ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ພາກທີ 2: ໄປກັບໝູ່

ສະບີດາຍ ສະບາຍດີ ມາເຈິະກັບກັບ ທຣິບການໄປທ່ຽວມາເລເຊຍ ພາກທີ 2 ຂອງ ມລ ອີກແລ້ວ

ຄວາມເດີມຈາກພາກທີ່ແລ້ວ: ເປັນການໄປມາເລເຊຍຄັ້ງທຳອິດຂອງເຮົາ ທີ່ແສນສາຫັດ ທັງໄຫ້ທັງຫົວ ເຮັດໃຫ້ປະສົບການການໄປມາເລຄັ້ງທີ 2 ດຸເດືອດຂຶ້ນໄປ

ໃນຄັ້ງນີ້ເຮົາຈະລະບຸງົບປະມານ ແຜນການເດີນທາງ ທີ່ພັກ ແລະ ສະຖານທີ່ທ່ອງທ່ຽວທີ່ເຮົາໄປມາໃຫ້ ທັງໝົດ 5 ວັນ 4 ຄືນເລີ່ມກັນທີ່:

  1. ປີ້ຍົນໄປກັບກຸງເທບ-ກົວລາລຳເປີ: 702,000 ກີບ
  2. ທີ່ພັກໃນກົວລາລຳເປີ 2 ຄືນ: 650,000 ກີບ/3 ຄົນ = 216,000 ກີບ/ຄົນ
  3. ທີ່ພັກໃນ Cameron Highland 1 ຄືນ= 56,000 ກີບ/ຄົນ
  4. ຄ່າລົດໄປກັບ ກົວລາລຳເປີ-ຄາເມລອນ = 140,000 ກີບ/ຄົນ
  5. ຄ່າລົດໄຟຟ້າທີ່ໃຊ້ໝົດປະມານ = 100,000 ກີບ/ຄົນ (ແລ້ວແຕ່ໃຜໃຊ້ຫຼາຍໃຊ້ນ້ອຍ)

ສະເລ່ຍຄ່າໃຊ້ຈ່າຍໂດຍລວມ 1,214,000 ກີບ/ຄົນ ໄລ່ຄ່າກິນໂນ້ນນີ້ນັ້ນປະມານ 1.5 ລ້ານກີບເດີ (ປາດດດດດດດ ການໄປທ່ຽວຕ່າງປະເທດຂອງເຮົາຄືມາຖືກແທ້ບາດນິ)

 

       ຫຼັງຈາກທີ່ທຣິບແລ້ວທີ່ເຮົາໄປກັບຄອບຄົວ ແລ້ວເຮົາກໍ່ໄດ້ກັບປະເທດລາວຢ່າງປອດໄພ ຫຼັງຈາກນັ້ນເຮົາກະບໍ່ລໍຊ້າ ເລີ່ມຫາຂໍ້ມູນການທ່ຽວມາເລເຊຍແບບຈິງຈັງຕາມສະບັບແບັກແພັກເກີ້ ສຸດທ້າຍກະໄດ້ເລື້ອງ ໄດ້ວາງແຜນຮຽບຮ້ອຍ (ທີ່ຈິງແຜນທ່ຽວມາເລເຊຍແມ່ນວາງແຜນຈ່ອງປີ້ຍົນຈອງໂຮງແຮມກ່ອນທີ່ທຣິບກັບຄອບຄົວຈະເກີດອີກ) 

       ຄັ້ງນີ້ເຮົາຈະໄປ 2 ເມືອງ ອ່າາາາາາາ.....ຄົນຄື ມລ ໄປຕ່າງປະເທດທັງທີສິໄປເມືອງດຽວໄດ້ແນວໃດ........ 2 ເມືອງທີ່ເຮົາໄປຄື: ກົວລາລຳເປີ ກັບ ຄາເມຣອນ. ເລີ່ມຕົ້ນທີ່ປະເທດລາວກ່ອນເລີຍ ອອກເດີນທາງດ້ວຍລົດໄຟແບບເບສິກໆ ນັ່ງແຕ່ອຸບົລ-ດອນເມືອງ (ສະເຕັບເດີມພີ່ນ້ອງ) ຮອດດອນເມືອງເຊັກອິນໂນ້ນນີ້ນັ້ນເຂົ້າເກັທແລ້ວກຽມບິນເລີຍ.......

