ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2023 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍຄົນຄິດວ່າ ການຍ່າງເຂົ້າສູ່ປະຕູວິວາ” ຄືຄວາມສຳເລັດ ແລະ ຄວາມສົມຫວັງໃນຄວາມຮັກຂອງຄູ່ບ່າວສາວ ເພາະວ່າກວ່າຈະມາເຖິງມື້ນີ້ ເຂົາເຈົ້າໄດ້ຜ່ານຜ່າອຸປະສັກນາໆປະການ.

ຊີວິດຮັກຕອນເປັນບ່າວສາວ

      ເວລາເລີ່ມຮັກກັນໃໝ່ໆ ທັງສອງກໍພະຍາຍາມສະແດງບົດບາດຂອງຕົນໃຫ້ດີທີ່ສຸດ ເພື່ອໃຫ້ພາບພົດອອກມາຖືກອົກຖືກໃຈຂອງກັນແລະກັນ. ເຄື່ອງນຸ່ງແນວໃດງາມ, ເຄື່ອງສຳອາງແນວໃດຄັກ ກໍພາກັນຊື້ມາໃຊ້ໂດຍບໍ່ສົນລາຄາ ໃນຂະນະດຽວກັນ ຄຳເວົ້າຄຳວ່າຕ່າງໆລ້ວນແຕ່ຖືກໄຕ່ຕອງດີແລ້ວ ຈິ່ງເວົ້າອອກມາ. ຕະຫຼອດໄລຍະເວລາດັ່ງກ່າວ ເກືອບວ່າບໍ່ເຄີຍໄດ້ຍິນຄຳຮ້າຍຄຳດ່າຫຍາບຄາຍແຕ່ປະການໃດຈາກປາກຂອງຄົນຮັກ ມີແຕ່ຄຳເວົ້າມ່ວນຊວນຟັງຢ່າງບໍ່ຮູ້ເບື່ອ.

ເວລາຜ່ານໄປ ຄວາມຮັກທີ່ແສນຈະກືນກິນກໍເລີ່ມເປັນລາຍຕ່າງ. ຄວາມສະເໜ່ຫາ ແລະ ຄວາມຫຼົງໄຫຼໃນຮູບໃນສຽງຂອງຄົນທີ່ຕົນເອງເອີ້ນວ່າ “ແຟນ” ກໍຫຼຸດໜ້ອຍຖອຍລົງ. ຄົນທີ່ຕົນເອງຄິດວ່າ ຮັກສຸດໃຈ ແລະ ຈະຍອມມອບກາຍຖວາຍຊີວິດນຳນັ້ນ ມັນກັບບໍ່ແມ່ນສາແລ້ວ. ແນວຄິດຢາກຕີຕົວອອກຫ່າງ ແລະ ຢາກຊອກຫາຄົນໃໝ່ກໍເລີ່ມເກີດຂື້ນ. ຖ້າຫາກຕ່າງຝ່າຍຕ່າງເຕັມໃຈແຍກທາງມັນກະດີຢູ່ດອກ ແຕ່ຝ່າຍໜຶ່ງຢາກເລີກ ຝ່າຍໜຶ່ງພັດບໍ່ຢາກເລີກຫັ້ນຕີມັນມີບັນຫາ. ບາງຄູ່ເລີກກັນໄປຫຼາຍປີກັບມາຫາກັນໃໝ່ກະມີ, ບາງຄູ່ຖືກຄົນອື່ນມາຢາດເອົາແຟນໂຕເອງກະມີ ຫຼື ບາງຄູ່ຈັ່ງແມ່ນກະໂຕແຟນເຮົານັ້ນຫຼາຍໃຈຫາຫຼີ້ນໃໝ່ໄປເລີຍກະມີ.  ຍິ່ງຮັກຫຼາຍ ກໍຍິ່ງເຈັບຫຼາຍ ຈົນເຮັດໃຫ້ບາງຄົນຕັດສິນໃຈບໍ່ສ້າງຄອບຄົວຕະຫຼອດຊີວິດເລີຍກໍມີ.  ລາງຄົນໂຊກດີ ສາມາດນຳກັບຄືນມາກໍໄຄແດ່.

