ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ຊາວພັນລາວທຸກຄົນ ມື້ນີ້ມາພັບກົບ ເອີ້້ຍ ພົບກັບ ເອີ້໊ຍ ຖືກແລ້ວ ມາພົບກັບ ມລ ອີກແລ້ວ

ມື້ນີ້ ມລ ສິມາເລົ່າເລື່ອງການໄປທ່ຽວ ປະເທດມາເລເຊຍ ໃຫ້ຟັງ

ມລ ມີໂອກາດໄດ້ໄປ ມາເລເຊຍ 2 ຄັ້ງເມື່ອທ້າຍໆປີ 2018 ໄປ ຈະເລົ່າເປັນ 2 ພາກ

1. ພາກ 1: ໄປກັບຄອບຄົວ

ບອກໄດ້ຄຳດຽວ ປີນັ້ນເປັນປີທີ່ໄປທ່ຽວຕ່າງປະເທດຄັ້ງແລກ ເປັນການບໍ່ໄດ້ຕັດສິນໃຈໄປເອງ (ເອົາງ່າຍໆຖືກຊື້ຈ້າງຈອບອອຍດ້ວຍຕົ໋ວເຄື່ອງບິນ). ເນື່ອງດ້ວຍ ມລ ເປັນຄົນລະອຽດ?? ໃນການເດີນທາງກະເລີຍຫາຂໍ້ມູນການທ່ອງທ່ຽວໃນມາເລ ຈົນໄດ້ຮູ້ວິທີການເດີນທາງ, ສະຖານທີ່ທ່ອງທ່ຽວຍອດຮິດຂອງປະເທດເພິ່ນ..ອື໊ຍຄວາມຮູ້ມາເຕັມ. ເມື່ອຮອດເວລາເດີນທາງ ກະພາກັນກຽມແລະກະຂຶ້ນເຄື່ອງຈົນໄປຮອດມາເລເຊຍ. ພໍຮອດສະໜາມບິນ ກະເກີດເລື່ອທັນທີ... ແຕ່ບໍ່ໄດ້ເກີດເລື່ອງກັບ ມລ ເດະ ເກີດກັບແມ່ຜູ້ມານຳ ເອົາງ່າຍໆວ່າເຂົາໃຫ້ເຮົາມາເປັນໄກດ໌ນຳທ່ຽວເນື່ອງຈາກວ່າເຂົາຄິດວ່າເຮົາມີປະສົບການການທ່ຽວມາຫຼາຍປະເທດ (ສະມາເຊື່ອໝັ້ນກັນແທ້ນໍພີ່ນ້ອງ). ເກີດເລື່ອງເນື່ອງຈາກວ່າບໍ່ເຫັນກະເປົ໋າ ທາງເຮົາກະຄິດວ່າ ໂອະ! ຄືສິບໍ່ທັນລົງມາແຕ່ຍົນ ວ່າຊ້ານນນນນນ ກະເລີຍພາກັນນັ່ງຖ້າແຫຼະບາດນິ ຖ້າໄປດົນເຕີບກະບໍ່ມາ ກະເ້ວຍທີ່ເປັນຄົນເຄີຍເດີນທາງວ່າຊັ້ນ ມລ ກະເລີຍໄປຖາມເຈົ້າໜ້າທີ່ໂລດແຫຼະໃຫ້ເພິ່ນຫາຊ່ອຍເນາະ ແລະກະໄດ້ຮັບຮູ້ວ່າເຈົ້າຂອງສະມາໂງ່ຕາຍແທ້ ໄປຮັບກະເປົ໋າຜິດບລັອກ -_- ສຸດທ້າຍກະໄດ້ກະເປົ໋າມາຮຽບຮ້ອຍ ກຽມເດີນທາງເຂົ້າສູ່ກຸງ ກົວລາລຳເປີ ເມືອງຫຼວງຂອງປະເທດມາເລເຊຍ.