     ສາຍການບິນທີ່ເຮົາຈອງເປັນສາຍການບິນແບບ Low cost ປະຫຍັດໆ ສີແດງໆ(ບໍ່ເວົ້າຍາວຈັກນ່ອຍເຂົາສິຮູ້) ເນື່ອງຈາກເຮົາຈອງແບບໂລວ໌ຄອສມັນກະເລີຍຕ້ອງໄດ້ບິນເດິກ..ເດິກເຕີບ.. ໄປຮອດສະໜາມບິນມາເລເຊຍ (KLIA= Kualar Lumpur International Airport) ປະມານ 2 ໂມງເຊົ້າ ແລ້ວເຫດມັນກະເກີດ ເຂົ້າເມືອງບໍ່ໄດ້ເພາະລົດໄຟເປີດໃຊ້ງານ 5:00 ເພາະສະນັ້ນເຮົາກະເລີຍໄດ້ນອນສະໜາມບິນແທນ (ເປັນຈັ່ງໃດລະວາງແຜນມາດີ..ຫຶ) ເປັນການນອນສະໜາມບິນຄັ້ງແລກໃນຊີວິດ. ບອກຄຳດຽວ =ທໍລະມານ= ຄືຖ້າຖາມວ່າມັນບໍ່ມີບ່ອນນອນບໍ? ກະມີ ແຕ່ມັນນອນບໍ່ໄດ້ ເພາະໃນສະໜາມບິນມັນໜາວ ເສື້ອຜ້າທີ່ເອົາມາຄືເສື້ອແຂນຍາວກາກໆ ໂສ້ງຂາຍາວອອກກຳລັງກາຍໂງ່ໆ ຖາມວ່າບໍ່ໜາວເບາະ? ສິເຫຼືອບໍລະບາດນິ. ແຕ່ມັນກະຕ້ອງໄດ້ນອນເພາະມັນບໍ່ມີທາງເລືອກ ສິນອນໂຮງແຮມແຄັບຊູນກະແພງ ເພາະສະນັ້ນຕັດເລີຍ ນອນໜາວໆໄປເລີຍ.

       ພໍເຖິງເວລາ 5:00 ເຄົາເຕີ້ລົດໄຟກະເລີ່ມໃຫ້ບໍລິການທັນທີ (ຕ່າງປະເທດເຂົາເຈົ້າໃຫ້ຄວາມສຳຄັນກັບເວລາຂະໜາດເດີ) ການເດີນທາງເຂົ້າເມືອງແຕ່ສະໜາມບິນຫາກຸງກົວລາລຳເປີມີ 3 ທາງເລືອກຄື: 1. ລົດໄຟທີ່ນັ່ງຍາວເລີຍຮອດ KL central ແຕ່ແພງສຸດ ກັບ ລົດໄຟທີ່ຕ້ອງປ່ຽນຂະບວນລາຄາ 24 ຣິງກິທປະມານ 48.000 ກີບ ນິລະບໍ່ຈື່ເວີຍ. 2.ນັ່ງລົດບາສຫຼືລົດເມ ແອບແພງຄືກັນ ແລະ 3.ນັ່ງແທັກຊີ້ (ສາຍປະຫຍັດຫ້າມນັ່ງ ດຽວບໍ່ມີເງິນກິນເຂົ້າ). ແນ່ນອນສາຍເຮົາເລືອກນັ່ງຍາວ ຖຸ່ຍ!!! ນັ່ງລົດໄຟແບບປ່ຽນຂະບວນເອົາຕົວເນາະຖືກສຸດລະໃນນີ້. ໂດຍບໍ່ຮູ້ເລີຍວ່າ ຄວາມບັນໄລກຳລັງຈະເກີດຂຶ້ນ 555 ເກີດເມື່ອຕອນຈະປ່ຽນຂະບວນເພາະວ່າ 3 ສ່ຽວເພິ່ນຫຼັບໝົດ ກູເປັນຄົນສະເດີດຂຶ້ນມາ ຕາຕີ່ຕາລານ ນຶກວ່າເຈົ້າຂອງເລີຍສະຖານີວ່າຊ້ານນນນນນນ ຈາກຄວາມງ້ວງນອນ ຫາຍບາດນິ ຄວາມເຈັບຫົວມາຕໍ່ ໂອຍຍຍຍຍຍຍ. ພໍຕັ້ງສະຕິໄດ້ທໍ່ນັ້ນ ໂອ້...ຍັງບໍ່ຮອດສະຖານີເທື່ອ ອິອິອິອິ ຈາກທີ່ໜາວໆ 3 ສະຫາຍພາກັນເຫື່ອຊັດອອກຈົນຊ່ວງໝົດ.