ບາງຄູ່ຕົກລົງປົງໃຈເດີນທາງນຳກັນແລ້ວ ພັດມາແຍກກັນກາງທາງ ດ້ວຍເຫດຜົນໃນຕົວ ແລະ ນອກຕົວ. ແຕ່ກະຊິບໍ່ມີຫຍັງໜ້າເສົ້າ ແລະ ຫົດຫູ່ໄປກວ່າ ບາງຄູ່ຍັງແຕ່ສອງສາມມື້ຈະເຂົ້າພາຂວັນ ເຈົ້າສາວ ຫຼື ເຈົ້າບ່າວພັດກັບມາເສຍຊີວິດກະທັນຫັນ. ງານວິວາມະຫາມຸງຄຸນຕ້ອງປ່ຽນເປັນງານເຮືອນດີ ທີ່ເຕັມໄປດ້ວຍຄວາມໂສກເສົ້າ ແລະ ເສຍໃຈຂອງຄົນຮັກ ແລະ ຍາດພີ່ນ້ອງ. ນີ້ຄືເຫດຜົນທີ່ຜູ້ເຖົ້າຜູ້ແກ່ເພິ່ນຫ້າມ ວາທີເຈົ້າບ່າວ ແລະ ເຈົ້າສາວອອກຈາກເຮືອນສອງສາມມື້ກ່ອນແຕ່ງດອງໂດຍບໍ່ຈຳເປັນ. ດ້ວຍເຫດນີ້ແຫຼະ ຫຼາຍຄົນຈິ່ງຄິດວ່າ “ປະຕູວິວາ ຄື ປະຕູໄຊ” ຂອງຄູ່ບ່າວສາວ.

ງານວິວາມະຫາມຸງຄຸນ

      ການແຕ່ງດອງຕາມກົດໝາຍ ກໍຄືການຈົດທະບຽນສົມລົດຢ່າງສົມບູນ ພາຍຫຼັງການຕົກລົງປົງໃຈຂອງຄູ່ບ່າວສາວ ແລະ ຄວາມເຫັນດີຂອງພໍ່ແມ່ທັງສອງ. ແຕ່ຕາມຮີດຄອງປະເພນີ ຄົນລາວສ່ວນຫຼາຍມັກຈັດພິທີການສູ່ຂໍ ແລະ ແຕ່ງດອງກັນຢ່າງຄັກແນ່ ເພື່ອເປັນສິລິມຸງຄຸນແກ່ຄູ່ສ້າງຄອບຄົວໃໝ່.

      ພິທີການແຕ່ງດອງຈັດຂື້ນຕາມກຳລັງແຮງເງິນຂອງແຕ່ລະຄູ່. ຜູ້ເພິ່ນມີແດ່ ກໍຈັດງານຢ່າງໃຫຍ່ໂຕມະໂຫຖານ ໃຫ້ສົມຖານະຂອງຕົນເອງ ສ່ວນໄທເຮົາເຈົ້າຂ້ອຍກໍຈັດງານພໍແລ້ວຕາມຮີດຄອງ. ບໍ່ວ່າຈະເຮັດໃຫຍ່ຫຼືນ້ອຍ ພິທີການແຕ່ງດອງກໍເຮັດຄົບຖ້ວນເຊັ່ນດຽວກັນ. ນອກນັ້ນ ກໍຍັງມີການຄຳໂອວາດ ພ້ອມທັງຝາກຝັງນຳເພື່ອນມິດໃຫ້ເບິ່ງແຍງ ແລະ ຊ່ວຍເຫຼືອຄູ່ສ້າງຄອບຄົວໃໝ່ອີກ. ທຸກຄົນມາໃນງານຕ່າງກໍສະແດງຄວາມຍິນດີ ແລະ ອວຍພອນຢ່າງເຕັມທີ່ ຈົນເຈົ້າບ່າວເຈົ້າສາວຍີ້ມຈົນບໍ່ມີຍາມຫຸບແຂ້ວ. ເມື່ອງານດອງສຳເລັດລົງ ທຸກຄົນຕ່າງກໍເຊື່ອວ່າ ຄູ່ສ້າງຄອບຄົວໃໝ່ຈະຮັກກັນໄປຈົນເຖົ້າຈົນແກ່ ເປັນຜົວແກ້ວເມຍທິບ ຜົວຫຍິບເມຍແສ່ວ ຜົວຄ້ຳເມຍຄູນ ຜົວຮັ່ງເມຍມີ ສົມດັ່ງຄຳອວຍພອນ.