       ໂຮງແຮມທີ່ເຂົ້າພັກເປັນໂຮງແຮມ 3 ດາວພຸ້ນໄດ໋ ເອີ..ພັກຫຼູຢູ່ຟຣີ ທີ່ພັກໃຈກາງເມືອງໃກ້ລົດໄຟຟ້າ ວ່າຊັ້ນ! ຫຼັງຈາກເຂົ້າພັກແລ້ວເຊັກອິນຮຽບຮ້ອຍແລ້ວກະໄດ້ເວລາໄປທ່ຽວ. ສະຖານທີ່ແລກທີ່ຈະໄປຄື Petronas Tower ຫຼືຄົນລາວເອີ້ນກັນວ່າຕຶກແຝດ (ຄັນໃຜບໍ່ຮູ້ຫຼືບໍ່ເຄີຍເຫັນ ມັນຈະເປັນລັກສະນະຕຶກແຫຼມໆສູງໆ 2 ຕຶກຕັ້ງຄູ່ກັນແລະກະມີຂົວລອຍເຊື່ອມກັນ 2 ຕຶກ) ພໍມາຮອດສະຖານີລົດໄຟ ກະເກີດມີຄວາມລັງເລໃຈ ເນື່ອງຈາກ ມລ ບໍ່ເຄີຍໃຊ້ລົດໄຟຟ້າມາກ່ອນມັນເປັນງົງໆ ແຜນທີ່ ກາງອອກມາລາຍຕາ! ມັນຫຼາຍສາຍ ຫຼາຍສະຖານີແຮງ! ໄອ ແອມ ງົງ. ໃນຕອນນັ້ນຄິດໄດ້ຢ່າງດຽວວ່າ "ຫຼົງກະຫຼົງວະ ເທື່ອດຽວ ລອງຂຶ້ນໄປເບິ່ງກ່ອນ ບໍ່ແມ່ນກະຄ່ອຍລົງຕໍ່ສາຍໃໝ່". 

       ດ້ວຍສະໝອງອັນຊານສະຫຼາດຂອງເຮົາ ມັນກະເປັນໄປຕາມແຜນ ຂື້ນຖືກສາຍ.. ແຕ່ລົງຜິດສະຖານີ ເຮັດໃຫ້ການທີ່ຈະໄປຮອດຕຶກແຝດ ຕ້ອງໃຊ້ສອງຂາຍ່າງຕໍ່ເພາະວ່າຫຼຽວເຫັນມັນຄືສິໃກ້ ຍ່າງໄປຍ່າງມາກວ່າສິຮອດ 2 ກິໂລ ອີ່ພໍ່ອີ່ແມ່!!!! ຂາລ່ອຍ!! ແຕ່ດ້ວຍຄວາມອາລັງການຂອງຕຶກແຝດ ມັນກະຄືຈັ່ງຕຶກສູງໆນີ້ລະ ຕ່າງແຕ່ມັນມີເອກະລັກຂອງມັນຫັ້ນລະກະເລີຍເຮັດໃຫ້ມັນດັງ ເປັນສະຖານທີ່ຍອດຮິດຕິດປາກວ່າ ຄັນບໍ່ໄປຕຶກແຝດບໍ່ໄດ້ໄປມາເລ ພຸ້ນນະ.