       ຍັງບໍ່ທັນຮອດໃສກະເກີດເລື່ອງເກີດລາວໄດ້ຫຼາຍແທ້ນໍ... ສຸດທ້າຍກະມາຮອດຕົວເມືອງແບບງ່າຍໆ (ງ່າຍບ່ອນໃດວ່ະ) ເຮົາຕ້ອງໄດ້ທຳການຝາກກະເປົ໋າໄວ້ທີ່ໂຮງແຮມໃນກຸງກົວລາລຳເປີກ່ອນທີ່ຈະອອກເດີນທາງໄປຄາເມຣອນໄຮແລນ. ເລື່ອງກະເກີດອີກແລ້ວເນື່ອງຈາກຫາໂຮງແຮມບໍ່ເຫັນ ໃຊ້ກູເກີລແມັບ ຫາເສັ້ນທາງ 2 ນາທີຮອດວ່າຊັນ ຍ່າງຫາ 10 ນາທີຍັງບໍ່ເຫັນ ບາດມາຮອດຈຸດກະໄປໂຜ່ເສັ້ນໃໝ່ ຈົນເມື່ອຍຫາແລ້ວບາດນິ ຢືນແນມປ້າຍເອົາພີ່ນ້ອງ ເຫັນ!! ພາກັນຢືນຢູ່ຕໍ່ໜ້າໂຮງແຮມ ເອົ້າ! ບາດຕັ້ງໃຈຫາມັນຄືບໍ່ເຫັນບາດນິ ເອົາສະບໍຈັກບາກບັກກູເກີລແມັບນິ! ສູນແລ້ວເດນິ ຫຶ!!!

Day1: KL central - Cameron Highland

     ການເດີນທາງງ່າຍແສນງ່າຍ (ງ່າຍອີກລະ) ງ່າຍອີ່ຫຼີພີ່ນ້ອງ ໃຫ້ທຸກຄົນນັ່ງລົດໄປຈາກສະຖານີ KL Sentral ໄປ ສະຖານີ BANDAR TASIK SELATAN (ສາຍສີຟ້າ) ສາມາດເບິ່ງຕາມແຜນທີ່ນີ້ໄດ້ https://images.app.goo.gl/Fxz2ZSqhf27aMtat9 ເມື່ອມາຮອດສະຖານີແລ້ວໃຫ້ຍ່າງອອກມາ ກົງກັນຂ້າມຈະເປັນສະຖານີລົດບາສ ເຮົາຈະເດີນທາງດ້ວຍລົດບາສກັນ (ຖ້າມີຄົນມາສະເໜີຂາຍບັດໃຫ້ຢ່າຊື້ເດີ ຕ້ອງຊື້ໜ້າເຄົາເຕີ ຈັກນ່ອຍຖືກໂກງລາຄາ) ເຫັນສະຖານີແລ້ວກະຍ່າງເຂົ້າໄປແບບຄວາມໝັ້ນໃຈໂລດ ເວົ້າໄປເລີຍວ່າ ຄາເມຣອນ ໄຮແລນ ທຣີ ທິກເກັທສ໌ "Cameron Highland 3 tickets"  5555 ລາຄາປີ້ເບົາໆ 35 ຣິງກິທ ປະມານ 70,000 ກີບ/ປີ້. ຫຼັງຈາກນັ້ນກະນັ່ງລົດຍາວໄປ 3 ຊມ ນອນໄປ 3 ຕື່ນຍັງບໍ່ຮອດ.