ຊີວິດຮັກຫຼັງການແຕ່ງດອງ

ຊີວິດຄູ່ ຫຼັງປະຕູວິວາອາດຈະບໍ່ງົດງາມ ແລະ ລາບລື່ນ ຄືກັບສິ່ງທີ່ຫຼາຍຄົນຈິນຕະນາການໄວ້.  ຊີວິດຮັກໃນຄາວເປັນແຟນ ກັບຊີວິດຮັກໃນຄວາມເປັນຜົວເມຍຕ່າງກັນຢ່າງໜ້າມືກັບຫຼັງມື. ບັນຫາພາຍໃນ ແລະ ພາຍນອກເກີດຂື້ນຕະຫຼອດ ເຊິ່ງທັງສອງຕ້ອງຊ່ວຍກັນແກ້ ບໍ່ແມ່ນປະໃຫ້ຝ່າຍໃດຝ່າຍໜຶ່ງແກ້ພຽງຄົນດຽວ. ບໍ່ວ່າອຸປະສັກຈະຫຍຸ້ງຍາກປານໃດ ກໍສາມາດຜ່ານມາໄດ້ ຖ້າຫາກສອງຜົວເມຍຮ່ວມແຮງຮ່ວມໃຈກັນ ຄືກັບຄຳໝັ້ນສັນຍາທີ່ໃຫ້ກ່ອນມື້ແຕ່ງ.  ສະນັ້ນ ປະຕູວິວາຈະເປັນ ປະຕູສະຫວັນ ຫຼື ປະຕູນະລົກ ຂື້ນກັບການຕັດສິນໃຈຂອງຄົນສອງຄົນ.

ຄົນແຕ່ງດອງແລ້ວມີຄວາມສຸກກໍຫຼາຍ ແຕ່ຄົນທີ່ແຕ່ງດອງແລ້ວທຸກກວ່າຕອນບໍ່ທັນແຕ່ງກໍບໍ່ອຶດເຊັ່ນດຽວກັນ. ບາງຄົນຈົນຖືກໝູ່ເວົ້າໃຫ້ວ່າ ຕອນບໍ່ທັນແຕ່ງທັງຮ້ອງທັງໄຫ້ ບາດແຕ່ງດອງແລ້ວທັງໄຫ້ທັງຮ້ອງ. ເຈົ້າອາດຈະຕົກໃຈເມື່ອຮູ້ວ່າ ຄົນທີ່ເປັນຜົວ-ເປັນເມຍໃນຕອນນີ້ ອາດຈະບໍ່ແມ່ນຄົນຄົນດຽວທີ່ເປັນແຟນຂອງເຈົ້າກໍເປັນໄດ້. ຮ່າງກາຍ ແລະ ຈິດໃຈຂອງຄົນເຮົາປ່ຽນແປງໄປຕາມການເວລາ ແລະ ສະພາບແວດລ້ອມ. ເມື່ອຢູ່ໃນສະພາບແວດລ້ອມທີ່ບໍ່ດີ ຊີວິດກໍຈະປະເຊີນກັບບັນຫາຫຼາຍຂື້ນ.

ບັນຫາເສດຖະກິດ ກໍເປັນບັນຫາໜຶ່ງທີ່ສົ່ງຜົນກະທົບຕໍ່ຊີວິດຄູ່. ບາງຄົນໂຊກດີ ພໍ່ແມ່ມີທຶນມີຮອນໄວ້ໃຫ້ ແຕ່ບາງຄົນຊີວິດຄູ່ຕ້ອງເລີ່ມຈາກສູນ. ຊີວິດຕ້ອງດີ້ນລົນສຸດຂີດກວ່າຈະໄດ້ເງິນມາລ້ຽງຄອບຄົວ. ເວລາບໍ່ມີເງິນ ຄວາມງຸດງິດໃນໃຈກໍເກີດຂື້ນ ແລະ ເກີດຜິດຖຽງກັນກໍມີ. ບາງຄົນເຖິງຂັ້ນຕັ້ງຄະຕິເຕື່ອນໃຈວ່າ ຫ້າມຜິດຖຽງກັນຕອນບໍ່ມີເງິນ.

