ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 34 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ທາຍຫລິ້ນຫລິ້ນເດີ້alt

altມັກສະສົມສິ່ງຂອງ

ເປັນຄົນທີ່ມີຄວາມຮູ້ໃນຫລາຍຫລາຍເລື່ອງ ມັກພົບປະສ້າງສັນເຂົ້າກັບຄົນອື່ນໄດ້ດີ

ເປັນຜູ້ທີ່ໃຫ້ຄຳແນະນຳທີ່ເປັນຕາຟັງ ຮູ້ຈັກເຮັດໃຫ້ໂຕເອງມີຄວາມສຸກແລະມີໄຫວພິບ

ທີ່ດີ.

 

altມັກຖ່າຍຮູບ

ເປັນຄົນທີ່ເຂົ້າໃຈຍາກອາລົມມັກປ່ຽນແປງດຽວດີດຽວຮ້າຍບໍ່ມີໃຜເດົາໃຈຖືກ ວ່າຢູ່

ໃນອາລົມໃດ ແຕ່ເປັນຄົນທີ່ມີຈິດໃຈດີ ມັນຊ່ວຍເຫືລອຜູ້ອື່ນ ມີນ້ຳໃຈເອື້ອເຟື້ອເຜື່ອແຜ່

ໃສ່ໃຈກັບຄົນອ້ອມຂ້າງ.

 

altມັກແຕ້ມຮູບ

ເປັນຄົນຈິງຈັງບໍ່ຄ່ອຍສົນໃຈວ່າຄົນອື່ນຈະຄິດແນວໃດຖືວ່າໂຕເອງເຮັດດີທີ່ສຸດກໍ່ພໍແລ້ວ

ຈິດໃຈອ່ອນໄຫວເປັນຄົນຊ່າງຝັນເວລາອາດຈະດຶກຂອງຖິ້ມກໍ່ໄດ້.

 

altມັກເບິ່ງຫັນງ

ຄົນທີ່ມັກເບິ່ງຫນັງເປັນປະຈຳວັນໃນເວລາວ່າງເປັນຄົນທີ່ມີຄວາມສຸກກັບໂຕເອງບໍ່ເພິ່ງພາອາໄສຄົນ

ອື່ນຫລາຍ ມີສະຕິປັນຍາດີມີຄວາມຄິດສ້າງສັນ ເປັນຄົນທີ່ຈິງໃຈ ມັກເປັນຄົນຂີ້ເຫງົາ.

 

altມັກອອກແບບ

ເປັນຄົນທີ່ມີການວາງແຜນທີ່ດີໃນຊີວິດຮູ້ວ່າໂຕເອງສາມາດເຮັດຫັຍງໄດ້ ບໍ່ເຮັດຫຍັງເກີນຕົວ

ພໍໃຈໃນສິ່ງທີ່ຕົນເອງມີ ຮັບຟັງຄວາມຄິດເຫັນຂອງຄົນອື່ນ ບໍ່ຄ່ອຍເອົາແຕ່ໃຈໂຕເອງປານໃດ

ເປັນຄົນເຮັດສິ່ງຕ່າງຕ່າງດວ້ຍການພິຈະລະນາຢ່າງຮອບຄອບ.

 

altມັກຫລິ້ນກິລາ

ຖ້າເປັນຄົນທີ່ມັກຫລິ້ນກິລາໃນຍາມວ່າງ ເປັນຄົນທີ່ມີຈິດໃຈສົດໃສລ່າເລີງ ເຂົ້າກັບຄົນອື່ນໄດ້ຢ່າງດີ

ບໍ່ມັກເຮັດໃຫ້ໂຕເອງຫລືຄົນອື່ນເດືອດຮ້ອນ ເບິ່ງໂລກໃນແງ່ດີ ມີຄວາມຮັບຜິດຊອບແລະກ້າຄິດກ້າ

ຕັດສິນໃຈ ມີການຈັດການທີ່ດີໃນການເຮັດສິ່ງຕ່າງຕ່າງຈຶ່ງມັກຈະສົມຫວັໃນສິ່ງທີ່ເຮັດ.

