ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2013 | ມີ 16 ຄຳເຫັນ ແລະ 0 trackback(s)
ຂ່າວຍົນຕົກຫຼ້າສຸດ

ຖ້ຽວບິນ QV301/
16OCT ຂອງການບິນລາວທີ່ເດິນທາງຈາກວຽງຈັນ ໃນເວລາ 14:45 ນາທີ ແລະຄາດວ່າຈະເຖິງປາກເຊໃນເວລາ 15:55 ນາທີ ໄດ້ເສຍການຄວບຄຸມການບິນ ເນື່ອງຈາກພາຍຸໄຕ້ຝຸ່ນ ເຮັດໃຫ້ຍົນລຳດັ່ງກ່າວທີ່ມີຜູ້ໂດຍສານພ້ອມດ້ວຍພະນັກງານ ຕົກລົງສູ່ແມ່ນ້ຳຂອງ ບໍລິເວນ ດອນເຂາະ (ແຖວບ້ານສະພ່າຍ) ເມືອງປາກເຊ ແຂວງຈຳປາສັກ ເຮັດໃຫ້ຍົນລຳດັ່ງກ່າວຈົມລົງສູ່ພື້ນແມ່ນ້ຳຂອງ. ຝ່າຍເຈົ້າໜ້າທີ່ກູ້ໄພພ້ອມດ້ວຍປະຊາຊົນບໍລິເວນດັ່ງກ່າວໄດ້ຊ່ວຍກັນຂຸ້ນຂ້ຽວຊ່ວຍເຫຼືອຢ່າງໄວວາ ແຕ່ດ້ວຍເຫດທີ່ສະພາບອາກາດບໍ່ອຳນວຍ ແລະຍົນລຳດັ່ງກ່າວໄດ້ຈົມລົງພື້ນແລ້ວ ຈຶ່ງບໍ່ສາມາດຊ່ວຍຫຍັງໄດ້ຫຼາຍ.
ຜູ້ໂດຍສານໃນຍົນລຳດັ່ງກ່າວມີ 43 ຄົນ, ໃນນັ້ນ ມີຄົນລາວ 17 ຄົນ, ອົດສະຕາລີ 5 ຄົນ, ເກົາຫຼີ 3 ຄົນ, ໄທ 5 ຄົນ, ຝຣັ່ງ 7 ຄົນ, ຈີນ 1 ຄົນ, ໄຕ້ຫວັນ 1 ຄົນ, ການາດາ 1 ຄົນ, ມາເລເຊຍ 1 ຄົນ, ຫວຽດນາມ 2 ຄົນ ແລະ ອາເມລິກາ 1 ຄົນ.
ຂ່າວຫຼ້າສຸດຢ່າງບໍ່ເປັນທາງການວ່
າ ສາມາດເກັບກູ້ສົບຜູ້ໂດຍສານທີ່ເສຍຊີວິດໄດ້ແລ້ວຈຳນວນໜຶ່ງ ແລະພາວະນາວ່າຈະຍັງມີຜູ້ລອດຊີວິດ ພ້ອມດຽວກັນນີ້ກໍຕ້ອງຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ໄປຍັງຍາດພີ່ນ້ອງຜູ້ປະສົບເຄາະຮ້າ
ຍຄັ້ງຍິ່ງໃຫຍ່ນີ້ດ້ວຍ.
Delicious Digg Fark Twitter