ບັນຫາສັງຄົມ ກໍເປັນບັນຫາໜຶ່ງທີ່ສຳຄັນບໍ່ໜ້ອຍໄປກວ່າບັນຫາເສດຖະກິດ. ເມື່ອສ້າງຄອບຄົວແລ້ວ ການພົບປະສັງສັນກັບໝູ່ ແລະ ການດື່ມການເມົາຫຼຸດໄປກວ່າເຄິ່ງ. ຍິ່ງຄົນທີ່ມີຕົນທຶນບໍ່ສູງ ກໍຍິ່ງຕ້ອງໄດ້ຈຳກັດຕົນເອງລົງໃຫ້ຫຼາຍທີ່ສຸດ. ເປົ້າໝາຍຫຼັກກໍແມ່ນປະຍັດເງິນ ແລະ ເວລາ ເພື່ອໄປທຳມາຫາກິນຄ້ຳຈູນຄອບຄົວ. ປັດຈຸບັນມີສິ່ງລໍ້ຕາລໍ້ໃຈຫຼາຍຂຶ້ນເລື້ອຍໆ ຜູ້ບ່າວຜູ້ສາວງາມທີ່ກວ່າຜົວເຮົາເມຍເຮົາເກີດຂື້ນປານດອກເຫັດ. ນອກນີ້,​ ບັນຫາການພະນັນກໍມີຢູ່ທຸກຮູບແບບ ແລະ ສາມາດຫຼີ້ນໄດ້ທຸກທີ່ທຸກເວລາ. ຫາກໃຜບໍ່ທຸ່ນແທ້ ກໍຫຼົງໄຫລໄປຕາມກະແສເລີຍ.

ບັນຫາໂຕເອງ ເປັນບັນຫາສຳຄັນກວ່າໝູ່ໝົດ. ຜົວເມຍເປັນຜູ້ຕັດສິນ ແລະ ຜູ້ປະຄັບປະຄອງຊີວິດຄູ່. ເວົ້າແລ້ວ ກະຈັກຊິໃຫ້ໃຜມາເຮັດຊ່ວຍ ຄັນບໍ່ແມ່ນໂຕເອງ. ຖ້າຕົວເອງບໍ່ເປັນໂຕເອງແລ້ວ ກໍຍາກທີ່ຈະດຳເນີນຊີວິດຮ່ວມກັນໄປຈົນເຖົ້າແກ່.  ບາງຄົນພາຂວັນຍັງບໍ່ທັນແຮ່ວ ກໍຢ່າຮ້າງກັນສາແລ້ວ. ບາງຄົນສູ້ຊີວິດມານຳກັນຈົນມີເງິນມີຄຳ ບາດວ່າຊີວິດພໍໄຄແດ່ ພັດຢາກໄປສ້າງຊີວິດຮ່ວມກັບຄົນອື່ນ. ມີຫຼາຍຄົນຢູ່ນຳກັນໄປຈົນອາຍຸຫ້າຫົກສິບແລ້ວ ຍັງປະຮ້າງກັນໃຫ້ລູກຫຼານເບິ່ງ ຫາວ່າບໍ່ເຂົ້າໃຈກັນ. ບັນຫາໂຕເອງ ໂຕເອງຕ້ອງເປັນຜູ້ແກ້ໄຂ ແລະ ເປັນຜູ້ດັດສັນດານບໍ່ດີຂອງໂຕເອງ ຖ້າຢາກໃຫ້ຄອບຄົວອົບອຸ່ນຄືບ້ານຄືເມືອງເພິ່ນ.

ຊີວິດຮັກຫຼັງຈາກການແຕ່ງດອງ ເປັນຊີວິດທີ່ເຕັມໄປດ້ວຍຄວາມຮັບຜິດຊອບ. ຫຼັງຈາກເປັນຜົວເມຍກັນແລ້ວ ບໍ່ວ່າດີ ຫຼື ຮ້າຍ ສອງຄົນຈະຕ້ອງໄດ້ສູ່ຊົນຜ່ານຜ່ານຳກັນໄປຈົນເຖິງທີ່ສຸດ. ສະນັ້ນ ປັດໄຈສຳຄັນສຳຫຼັບຄວາມໝັ້ນຄົງຂອງຄອບຄົວຄື ການຕັດສິນໃຈຂອງສອງຜົວເມຍ. ຢ່າລືມວ່າ ຈິດໃຈຂອງຄົນປ່ຽນແປງຕະຫຼອດເວລາ.  ຄົນທີ່ຄິດຄວບຄຸມຜູ້ອື່ນ ຈະຕ້ອງຄວບຄຸມຈິດໃຈຂອງຕົນເອງດ້ວຍ. ສອງຜົວເມຍຈະຕ້ອງລົມກັນ ແລະ ສຶກສາອົບຮົມເຊິ່ງກັນແລະກັນຢ່າງຈິງໃຈ ບົນພື້ນຖານເຫດແລະຜົນ. ການຫຼຸດຜ່ອນຄວາມຖືຕົນ ແລະ ເຂົ້າຂ້າງຕົວເອງເປັນສິ່ງທີ່ຄວນເຮັດ ເພື່ອຄວາມສະບາຍໃຈຂອງຄູ່ຊີວິດ ແລະ ຄວາມຈະເລີນຂອງຄອບຄົວ.