     ທີ່ຕັດສິນໃຈໄປຄາເມຣອນ ເປັນຄວາມມັກສ່ວນຕົວເລີຍ ຢາກໄດ້ບັນຍາກາດນັ່ງດື່ມຊາຮ້ອນໆ ທ່າມກາງໄຮ່ສວນຊານາຂັ້ນໄດ ສາຍລົມພັດເຢັນໆ ຟິນນນນນນນ ແຕ່ຂໍນຸຍາດຢຸດກ່ອນ ພໍເມື່ອໄປຮອດ ຄໍ່າແລ້ວ!!! ວັອທ ເດິ ຟັກ!!! ມັນແມ່ນວັນອາໄລຂອງກູນິ ບໍ່ໄດ້ເຫັນຫຍັງ ອີ່ແມ່....... ແຕ່ໃນຄວາມໂຊກຮ້າຍ ກະຍັງມີໂຊກດີຢູ່ເດະ ເຮົາສາມາດນຳຫາໂຮສເທລໄດ້ງ່າຍເວີ້ ເຢ່....... ແລ້ວສິຖ້າຫຍັງລະ ນອນຕິເນາະ ເກັບແຮງເດີນສຳຫຼວດມື້ອື່ນ.

Day 2: Cameron Highland 

       ເຮົາຈະພາທ່ຽວຄາເມຣອນ ສັນຍາລັກຂອງເມືອງນີ້ແມ່ນສວນຊາທີ່ເປັນນາຂັ້ນໄດ (ຕົກລົງເປັນສວນຊາ ຫຼື ເປັນນາ) ເຂົາເຈົ້າປູກຊາຕາມເຈີ້ຍພູ ເຮັດໃຫ້ມັນເປັນເອກະລັກຂອງເມືອງນີ້ ຖ່າຍຮູບອອກມາງາມປານເຈົ້າຂອງສວນພຸ້ນລະ. ແຕ່ກ່ອນທີ່ເຮົາຈະໄປ ກອງທັບຕ້ອງຍ່າງດ້ວຍຂາ ແຕ່ຂາຈະມີແຮງເຮົາຕ້ອງກິນກ່ອນ. ຮ້ານອາຫານທີ່ເຮົາຈະກິນເປັນຮ້ານອາຫານສຸດເດັດໃນເນັທບອກ ຢ່າຖາມວ່າໃຜບອກ =ເນັທບອກ=  ເຂົາວ່າເດັດແທ້ເດັດວ່າ #ເຈົ້າແມ່ສາຍກິນແຂວງຈຳປາສັກ ແບບເຮົາກະບໍ່ພາດ ມາຮອດບ່ອນທັງທີເຮົາກະຕ້ອງໄປກິນໃຫ້ມັນຮູ້ເຖິງຄວາມໂດ່ງດັງຂອງມັນຕົວ. ອາຫານທີ່ເຮົາໄປກິນມັນຊື່ວ່າ Steam boat ມັນກະສິເປັນຄ້າຍໆໝໍ້ຮ້ອນ ເຜັດໆ ສົ້ມໆ ຄືຈັ່ງຕົ້ມຍຳນີ້ລະ ແຕ່ມັນບໍ່ແມ່ນຕົ້ມຍຳເດີ ສ່ວນລົດຊາດ ເດັດແຮງງງງງງງ ມາຮູ້ທີຫຼັງວ່າມັນເປັນອາຫານຂຶ້ນຊື່ທີ່ສາມາດກິນໄດ້ແຕ່ຢູ່ຄາເມຣອນບ່ອນດຽວ. ຂິງກັນໄປອີ໊ກກກກກກກ. 

    ຫຼັງຈາກທີ່ທ້ອງຕຶງ ໜັງຕາກະຍ່ອນ ກ່ອນສິຫຼັບເຮົາຕ້ອງໄປທ່ຽວກັນກ່ອນ ງ່າຍໆ ໃຊ້ເງິນແກ້ບັນຫາອີກລະ ເໝົາແທັກຊີ້ເລີຍມັນຈະມີທົວບໍລິການຢູ່ແລ້ວແຕ່ຕົກລົງກັບເຂົາເຈົ້າ ສ່ວນທາງເຮົາຂໍ 2 ຊມໃນການໄປທ່ຽວ ເຂົາເຈົ້າກະຈັດໃຫ້ເລີຍ ແລພກະພາໄປປະມານ 3 ບ່ອນແລະສຸດທ້າຍກະຈົບທີ່ສວນຊາຕາມຄຳບັນຊາຂອງເຮົາ555555 ຖາມວ່າໄດ້ນັ່ງຈິບຊາຊົມສວນບໍ່? ບໍ່ ເພາະໝົດເວລາ ສັສສສສສສສ ກູສິໄຫ້ອີກລະ ແຕ່ກະປອບໃຈໂຕເອງວ່າຄຸ້ມແລ້ວ ສົມກັບເງິນທີ່ເສຍໄປແລ້ວ (2 ຊມ ຕົກຄົນລະ 20 ຣິງກິທ ປະມານ 40,000 ກີບຕໍ່ຄົນ ຖືວ່າຖືກຢູ່ ໃຫ້ອາໄພໄດ້). ເລາະຊົມເມືອງຈົນຈຸໃຈ ກະໄດ້ເວລາຈາກັນແລ້ວບາດນິກຽມເດີນທາງກັບເຂົ້າກຸງກົວລາລຳເປີກັນ.

