ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນປະເທດທີ່ມີຝະຫລັ່ງດັງໂມຫລາຍໆ ມີການເຊື່ອເລື່ອງຝືນທຳມະຊາດ ຫລື ຝືນຜີ ຝືນເທບ ທີ່ແຕກຕ່າງກັນ.

- ລາງສາສະໜາຫ້າມການຄຸມກຳເນີດ

- ລາງສາສະໜາຫ້າມການປ່ຽນ ຫລື ໃສ່ເລືອດຕື່ມ 

ໃນປະເທດດັ່ງກ່າວ ມີກໍລະນີໜຶ່ງ ຄອບຄົວມົ້ງອົບພະຍົບ ມີລູກຊາຍອາຍຸສິບປາຍປີ ຂາເປ້ຍ ມາແຕ່ເກີດ. ເຈົ້າໜ້າທີ່ສະຫວັດດີການສັງຄົມ ໄດ້ປຶກສາທ່ານໝໍ ແລະ ຂໍໃຫ້ພໍ່ແມ່ເດັກນ້ອຍຊາຍ ຜູ້ນັ້ນ ອະນຸຍາດໃຫ້ປາດແປງຂາລາວ ໂດຍພໍ່ແມ່ ບໍ່ຕ້ອງເສຍເງິນຄ່າປິ່ນປົວ. ຫລັງຈາກປາດແລ້ວ ເດັກນ້ອຍຊາຍຜູ້ນັ້ນຊິຢືນໄດ້ ໂດຍໃຊ້ໄມ້ຄ້ຳແຂນນຳ. ແຕ່ພໍ່ແມ່ ບໍ່ຍອມ, ຈົນຕ້ອງໄດ້ຂຶ້ນສານ. ເວລາຢູ່ໃນສານ ພໍ່ແມ່ຊາຍຂາເປ້ຍ ກໍ່ໄດ້ເສັ້ນໄຫວ້ ຂໍຮ້ອງນຳຜີ ນຳເທບ ວ່າການຝືນທຳມະຊາດ ຫລືຝືນຜີ ຝືນເທບ ນີ້ ພວກເພິ່ນບໍ່ເຫັນດີນຳ, ຖ້າຜີ ຖ້າເທບ ຊິລົງໂທດ ຂໍໃຫ້ລົງໂທດ ພວກທ່ານໝໍ ຫົວໜ້າສານ ພະນັກງານພຸ້ນ.
Delicious Digg Fark Twitter