ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 18, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ໃນຕອນແລງມື້ໝຶ່ງ ຢູ່ທີ່ຫໍກາງແຄມຂອງ ບັນດາຜູ້ຄົນ-ທັງໜຸ່ມສາວ-ເຖົ້າແກ່ ພາກັນມາອອກກຳລັງກາຍ 

ເຕັ້ນແອໂຣບິກກັນ...

ເມື່ອສຽງເພງດັງຂຶ້ນ ທຸກຄົນກໍພາກັນເຕັ້ນອອກກຳລັງກາຍ ຢ່າງສະໜຸກສະໜານ...

ທັງຍົກແຂນ-ຍົກຂາໄປຕາມຈັງຫວະສຽງເພງ ເພື່ອບໍລິຫານທຸກສັດສ່ວນ ຂອງຮ່າງກາຍ...

     ທັນໃດນັ້ງ ກໍມີສຽງໂທລະສັບເມຍຖືດັງຂຶ້ນ ດັງຂຶ້ນຢູ່ກອງຜ້າເຊັດໜ້າ ສຽງໂທລະສັບດັ່ງກ່າວ

ເຮັດໃຫ້ບັນຍາກາດການເຕັ້ນແອໂຣບິກຢຸດສະຫງັບ ທຸກຄົນພາກັນສົ່ງສາຕາຈັບຈ້ອງໄປ

ໃສ່ສຽງໂທລະສັບ ທີ່ວາງຢູ່ກອງຜ້າເຊັດໜ້ານັ້ນ ຫລັງຈາກດັງບໍ່ພໍນາທີ ສຽງນັ້ນກໍມິດໄປ


ຫລັງຈາກນັ້ນ ສຽງເພງໃນຈັງຫວະຮີບຮ້ອນກໍເລີ່ມຂຶ້ນອີກ...ທຸກຄົນກໍພາກັນເຕັ້ນຄືເກົ່າ

ຫລັງຈາກເຕັ້ນບໍ່ພໍເທົ່າໃດນາທີ ສຽງໂທລະສັບທີ່ວາງຢູ່ກອງຜ້າເຊັດໜ້ານັ້ນ ກໍດັງຂຶ້ນອີກ

ເຮັດໃຫ້ບັນຍາກາດການເຕັ້ນຕ້ອງຢຸດສະຫງັບອີກຄັ້ງ  ຕໍ່ມາຈຶ່ງມີຊາຍໄວກາງຄົນ ຢ່າງເຂົ້າໄປຮັບໂທລະສັບ

ດ້ວຍທ່າທາງເກງອົກ-ເກງໃຈ ... "ຮາໂລ! ສີ່ເອົາຫຍັງເນາະ...?"

ແຫວນເພັດບໍ...    " OK ໄດ້ກັບເມືອຊິຊື້ໃຫ້ " ມີຫຍັງອີກບໍ່?

ໂມງຣ່າໂດ້ ລຸ້ນແພງທີ່ສຸດບໍ?   "" ເອີ! ໄດ້ຊິຊື້ໃຫ້" ທໍ່ນີ້ເດີ້! ຊິເຕັ້ນແອໂຮບິກຕໍ່" ຮື! ແມ່ນຫຍັງເກາະ...ຊິເອົາຫຍັງອີກບໍ່..?

ລົດວິໂກ້ບໍ...?     ໄດ້ຊິຊື້ໃຫ້ເດີ!

ລະຢ່າໂທມາກວນອີກເດີ້...ຊິອອກກຳລັງກາຍຕໍ່...


ໝົດທຸກຄົນທີ່ເຕັ້ນແອໂຣບິກຢູ່ຫໍກາງພາກັນຫລຽວເບິ່ງໜ້າຊາຍທີ່ຮັບໂທລະສັບຄົນນັ້ນ...

"ເຈົ້າຄືໃຈດີເອົາແທ້-ເອົາວ່າ ແທ້...!"  ຄົນທັກທ້ວງ

ເຈົ້າຊື້ທັງລົດ-ທັງແຫວນເພັດ ແລະໂມງໃຫ້ເມຍ ຂ້ອຍຢາກໃຫ້ເປັນຜົວຂ້ອຍເດ້...ຂ້ອຍຊິ...ພຸ້ນນະ...

ເຈົ້າບໍ່ເສຍດາຍເງີນບໍ...?

ບໍ່! ບໍ່ເສຍດາຍດອກ...!

ເປັນຫຍັງຈຶ່ງບໍ່ເສຍດາຍ...?

ອັນນີ້ ມັນບໍ່ແມ່ນໂທລະສັບຂອງຂ້ອຍ...ຂ້ອຍມາຮັບແທນເຂົາຊື່ໆ... 555

 

 

Delicious Digg Fark Twitter