ອ່ານບົດຄວາມເຕັມໄດ້ທີ່  #laoguru.com/blog

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2023 | ມີ 0 ຄຳເຫັນ ແລະ 0 trackback(s)

ທຸກໆອາຊີບລ້ວນແຕ່ມີ ຈັນຍາບັນ. ເປັນຄູກໍມີຈັນຍາບັນຄູ, ເປັນເຈົ້າໜ້າທີ່ກໍມີຈັນຍາບັນຂອງເຈົ້າໜ້າທີ່ ຫລື ເປັນພະນັກງານ-ລັດຖະກອນກໍມີຈັນຍາບັນຂອງລັດຖະກອນ. ເວລາພະນັກງານເຮັດຫຍັງບໍ່ດີ ພວກເຮົາກໍມັກຈະເວົ້າວ່າ ບໍ່ມີຈັນຍາບັນ”. ແຕ່ວ່າຈັນຍາບັນແມ່ນຫຍັງ? ເປັນຫຍັງເຮົາຈິ່ງເຄົາລົບ ຫລືປະຕິບັດຈັນຍາບັນຂອງຕົນ? ແນ່ນອນວ່າຈັນຍາບັນຂອງແຕ່ລະອາຊີບກໍຍ່ອມມີສະເພາະຂອງໃຜມັນຕົວຢ່າງ: ຈັນຍາບັນຂອງພະນັກງານ-ລັດຖະກອນ.

ຈັນຍາບັນຂອງພະນັກງານ-ລັດຖະກອນແມ່ນຫຍັງ?

ຈັນຍາບັນຂອງພະນັກງານລັດຖະກອນ ແມ່ນກົດການປະພຶດ ທີ່ພະນັກງານ-ລັດຖະກອນຕ້ອງເຄົາລົບແລະປະຕິບັດຢ່າງເຂັ້ມງວດ (ມາດຕາ 2 ຂອງດຳລັດວ່າດ້ວຍພະນັກງານ-ລັດຖະກອນຂອງ ສປປ ລາວ).

ຈັນຍາບັນຂອງພະນັກງານ-ລັດຖະກອນມີຈັກປະເພດ?

ຈັນຍາບັນພະນັກງານລັດຖະກອນມີ 4 (ມາດຕາ​ 5) ຄື:

1) ຈັນຍາບັນຕໍ່ຕົນເອງ

2) ຈັນຍາບັນຕໍ່ວິຊາຊີບ

3) ຈັນຍາບັນຕໍ່ການຈັດຕັ້ງ

4) ຈັນຍາບັນຕໍ່ປະຊາຊົນ ແລະສັງຄົມ

ຈັນຍາບັນຕໍ່ຕົນເອງແມ່ນແນວໃດ?