    ປະມານ 3 ໂມງແລງຮອດສະຖານີ ເກີດເລື່ອງຂື້ນອີກແລ້ວ ເນື່ອງຈາກວ່າລົດບັສທີ່ເຮົານັ່ງມາເຂົາສົ່ງເຮົາຜິດບ່ອນກະເລີຍເກີດມີການຖົກຖຽງກັນເກີດຂຶ້ນລະຫວ່າງ ນັກທ່ອງທ່ຽວທີ່ບໍ່ໄດ້ມີແຕ່ກຸ່ມເຮົາ ກັບຄົນຂັບລົດ: ຄຂລ: ກະນີ້ລະ KL Sentral, ທາງເຮົາ: ມັນບໍ່ແມ່ນນາ ມັນບໍ່ແມ່ນ. ຖຽງກັນໄປຖຽງກັນມາເຂົາກະໄລ່ລົງລົດເສີຍ ອິຮູ້ສິເຮັດລະບາດນິກະຕ້ອງລົງລະເນາະ ຄັນໄປເລີຍກະຢ້ານເຂົາພາໄປເລື້ອຍ. ພໍລົງມາກະໃຊ້ກູເກີລແມັບເຈົ້າເດີມ. ສຸດທ້າຍ ຖືກຄວາມ ຄຂລ ລາວສົ່ງຖືກບ່ອນແລ້ວ ແຕ່ດ້ວຍຄວາມທີ່ເຮົາບໍ່ຮູ້ວ່າບ່ອນທີ່ລາວສົ່ງນັ້ນເປັນໜ້າສະຖານີ ເພາະມັນບໍ່ຄື ມັນກະຈັ່ງເປັນຕຶກແກ້ວສູງໆ ຈື່ໄດ້ແຕ່ວ່າເຫັນລົດເມຈອດຄັນໜຶ່ງ ດ້ວຍເຊັນສ໌ເຮົາກະເລີຍລອງຍ່າງໆໄປເບິ່ງ ແລະກະຄວາມພີກພໍແຕ່ເຂົ້າໄປທໍ່ນັ່ນລະ 3 ສະຫາຍຮ້ອງອອກເລີຍວ່າ =ໂອ່........=  ທີ່ຈິງຄືກັນມາສົ່ງເຮົາຄົນລະເບຶ້ອງກັບໂຮງແຮມເຮົາ (ກູກະຕົກອົກຕົກໃຈນຶກວ່າຖືກຖິ້ມສະດອກ) ພີກດອກສອງອີກ ຕ່າງປະເທດ 3-4 ຄົນຍ່າງຕາມມາຕິດຕິດ ກະຮ້ອງ =ໂອ່........=   7ສະຫາຍຫຼຽວໜ້າກັນ ເພືອບ! ແລ້ວກະພາກັນສະຫຼາຍມັອບທັນທີ!!....ທີ່ພາກັນຮ້ອງໂອ່ ບໍ່ໄດ້ຮ້ອງເພື່ອຫຍັງໄດ໋ ຮ້ອງເພາະເຂົາມາສົ່ງຫັ້ນຖືກແລ້ວ ແຕ່ມາສົ່ງຄົນລະຟາກກັບບ່ອນທີ່ເຮົາເຂົ້າ ແລະມັນກະເສືອກບໍ່ມີປ້າຍຫຍັງບອກວ່າມັນເປັນສະຖານີ ກູຈະບ້າຕາຍ!!!!!!!frown ບໍ່ຕ້ອງສົງໄສວ່າເປັນຫຍັງຕ່າງປະເທດ 7 ຄົນພາກັນອຸທານຂຶ້ນມາ...ເຫິະໆໆໆໆໆໆ. ຂໍຈົບວັນທີ 2 ດ້ວຍການກິນມີ່ມາເລທີ່ລົດຊາດຄືມ່າມ່າໝູສັບ ກັບຂະໜົມປັງແຫ້ງໆ ຈາກ 7-11 ແລະນອນ.