       ຫຼັງຈາກສຳເລັດພາລະກິດອັນຊົງກຽດ (ຂໍອະນຸຍາດມອງບົນ) ກະພາກັນຍ່າງອ້ອມຮອບຍ່ານນັ້ນຊົມບ້ານຊົມເມືອງເພິ່ນ ອໍ້ລືມບອກໄປວ່າ ຢູ່ຕໍ່ໜ້າຕຶກແຝດຈະມີການສະແດງແສງສີສຽງອັນອາລັງການຂອງນໍ້າພຸ ເວລາ 19:00 ເປັນຕົ້ນໄປ. ດ້ວຍຄວາມທີ່ເປັນຄົນລາວ ພູມໃຈໃນຄວາມເປັນລາວ ແກັງໄວລຸ້ນລາວ ກະບໍ່ນ້ອຍໜ້າຊາດໃດ ເມື່ອເພງບັນເລງຂຶ້ນ(ເພງສາກົນທີ່ກຳລັງຮິດໃນເວລານັ້ນ) ໄວລຸ້ນລາວ 3 ຄົນ( ມລ ອ້າຍ ແລະ ເອື້ອຍ ) ກະຈັບມືກັນລຸກຂຶ້ນເຕັ້ນ ດ້ວຍລີລາແລະຄວາມຊ່ຽວຊານໃນການເຕັ້ນບາສສະຫຼົບທີ່ເກັ່ງກາດ ຈົນຕ່າງຊາດຫຼຽວເບິ່ງແລ້ວກະມາເຕັ້ນນຳພຸ້ນນະ ຖາມວ່າອາຍບໍ? ອາຍ! ແຕ່ກະຄິດໃນໃຈວ່າ "ເຂົາບໍ່ຈັກເຮົາດອກ555" ນີ້ແຫຼະສະເໜ່ຂອງການທ່ຽວຕ່າງປະເທດ. ຫຼັງຈາກນັ້ນ, ທາງທີມງານກະໄດ້ມີການກະກຽມກັບເພາະເຕັ້ນຫຼາຍແລ້ວ ເມື່ອຍ! ປວດຂາ! ຢາກນອນ! ເມົາ! ເອີ້໊ຍ!! ອັນສຸດທ້າຍໝາຍເຖິງເມົາແສງສີຫັ້ນນາ... ກະສິພາກັນກັບເດະບາດນິ ກະນຳຫາສະຖານີລົດໄຟແຫຼະ. ການຫາກະບໍ່ຍາກເພາະເຮົາໃຊ້ກູເກິນແມັບ (Google Map) ນຳຫາ ເບິ່ງຄືສິງ່າຍແມ່ນບໍ່ ແຕ່ບອກໄດ້ຄຳດຽວ ກູສິບໍ່ໃຊ້ໃນການນຳຫາສະຖານີອີກແລ້ວ!!! ມັນເຮັດໃຫ້ຫຼົງ ຫຼົງແລ້ວຫຼົງອີກ ຍ່າງນຳຫາ 2 ຊມ ຢູ່ກ້ອງຕຶກແຝດບໍ່ເຫັນ! ຖາມ ລປພ ກະຈັກຊີ້ພຸ້ນຊີ້ພີ້ ຫຼົງ! ຄວາມພີກມັນຢູ່ທີ່ທີມງານເມື່ອຍ ເມື່ອຍແລ້ວຄົນທີ່ໂດນດ່າ ຄືກູ (ຂໍອະນຸຍາດໃຊ້ຄຳເວົ້າບໍ່ສຸພາບ) ມັນຫຶນ! ເພາະກູເປັນຄົນພາມາ ແຕ່ຫາທາງກັບບໍ່ເປັນ ຄັນສິກັບທາງເກົ່າວ່າຍ່າງໄກ ຢ້ານລົດໄຟໝົດປະ. ສຸດທ້າຍໄດ້ນັ່ງແທັກຊີ້ກັບ ຟາດໄປ 50 ຣິງກິດນີ້ບໍບໍ່ຈື່.

