ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຕັບມີຄວາມສຳຄັນຕໍ່ຮ່າງກາຍຂອງຄົນເຮົາ ຄືແນວໃດ?
 

 

ພາບປະກອບທາງອິນເຕີເນັດ

 

ເມື່ອເອີ່ຍເຖິງຕັບ ຫຼາຍຄົນກໍມີຄວາມຮູ້ສຶກຮ້ອນໆໜາວໆ ໂດຍສະເພາະນັກດື່ມເຫຼົ້າທັງຫຼາຍ ທີ່ຖືກຂະໜານນາມວ່າ: ຄໍທອງແດງ ນັ້ນ ຄວນງ່ຽງຫູຟັງ ຫຼື ບໍ່ ກໍອ່ານຂໍ້ຄວາມນີ້ ຈະເປັນການດີ ມີສະຕິໃນການກິນດື່ມຕໍ່ໄປ ເພື່ອອະນາຄົດຂອງຕົນເອງ.

ຕັບ ເປັນອະໄວຍະວະທີ່ມີຄວາມສຳຄັນທີ່ສຸດ ແຕ່ບາງຄົນກໍບໍ່ຄ່ອຍສົນໃຈປານໃດ ມັນເປັນອະໄວຍະວະພາຍໃນ ເຊິ່ງໃຫຍ່ທີ່ສຸດຂອງຮ່າງກາຍ ມີນ້ຳໜັກປະມານ 2 ກິໂລ ໂດຍມີໂຄງສ້າງທີ່ສະຫຼັບສັບຊ້ອນ ຕາມທຳມະຊາດ ສ້າງມາຢ່າງມີສິລະປະທີ່ສຸດ ມັນປຽບດັ່ງໂຮງງານສານເຄມີ ທີ່ມີຊີວິດ ຮ່າງກາຍຂອງຄົນເຮົາ ຖ້າປາສະຈາກຕັບ ກໍຢູ່ບໍ່ໄດ້ ເຊັ່ນ: ຄົນທີ່ເປັນພະຍາດຕັບແຂງ ຖ້າຕັບເສື່ອມສະມັດຖະພາບໝົດ ກໍຕາຍທຸກໆຄົນນັ້ນລະບໍ່ ຕ້ອງເຖິງຂັ້ນມະເຮັງຕັບ ກໍຕ້ອງໄປກ່ອນແລ້ວ.

ຕັບປະຕິບັດໜ້າທີ່ຫຍຸ້ງຍາກລຳບາກໃຫ້ແກ່ຮ່າງກາຍໄດ້ຫຼາຍຢ່າງເຊັ່ນ:

1. ເຮັດໜ້າທີ່ປ່ຽນແປງໂຄງສ້າງ ຂອງສານເຄມີຕ່າງໆໃນຮ່າງກາຍ ຕະຫຼອດຈົນປົວພະຍາດ ທີ່ເຂົ້າໄປໃນຮ່າງກາຍ ຊຶ່ງຕ້ອງຜ່ານຕັບທັງນັ້ນ.

2. ເຮັດໜ້າທີ່ຫຼຸດຜ່ອນພິດ ຫຼື ທຳລາຍພິດຂອງສານຕ່າງໆ ທີ່ເຂົ້າໄປໃນຮ່າງກາຍ.

3. ສ້າງພູມຄຸ້ມກັນ (ແອນຕີ ບໍດີ).

4. ເປັນບ່ອນມ້ຽນສຳຮອງເລືອດໃຫ້ຮ່າງກາຍ.

5. ຜະລິດສານທີ່ເຮັດໃຫ້ເລືອດແຂງຕົວ ບໍ່ດັ່ງນັ້ນ ຖ້າມີບາດແຜແລ້ວ ເລືອດຈະອອກມາບໍ່ຍອມຢຸດ.

6. ເປັນບ່ອນສະສົມ ວິຕະມິນບາງຢ່າງໃນຮ່າງກາຍ ເຊັ່ນ: ວິຕາມິນເອ ແລະ ວິຕາມິນດີ.

7. ເປັນບ່ອນສະສົມສານອາຫານ ປະເພດພວກຄາໂບໄຮເດຣດ ທີ່ລະລາຍແລ້ວ ໂດຍປ່ຽນໃຫ້ເປັນໄກຼໂກເຢັນ (Glycogen) ແລະ ມ້ຽນໄວ້ໃນຕັບ.

8. ຜະລິດເອນໄຊຫຼາຍຊະນິດ.

9. ຜະລິດໂຄຼເລສເຕີຣອນ.

10. ຜະລິດນ້ຳບີ ຊຶ່ງມີໜ້າທີ່ສຳຄັນ ໃນການຍ່ອຍອາຫານ.

ປະເພດໄຂມັນ ນ້ຳບີນີ້ເອົາໄປມ້ຽນໄວ້ໃນຖົງບີ ຊຶ່ງອາດຈະເຮັດໃຫ້ມີຄວາມເຂັ້ມຂຸ້ນຫຼາຍຂຶ້ນເຖິງ 10 ເທົ່າ.

ຄວາມສຳຄັນຂອງຕັບ ຊຶ່ງກ່າວມານີ້ ຈະເຫັນໄດ້ວ່າ ຕັບຂອງຄົນເຮົານີ້ ເຮັດວຽກໜັກຫຼາຍ ເປັນອະໄວຍະວະມະຫັດສະຈັນ ພິເສດ ຊຶ່ງມັນທັງທຳລາຍພິດ ຫຼື ທຳລາຍຂອງເປື້ອນຂອງບໍ່ດີຕ່າງໆ ທີ່ເຂົ້າໄປຮ່າງກາຍກໍຍັງໄດ້ ແຕ່ຖ້າພິດຫຼາຍເກີນໄປ ຕັບກໍລຳບາກຄືກັນ ໂດຍສະເພາະ ການທຳລາຍພິດເຫຼົ້າ ເປັນຕົ້ນ ບາງຄົນໃຊ້ຕັບທຳລາຍພິດເຫຼົ້າຢູ່ຫຼາຍປີ ແລະ ບໍ່ມີການສ້ອມບຳລຸງເລີຍ ແຊນຕ່າງໆຂອງຕັບກໍຕາຍໄປ ຈົນກາຍເປັນຕັບແຂງ ໂດຍທີ່ພວກເຮົາຮ້ອງກັນວ່າ: ກິນເຫຼົ້າຈົນຕັບແຂງ ... ດັ່ງນັ້ນ ທາງທີ່ດີ ເພື່ອໃຫ້ຊີວິດຍືນຍາວນານ ຄວນຊ່ວຍຕັບ ດ້ວຍການບໍ່ດື່ມເຫຼົ້າ ແລະ ຊອກອາຫານດີໆກິນ ເພື່ອບຳລຸງຕັບ ຈະເປັນການຊ່ວຍຕັບ ໃນການເຮັດວຽກອີກດ້ວຍ.