Day 3: Genting Highland, KLCC, Petronas Tower, street food ALA N JALOR STREET

        ເປັນເຊົ້າທີ່ສົດໃສ ຂ້າງໃນມົ່ນໝອງ ອື໊ຍຍຍຍຍຍ ເປີດມື້ທີ 3 ດ້ວຍການນັ່ງລົດເມຈາກ KL Sentral ໄປ Genting Highland ໃນລາຄາສະບາຍກະເປົ໋າ ໄປກັບ 9 ຣິງກິທ = 18,000 ກີບ/ຄົນ ຕ໊າຍຍຍຍຍຍຍ ຖືກ!!!!!!! (ສະຖານີລົດໄຟກັບລົດເມຢູ່ບ່ອນດຽວກັນເດີບໍ່ຕ້ອງງົງ) ນັ່ງຍາວໄປປະມານ 1 ຊມ ນີ້ລະກະຮອດ. ພໍຮອດແລ້ວມັນຈະມີທາງຂຶ້ນໄປເກັນຕິ້ງອີກ ມີ 2 ທາງຄື: ທາງລົດ ກັບທາງກະເຊົ້າລອຍຟ້າ. ແນ່ນອນແຫຼະເຮົາເລືອກຂີ່ກະເຊົ້າ ບ້ານນອກເຂົ້າກຸງບໍ່ເຄີຍຂີ່ກະຕ້ອງລອງຕົວ ແລະເວລາທີ່ເຮົາຂີ່ກະເຊົ້າມັນຈະແວະທຸກສະຖານີ ເຮົາສາມາດລົງທ່ຽວ ຖ່າຍຮູບ ຊົມວິວໄປເທື່ອລະຂັ້ນໄດ້ໂດຍບໍ່ໄດ້ເສຍເງິນຈັກກີບ ດີໄປອີກ! ຕະຫຼອດທາງມັນຈະມີວັດອັນໜຶ່ງທີ່ຊື່ວ່າ Sin Swee Temple ເປັນວັດທີ່ສວຍງາມອາລັງເວີວັງແຮງ ຖ່າຍຮູບສວຍ ຕ້ອງແວ່!! 

       ຫຼາຍຄົນອ່ານມາຮອດນີ້ກະສິງົງ ແລ້ວວ່າ ເກັນຕິງ ມັນແມ່ນຫຍັງ?? ແນ່ະ.... ເກັນຕິ້ງ ເປັນເກາະສ້າງໃໝ່ ເປັນເກາະແຫ່ງການທ່ອງທ່ຽວ ເຊິ່ງໃນນັ້ນຈະມີ ຄາສິໂນ ສວນສະໜຸກ ໂຮງແຮມ ຮ້ານອາຫານ ຊັອບປິ້ງມໍ ຄົບເຄື່ອງ ເອົາງ່າຍໆ ມັນຊໍ້າເມືອງໆໜຶ່ງພຸ້ນລະທີ່ແບບໂຄດຈະເລີນ ຈະເລີນກວ່າບ້ານເຮົາອີກນະ!  ແລ້ວເກີດຄຳຖາມອີກວ່າ 3 ສະຫາຍໄປເພື່ອຫຍັງ?? ເອີ ກູກະງົງຄືກັນ ເອົາເປັນວ່າມານັ່ງກະເຊົ້າ ຊົມວິວມາເລຫຼິ້ນໆສະເນາະ ກະໄດ້ຊັອບໄດ້ຫຍັງຢູ່ເດະ ໂຊກຮ້າຍກະມາເພາະຕອນທີ່ເຮົາໄປເຂົາປິດປັບປຸງ!! ຕອນຫາຂໍ້ມູນກະຄືບໍ່ວ່າຫຍັງເດະ ພໍກູມາຮອດ ພັດວ່າປິດປັບປຸງ ຊາດດດດດດດດ. ແຕ່ກະເບິ່ງໂລກໃນແງ່ດີ ຖືສະວ່າມາກິນເຂົ້າເທິງພູ ໃນສະຖານີກະເຊົ້າມັນຈະມີຮ້ານອາຫານທີ່ເປັນຂອງມາເລເຊຍຢູ່ ຕ້ອງລອງ ເຂົ້າມັນໄກ່ ເຂົ້າຂາໝູ ແນະນຳແຮງງງງງງງ!!!!!!!! ຕ້ອງລອງ!!!!!!!