ຈັນຍາບັນຕໍ່ຕົນເອງ ໝາຍເຖິງພະນັກງານ-ລັດຖະກອນ ຕ້ອງຝຶກຝົນຕົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີຄື: 1) ມີຄຸນທາດການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ເປັນເອກະພາບສູງຕໍ່ແນວທາງ-ນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະກົດໝາຍຂອງລັດ, ມີຫຼັກມິດ-ສັດຕູຢ່າງຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ທີ່ເກີດຂື້ນຢູ່ພາຍໃນແລະຕ່າງປະເທດ, ມີຄວາມບໍລິສຸດ ແລະນ້ຳໃຈເສຍສະຫຼະສູງຕໍ່ປະເທດຊາດແລະປະຊາຊົນ ແລະ 2) ມີຄຸນສົມບັດສິນທຳປະຕິວັດ, ສັດຊື່ບໍລິສຸດຕໍ່ການຈັດຕັ້ງ, ຕໍ່ເພື່ອນຮ່ວມງານ, ຕໍ່ຄອບຄົວ, ສາມັກຄີຮັແພງ, ຈິງໃຈຕໍ່ກັນ ແລະມີຄວາມຜູກພັນຢ່າງສະໜິດແໜ້ນກັບມະຫາຊົນ ແລະປະຊາຊົນລາວບັນດາເຜົ່າ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ມີແບບແຜນການດຳລົງຊີວິດທີ່ຖືກຕ້ອງ, ລຽບງ່າຍ, ຮັບຜູດຊອບໃນໜ້າທີ່ວຽກງານຂອງຕົນ, ປະຕິບັດຕົນກົງຕໍ່ເວລາ ແລະ ດຸດໝັ່ນຮ່ຳຮຽນສະແຫວງຫາສິ່ງໃໝ່ໆ ອັນກ້າວໜ້າ (ມາດຕາ 6

ຈັນຍາບັນຕໍ່ວິຊາຊີບແມ່ນແນວໃດ?

ຈັນຍາບັນຕໍ່ວີຊາຊີບ ໝາຍເຖິງພະນັກງານ-ລັດຖະກອນຕ້ອງເຄື່ອນໄຫວວິຊາອາຊີບຂອງຕົນດ້ວຍຄວາມສັດຊື່ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ແລະ ປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດເຊັ່ນ:

  • ປະຕິບັດໜ້າທີ່ວຽກງານຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດ.
  • ປະຕິບັດຕາມຫຼັກວິທະຍາສາດຂອງວິຊາຊີບ, ປະຕິບັດຕາມຕຳແໜ່ງງານ ແລະຄວາມຮັບຜິດຊອບຂອງຕົນ.
  • ເສີມຂະຫຍາຍແລະພັດທະນາຄວາມຮູ້, ຄວາມສາມາດ, ປະສົບການໃນດ້ານວິຊາຊີບທີ່ຕົນຮັບຜິດຊອບໃຫ້ກ້າວໜ້າ ແລະກາຍເປັນມືອາຊີບ.
  • ຄົ້ນຄວ້າ, ວິເຄາະ, ວິໄຈ ແລະຕັດສິນບັນຫາຢ່າງຖືກຕ້ອງຕາມກົດໝາຍ, ລະບຽບການ ແລະຫຼັກການ, ຢືດໝັ້ນຜົນປະໂຫຍດສ່ວນລວມຂອງຊາດ ແລະຂອງປະຊາຊົນຢ່າງມີຄຸນນະທຳ ແລະຍຸຕິທຳ.
  • ປະຕິບັດກິດຈະກຳທີ່ກ່ຽວຂ້ອງກັບວິຊາຊີບຕົນ ເພື່ອສ້າງຄວາມເຊື່ອຖື, ສະໜັບສະໜູນ ແລະຄວາມສາມັກຄີພາຍໃນການຈັດຕັ້ງ.
  • ສ້າງຄວາມເຊື່ອໝັ້ນ ດ້ວຍຄວາມໂປ່ງໃສ, ສັດຊື່ ແລະບໍລິສຸດໃນການພັດທະນາວິຊາຊີບ.

ໃນມາດຕາ 7 ນີ້, ເພິ່ນຍັງແນະນຳໃຫ້ຂະແໜງການ ກະຊວງ ແລະອົງການປະສານສົມທົບກັບກະຊວງພາຍໃນ ໃນການຈັດຕັ້ງຜັນຂະຫຍາຍ ແລະອອກລະບຽບການສະເພາະ ໃຫ້ແທດເໝາະກັບວິຊາຊີບຂອງຂະແໜງຕົນ.

ຈັນຍາບັນຕໍ່ການຈັດຕັ້ງແມ່ນແນວໃດ?