       ເອົາແທ້ໆມາຮອດຕອນນີ້ ມລ ໄຫ້ ໄຫ້ນໍ້າຕາໄຫຼເລີຍແຫຼະ ເສຍໃຈ ເຮົາຜິດແຮງເບາະທີ່ເຮົາບໍ່ຮູ້ ຫຶ!! ຫຼັງຈາກນັ້ນມື້ຕໍ່ມາ ມລ ກະເລີຍຂໍສະຫຼະສິດເປັນຜູ້ຮ່ວມທຣິບຊື່ໆ ບໍ່ເປັນໄກດ໌ແລ້ວ ໃຜຢາກໄປໃສກະໄປ ໄປລົດແທັກຊີ້ ໄປໂລດ... ມາຮອດນີ້ເບິ່ງຄືວ່າເລື່ອງນີ້ສິຈົບ ແຕ່ຍັງບໍຈົບ ມລ ກະໃຫ້ຄົນອື່ນເປັນໄກດ໌ໃຫ້ທັງທຣິບເລີຍ.ມັນກະທັງມ່ວນທັງເມື່ອຍ ເພາະມາເລເປັນປະເທດທີ່ອາກາດຮ້ອນ ອາຫານອາດຈະບໍ່ຖືກປາກຄົນທີ່ກິນເຜັດບໍ່ໄດ້ ກະຕ້ອງກັບມາເພິ່ງພາມາມ່າລຸ່ມໂຮງແຮມ. 

ສຸດທ້າຍແລ້ວຢາກຈະບອກວ່າ: ມາເລເຊຍ ເປັນປະເທດທີ່ທ່ຽວງ່າຍ ຜູ້ຄົນໜ້າຮັກເປັນກັນເອງເວົ້າພາສາອັງກິດໄດ້ ເດີນທາງງ່າຍ ສະດວກ ປະຫຍັດ ແຕ່ຂໍແນະນຳສຳຫຼັບຄົນທີ່ບໍ່ເຄີຍຂຶ້ນລົດໄຟຟ້າ ແລ້ວມີແຜນຈະໄປ ໃຫ້ຫາຂໍ້ມູນການໄປໃຫ້ລະອຽດທຳອິດອາດຈະຫຼົງ ແຕ່ຖ້າໄດ້ຂຶ້ນຮອບທີ 2 ຈະເຂົ້າໃຈການເດີນທາງແນ່ນອນ ແລະອີກຢ່າງໜຶ່ງ ຕ້ອງເຂົ້າໃຈເລີຍວ່າ ການໄປທ່ຽວຕ່າງປະເທດ ຖ້າຢາກປະຫຍັດ ເຮົາຕ້ອງຍ່າງດຸແນ່ ມັນເປັນເລື່ອງປົກກະຕິຂອງຕ່າງປະເທດ.

ຖ້າຖາມຄວາມຮູ້ສຶກວ່າການໄປທ່ຽວກັບຄອບຄົວເປັນແນວໃດ? ມລ ຂໍຕອບເລີຍວ່າ ມັນເມື່ອຍ!  ມັນເມື່ອຍ້ອນວ່າເຮົາມີຄວາມກັງວົນວ່າຢ້ານເພິ່ນບໍ່ສະບາຍ ຢ້ານເພິ່ນເມື່ອຍເກີນໄປ ຢ້ານເພິ່ນບໍ່ເອັນຈອຍກັບເຮົາ // ເອົາງ່າຍໆວ່າ ເຮົາເປັນສາຍທ່ຽວແບບແບັກແພັກ ຊິວໆ ປະຫຍັດ ລຸຍໆ ແຕ່ເມື່ອເຮົາມາກັບຄອບຄົວມັນຈະໄດ້ຟິວແບບ ຊ້າໆ ເຮົາສິໄວກະບໍ່ໄດ້ເພິ່ນບໍ່ທັນ. ເອົາເປັນວ່າໃຜສິພາຄອບຄົວໄປທ່ຽວຕ່າງປະເທດ ກະຂໍແນະນຳໃຫ້ໄປກັບທົວ ສະບາຍສຸດໆ ຫຼືບໍ່ກະທ່ຽວໃນປະເທດເອົາສະບາຍ!

 

ຖ້າຢາກເບິ່ງຄລິບສາມາດກົດເຂົ້າທີ່ລິ້ງ: https://www.youtube.com/channel/UC4xX0-Lra2ZWhIfrwdWAEig 

ເປັນ youtube channel ຂອງ ມລ ເອງເດີ ກົດຊັບກັນແນ່ເດີ

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່