ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ແມ່ຄົນໜຶ່ງ ມີລູກສາວທີ່ໄດ້ແຕ່່ງງານແລ້ວ ສອງສາມເດືອນແລະອອກເຮືອນໄປຢູ່ກັບຜົວ
ຜູ້ເປັນແມ່ຄິດອອກໄດ້ຢາກຈະໄປຢາມລູກສາວຂອງຕົນພໍໄປເຖິງເຮືອນລູກສາວ
ກໍ່ເຫັນລູກຍ່າງເປືອຍກາຍຢູ່ໃນເຮືອນໂດຍບໍ່ໄດ້ສວມໃສ່ເສື້ອຜ້າຈັກຊິ້ນເລີຍແມ່ສົງໃສກໍ່ເລີຍຖາມລູກວ່າ

"ເປັນຫຍັງຈຶ່ງປະໂປ້ຢູ່ແບບນີ້ລະລູກ?"ທາງລູກສາວກໍ່ຫັນມາຍິ້ມໃຫ້ແມ່ແລະຕອບວ່າ

"ນີ້ເປັນເສື້ອຜ້າແຫ່ງຄວາມຮັກຂອງລູກນະແມ່"

"ອໍ...ຫວາ..."ແມ່ອຸທອນ

ທາງຜູ້ເປັນແມ່ກັບເມືອຮອດເຮືອນກໍ່ເລີ່ມຮຽນແບບລູກສາວໂດຍການເປືອຍກາຍແລ້ວຍ່າງໄປມາພາຍໃນເຮືອນ
ພໍຜູ້ເປັນຜົວເຫັນກໍ່ແປກໃຈຈຶ່ງຖາມທາງເມຍວ່າ"ເປັນຫຍັງເຈົ້າຈຶ່ງແກ້ຜ້າແບບນີ້?"

ຜູ້ເປັນເມຍກໍ່ຕອບດ້ວຍໜ້າຊື່ນຕາບານວ່າ"ນີ້ຂ້ອຍກຳລັງໃສ່ເສື້ອຜ້າແຫ່ງຄວາມຮັກທີ່ຮັກ!"

ຜູ້ເປັນຜົວກໍ່ເຫລືອກຕາເບິ່ງ ແລ້ວເວົ້າວ່າ"ຫວາເທື່ອໜ້າຈະໃສ່ກະຮູ້ຈັກລີດແດ່ກໍ່ດີ"5555555555555

Delicious Digg Fark Twitter