ຈັນຍາບັນຕໍ່ການຈັດຕັ້ງ ໝາຍເຖິງພະນັກງານ-ລັດຖະກອນຕ້ອງເຄົາລົບ ແລະມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຮັກສາຄວາມລັບ ແລະປະຕິບັດລະບຽບວິໄນຂອງການຈັດຕັ້ງຢ່າງເຂັ້ມງວດເຊັ່ນ:

  • ປະພຶດ ແລະເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ໃນຂອບເຂດການຈັດຕັ້ງຕົນ ດ້ວຍຄວາມສຸຈະລິດ, ສະເໝີພາບ ແລະປາສະຈາກອະຄະຕິ.
  • ປະຕິບັດໜ້າທີ່ຢ່າງມີຫົວຄິດປະດິດສ້າງ, ທຸ້ມເທເຫື່ອແຮງແລະສະຕິປັນຍາຂອງຕົນສຸດຄວາມສາມາດ, ຮອບຄອບ, ວ່ອງໄວ, ປອດໃສ, ຖືກຕ້ອງ, ສົມເຫດສົມຜົນ ເພື່ອປົກປ້ອງກຽດສັກສີຂອງຕົນ ແລະການຈັດຕັ້ງ, ຖືເອົາຜົນປະໂຫຍດຂອງຊາດ, ຂອງການຈັດຕັ້ງ ແລະປະຊາຊົນເປັນສຳຄັນ.
  • ໃຊ້ເວລາລັດຖະການໃຫ້ເກີດປະໂຫຍດສູງສຸດແກ່ການຈັດຕັ້ງ.
  • ປົກປັກຮັກສາ, ຄຸ້ມຄອງແແແແແລະນຳໃຊ້ຊັບສິນຂອງລັດ, ລວມໝູ່ໃຫ້ມີປະສິດທິພາບສູງສຸດ.
  • ບໍ່ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນ, ຄອບຄົວ, ພີ່ນ້ອງ ແລະພັກພວກ ຈະແມ່ນທາງກົງ ຫລືທາງອ້ອມ.
  • ປະກອບຄຳເຫັນຢ່າງມີຫຼັກການ, ລັກສະນະສ້າງສັນ, ຈິງໃຈ ແລະມີເຫດມີຜົນ ຕາມແນວທາງ ນະໂຍບາຍຂອງພັກ, ກົດໝ!ຍ ແລະລະບຽບການຂອງລັດ.
  • ໃຫ້ກຽດ ແລະເຄົາລົບນັບຖືເຊິ່ງກັນແລະກັນ ລະຫວ່າງພະນັກງານ-ລັດຖະກອນດ້ວຍກັນ ແລະ ພະນັກງານ-ລັດຖະກອນຕໍ່ຜູ້ບໍລິຫານ, ຜູ້ບໍລິຫານຕໍ່ພະນັກງານ-ລັດຖະກອນ ໂດຍບໍ່ກ້າວກ່າຍພາລະບົດບາດ, ສິດ ແລະໜ້າທີ່ຄວາມຮັບຜິດຊອບຂອງກັນ.
  • ປະຕິບັດໜ້າທີ່ວຽກງານຕາມທີ່ໄດ້ຮັບມອບໝາຍ, ເຄົາລົບການຕົກລົງ, ການຕັດສິນໃຈ ແລະນັບຖືໃຫ້ກຽດຕໍ່ກັບຜູ້ບໍລິຫານ ແລະເພື່ອນຮ່ວມງານ.
  • ມີພາວະຄວາມເປັນຜູ້ນຳ, ມີຄຸນນະທຳ, ສັດຊື່, ປະດິດສ້າງ, ສອນ ແລະແນະນຳວຽກງານ, ສົ່ງເສີມຄວາມສາມັກຄີ, ສະໜັບສະໜູນ, ຮັບຟັງ ແລະໃຫ້ຄຳປຶກສາແກ່ຜູ້ຢູ່ພາຍໃນການຄຸ້ມຄອງຂອງຕົນ.
  • ປະຕິບັດແບບແຜນວິທີການເຮັດວຽກເປັນໝູ່ຄະນະ ເພື່ອເພີ່ມປະສິດທິພາບໃນການເຄື່ອນໄຫວວຽກງານຂອງການຈັດຕັ້ງ, ສົ່ງເສີມຜູ້ທີ່ມີຜົນງານ, ຊ່ວຍເຫຼືອເສີມສ້າງຄວາມຮູ້ ແລະຄວາມສາມາດໃຫ້ເພື່ອນຮ່ວມງານ.

ອ່ານຕື່ມ: ຈັນຍາບັນຂອງພະນັກງານ