 

altມັກເຄື່ອງເທັກໂນໂລຍີແລະໄອທີ

ເປັນຄົນທີ່ມີນ້ຳໃຈກັບຄົນອື່ນ ເປັນຄົນບໍ່ມັກອວດອົ່ງຍົກຍ້ອງໂຕເອງປານໃດ ມີຄວາມຮູ້ກະບໍ່ຄ່ອຍມັກ

ອວດໃຫ້ຄົນອື່ນຟັງ ມັກສະແຫວງຫາສິ່ງໃໝ່ໃໝ່ແລະພີ່ມພູນຄວາມຮູ້ໃຫ້ກັບໂຕເອງຢູ່ສະເໝີ ເປັນຄົນ

ລ່າເລີງ ເຂົ້າກັບຄົນອື່ນໄດ້ງ່າຍ.

 

altມັກເດີນທາງ

ເປັນຄົນທີ່ເຊື່ອໝັ້ນໃນໂຕສູງ ເຮັດສິ່ງຕ່າງຕ່າງດ້ວຍຄວາມໝັ້ນໃຈ ມັກຢູ່ງຽບງຽບ ບໍ່ຄ່ອຍມັກວຸັນວາຍ

ກັບຄົນອື່ນຫລາຍປາຍໃດ ເປັນຄົນທີ່ເກັບຄວາມຮູ້ສຶກ ບໍ່ຄ່ອຍມັກບອກຄວາມໃນໃຈກັບໃຜ ມີການວາງ

ໂຕທີ່ດີ  ເປັນທີ່ເພິ່ງໃຫ້ກັບຄົນອື່ນໃນຍາມເດືອດຮ້ອນ.

 

altມັກອ່ານຫນັງສື

ເປັນຄົນທີ່ມີໂລກສ່ວນຕົວ ຊ່າງຝັນ ມີຈິດໃຈອ່ອນໂຍນ ຈິງໃຈຕໍ່ຜູ້ອື່ນ ເປັນທີ່ເພິ່ງຂອງຜູ້ອື່ນເປັນຢ່າງດີ

ມັກເອົາຄວາມທຸກຂອງຜູ້ອື່ນເປັນຄວາມທຸກຂອງໂຕເອງ.ບໍ່ມັກເຊື່ອໝັ້ນໃນໂຕເອງເທົ່າໃດແລະມັກເອົາ

ໃຈໂຕເອງໃນບາງຄັ້ງ.

 

altມັກວິທະຍາສາດ

ເປັນຄົນເຮັດສີ່ງຕ່າງຕ່າງດ້ວຍຄວາມຮອບຄອບ.ມີຄວາມຮັບຜິດຊອບທີ່ດີ ມັກຄວາມຍຸດຕິທຳ.ເຂົ້າໃຈໃນຊີ

ວິດແລະຄວາມເປັນໄປຂອງໂລກ.ສາມາດຮັບມືໃນບັນຫາຕ່າງຕ່າງເປັນຢ່າງດີ.

 

altມັກດົນຕີແລະສິນລະປະ

ເປັນຄົນທີ່ມີຄວາມຝັນເປັນຂອງໂຕເອງທີ່ຄົນອື່ນເຂົ້າໃຈຍາກເພາະທຸກສິ່ງມີຄວາມສວຍງາມ

ດ້ວຍໂຕເອງຢູ່ສະເໝີ.ມີຈິນຕະນາການທີ່ຍິ່ງໃຫ່ຍ ໃສ່ໃຈກັບຄົນອ້ອມຂ້າງ.ມັກສັງເກດແລະມັກໃຫ້

ຄົນທີ່ຢູ່ໃກ້ມີຄວາມສຸກ.

 

ຂອບໃຈທີ່ອ່ານalt

 

 

 

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່