແມ່ນ​ພວກ

ທີ່​ໃຝ່ຝັນ​ຫາ​ອະນາຄົດ​ທີ່​ດີກ​ວ່າ​ເກົ່າ ​ແລະ ຕ້ານ​ຄືນ​ການ​ຖອຍ​ຄືນ​ຫຼັງ.

2.  ​ໃນທ້າຍ​ສະຕະວັດ​ທີ XVIII ​ແລະ​ ຕົ້ນສະຕະວັດ​ທີ XIX ສະພາບ​ວັນນະຄະດີ​ຝຣັ່ງ​​ມີ​ການ​ຂະຫຍາຍ

ຕົວ​ແຮງ​ໂດຍ​ສະ​ເພາະ​ແມ່ນ​ລັດທິ​ສັດຈະ​ທັ​ດວິຈານ ​ແລະ ​ໄດ້​ສົມທົບ​ກັບ​ສັດຈະ​ທັດ​ເພີນ​ຈິດ​ກ້າວໜ້າ

ຕ້ານ​ກັບ​ເພີນ​ຈິດ​ຫຍໍ້​ທໍ້.

3.  ​ເນື້ອ​ໃນ​ຂອງ​ນະວະນິຍາຍ ( ຜູ້​ທຸກ​ຈົນ ) ​ແມ່ນ​ສ່ອງ​ແສງ​ເຖິງ​ສັງຄົມ​ຝຣັ່ງ​ໃນ​ສະ​ໃໝ​ນັ້ນຢ່າງ​ກວ້າງ

ຂວາງ ​ໂດຍສະ​ເພາະ​ແມ່ນ​ນຳ​ໃຈ​ມະນຸດສະທຳ​ອັນ​ສູງ​ສົ່ງ​ຂອງ​ຜູ້​ທຸກ​ຈົນ​ໂດຍ​ຜ່ານ​ຕົວ​ລະຄອນ​ຊັງ​ວານ

ຊັງ, ກົງກັນຂ້າມ​ເລື່ອງ​ຍັງ​ກ່າວ​ປະນາມ​ຄວາມ​ຊົ່ວ​ຊ້າ​ອະທຳ​ຂອງ​ພວກ​ທີ່​ມີ​ອຳນາດ​ໂດຍ​ຜ່ານ​ຕົວ​ລະ

ຄອນ​ຊາ​ແວ.

4.  ຕາບ​ໃດ​ຍັງ​ມີ​ຄວາມທຸກ​ຈົນ​ຢູ່​ບົນ​ໂລກ​ນີ້, ນະວະນິຍາຍ​ຜູ້​ທຸກ​ຈົນ ຍັງ​ມີ​ຄຸນຄ່າ​ຢູ່, ນັ້ນກໍ່​ເພາະວ່າ: ນະ

ວະ​ນິຍາຍ​ມີ​ລັກສະນະ​ເພີນ​ຈິດ​ກ້າວ​ໜ້າ ​ແລະ ​ໃສ່​ອງ​ແສງ​ສັງຄົມ​ຝຣັ່ງ​ໃນ​ສະ​ໃໝ​ນັ້ນ​ໄດ້​ຢ່າງ​ກວ້າງ

ຂວາງ ​ແລະ ​ເລິກ​ເຊິ່ງ.

5.  ​ເນື້ອ​ໃນ​ຕອນ​ຄັດ ບັນຫາ​ນ້ຳ​ທີ່​ເມືອງ​ມົງ​ແຟກ​ໄມ ​ເນື້ອ​ໃນ​ເວົ້າ​ເຖິງ​ຄວາມ​ທຸ​ຍາກ​ລຳບາກ​ຂອງ​ໂກ​ແຊັດ

ທີ່​ຕົກ​ເປັນ​ທາດ​ຮັບ​ໃຊ້​ໃຫ້​ແກ່​ຄອບຄົວ​ເຕນາກ​ດີ​​​ເອທີ່​ໂຫດຮ້າຍ, ສອງຜົວ​ເມຍ​ຍັງ​ບັງຄັບ​ໃຫ້​ໂກ​ແຊັດ

ຮັບ​ໃຊ້​ທຸກ​ຢ່າງ ​ແລະ ​ໄຮ້​ມະນຸດສະທຳ, ການ​ຄ້າຂາຍ​ຫງາຍ​ມື​ຂອງ​ພວກ​ເຂົາ ​ແມ່ນ​ບົນ​ຄວາມທຸກ

ຍາກ​ລຳບາກ​ຂອງ​ໂກ​ແຊັດ.

6.  ກີເດີ​ໂມ​ປັດ​ຊັງ​ເກີດ​ເມື່ອ​ວັນ​ທີ 5/8/1850 ​ໃກ້​ເມືອງ​ດຽບ​ເປີ, ​ແຂວງ​ກັອກ​ມັງ​ດີ​ຢູ່​ພາກ​ເໜືອ​ຂອງ​ປະ

​ເທ​ດຝຣັ່ງ.

7.  ​ໃນ​ເລື່ອງ ​ເອ້​ເພດ ນັກ​ປະພັນ​ຢາກ​ຕັກ​ເຕືອນ ​ແລະ ສັ່ງສອນ​ໃຫ້​ຄົນ​ທັງຫຼາຍ​ຮູ້​ກ່ຽວ​ກັບ​ຄວາມ​ທະ​ເຍີ້

ທະຍານ​ຂອງ​ຄົນ​ເຮົາ​ໃນ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ ຍ່ອມ​ຈະ​ນຳ​ໄປ​ສູ່​ຄວາມທຸກ​ທໍລະມານ.

8.  ​ໃນ​ເລື່ອງ ​ເອ້​ເພດ ຕົວ​ລະຄອນ​ຊົວ​ແລນ ​ເປັນ​ຄົນ​ຕັກ​ທຸກ​ໄດ້​ຍາກ​ຍ້ອນ​ການ​ກະທຳ​ຈາກ​ແນວ​ຄິດ​ທີ່

ອວດອົ່ງ​ທະ​ນົງ​ຕົວ​ເກີນ​ໄປ.

Delicious Digg Fark Twitter