ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 

ຈີນໄດ້​ຮ່ວມ​ກັບ​ບັນດາ​ປະ​ເທດ​ມະຫາ​ອໍານາດຂອງ​ໂລກ ​ໃນ​ການເຕືອນ ​ເກົາຫລີ​ເໜືອ

ວ່າ​ ເຂົາ​ເຈົ້າ​ຈະ​ບໍ່​ອົດທົນ​ຕໍ່ການ​ເກາະ​ຜິດ​​​ໃດໆຕື່ມ​ອີກ ຫລັງ​ຈາກການ​ສົ່ງ​ຈະ​ຫລວດ​ທີ່

ຫລົ້ມ​ແຫລວ​ ຂອງ​ປະ​ເທ​ດທີ່ຢູ່​ໂດດດ່ຽວ​ ​​ແຫ່ງ​ນັ້ນ ​ໃນອາ​ທິດ​ແລ້ວ​ນີ້.

ລັດຖະມົນ​ຕີການ​ຕ່າງປະ​ເທດສະຫະລັດ ທ່​ານນາງ Hillary Clinton ກ່າວ​ໃນ​ຕອນ​​

ແລງ​ວັນ​ຈັນ​ ທີ່ນະຄອນຫລວງ Brasillia ຂ​​​ອງ​ບຣາຊິ​ລ ວ່າບັນດາສະມາຊິກສະພາ​

ຄວາມ​ໝັ້ນ​ຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຮ່ວມ​ທັງ​ຈີນນໍາ ​ໄດ້​ເຫັນ​ພ້ອມ​ນໍາ​ກັນ​

“​ໃຫ້​ມີ​ຜົນ​ສະທ້ອນຕິດຕາມ​ມາ​ຕື່ມ​ອີກ” ​ໃນ​ກໍລະນີ​ທີ່ມີ​ການ​ຫາເລື້ອງ​ເກາະ​ຜິດຂື້ນ​ມາ

ອີກໂດຍ​ເກົາ ຫລີ​ເໜືອນັ້ນ. ພາບຖ່າຍ​ຈາກ​ດາວ​ທຽ​ມຫວ່າງໝໍ່​ໆ​ມາ​ນີ້ ສະ​ແດງ​​ໃຫ້​

ເຫັນ​ວ່າ ພຽງ​ຢາງ ອາດ​ກໍາລັງ​ກຽມ​ທໍາການ​ທົດ​ລອງອາວຸດນີວ​ເຄລຍ​ໃຕ້​ດີ​ນ.

ສື່​ມວນ​ຊົນ​ທີ່​ຄວບຄຸ​ມ​ໂດຍລັດຖະບານ​ຈີນ ກໍ​ໄດ້​ສະ​ແດງ​ຮ່ອງ​ຮອຍ​​ໃຫ້​ເຫັນ​ເຖິງຄວາມ​

ງຸດ​ງິດ​ໃຈ​ນໍາພຽງ​ຢາງ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈີນ​ໄດ້​ເອົາ​ບາດ​ກ້າວ “ທີ່​ແຈ່ມ​ແຈ້ງ​ໃນ​

ການ​ປະ​ນາມ” ​ພັນທະ​ມິດ​ອັນ​ຍາວ​ນານ​ ​ຂອງ​ຕົນນັ້ນ ​ເວລາ​ຈີນ​​ໃຫ້ການສະໜັບ

ສະໜຸນ​ແກ່ຖະ​ແຫລ​ງການ​ຂອງ ສະພາ​​ຄວາມ​ໝັ້ນຄົງອົງການສະຫະ​ປະຊາ​ຊາດ 

ທີ່ປະນາມ​ການ​ສົ່ງ​ຈະ​ຫລວດຂອງ​ເກົາຫລີ​ເໜືອ​ນັ້ນ.

ໜັງ​ສື​ພີ​ມ Global Times ທີ່​ຄວບ​ຄຸມ​ໂດ​ຍພັກ​ຄອມ​ມີ​ວນິສຈີນ ກ່າວ​​ໃນ​ວັນ​ອັງຄານ​

ນີ້​ວ່າ ​ບໍ່​ຄວນປ່ອຍ​ໃຫ້ພຽງຢາງເຂົ້າ​ໃຈ​ຜິດ ​ຄິດ​ວ່າຕົນ​ສາມາດ​ທີ່​ຈະ​ເມີນ​ເສີຍ​ຕໍ່ຄວາມ​

ປາດ​ຖະໜາ​ຂອງປັກ​ກິ່ງ​ໄດ້ ​ໂດຍທີ່​ຈະ​ບໍ່ໄດ້​ຮັບ​ການ​ລົງ​ໂທດ​ໃດໆ. ໝັງ​ສື​ພິມ​ກ່າວ​ອີກ

ວ່າ ​ເກົາຫລີ​ເໜືອຈະ​ໄດ້​ຮັບ​ໄຊ້​ໂທດ​ກໍາ ​ຖ້າ​ຫາກ​​ພະຍາຍາມຈະລັກ​ພານະ​ໂຍບາຍ​ຈີນ

ກ່ຽວ​ກັບ ເກົາ​ຫລີ​ເໜືອ​ນັ້ນ.

Delicious Digg Fark Twitter