     ຫຼັງຈາກນັ້ນເຮົາກະພາກັນກັບມາເມືອງຄືນເພື່ອທີ່ຈະໄປບ່ອນຕໍ່ໄປກັນ ນັ້ນກະຄືຕຶກແຝດ Petronas Tower ເຊິ່ງຕັ້ງຢູ່ສະຖານີ KLCC ລົງປຶບກະຢູ່ໃນຫ້າງກ້ອງຕຶກແຝດເລີຍ ດີງາມພະຣາມແປດເກົ້າສິບ!!!!!!! ຕາມສະເຕັບເດີມພາກ1 ໄປເບິ່ງນໍ້າພຸຄືເກົ່າ ກະມີການສາຍໜັງ ຮ້ອງເພງ ເປີດເພງອາລັງການງານສ້າງແຮງ ປະທັບໃຈblush  ກ່ອນຈະກັບເຮົາກໍ່ໄດ້ແວ່ກິນເຂົ້າ ກັບສະຕຣີທຟູດ ຫຼື ອາຫານຂ້າງທາງ ຂອງມາເລ ພາດບໍ່ໄດ້ກັບຖະໜົນສາຍນີ້ Alan Jalor Street ລົງສະຖານີນີ້ເລີຍ!! ເດັດ ດວງ!! ມັນຈັກເປັນແບບຕະຫຼາດນັດຈີນແບບບ້ານເຮົາແຫຼະ ຕ່າງແຕ່ວ່າມັນມີອາຫານປະຈຳຊາດຂອງມາເລເຊຍ ມາເຖິງທີ່ບໍ່ກິນບໍ່ໄດ້ຖືວ່າມາບໍ່ຮອດແລະ. ບັກກຸດເຕະ ເຂົ້າຫໍ່ສາມຫຼ່ຽມ ຂະໜົມຫວານ ຕ້ອງລອງ!!!! ຈົບວັນທີ 3 ດ້ວຍຮ່າງກາຍທີ່ເກືອບແຫຼກ. ເຈິະກັນວັນສຸດທ້າຍ.

Day 4: Batu Cave 

     ມາມາເລເຊຍ ສິພາດຖ້ຳສັກສິດແຫ່ງນີ້ບໍ່ໄດ້ເພາະເປັນທີ່ທີ່ຕ້ອງມາຂໍພອນ ມາຖ່າຍຮູບທີ່ເປັນເອກະລັກມາເລຊັດໆ ຖໍ້ານັ້ນກໍ່ຄື ຖໍ້າບາຕູ ລັກສະນະມັນຈະເປັນຖໍ້າທີ່ຢູ່ເທິງພູສູງໆ ມີຂັນໄດໃຫ້ຍ່າງຂຶ້ນໄປປະມານ 444 ຂັ້ນ ເບາະ!! (ພິດພາດກະຂໍອາໄພ) ຖາມວ່າຂຶ້ນບໍ່?? ຂຶ້ນ!! ຂຶ້ນມາເພື່ອ??? ຂຶ້ນມາກະຈະໄດ້ຄວາມຮູ້ສຶກ ເມື່ອຍ! ຂາລ່ອຍ! ຫາຍໃຈຫອບ!! ແຕ່ກະຄຸ້ມຄ່າຄວາມອາລັງການ ຄວາມຂລັງຂອງສະຖານທີ່.

     ຄວາມຮ້າຍກາດຂອງການໄປຖໍ້າບາຕູ ນັ້ນກະຄື ການຂຶ້ນລົດໄຟຜິດສາຍ ຍັງບໍ່ແລ້ວ ນັ່ງຖ້າລົດໄຟ 1 ຊມ ກວ່າຈະຫາທາງກັບຈຸດເດີມ ໂຮງແຮມກະຕ້ອງເຊັກເອົ້າ ກະເປົ໋າກະຕ້ອງເອົາອອກ ລົດໄຟກະຍັງບໍ່ທັນຊື້ປີ້ ຊ່າງເປັນຄວາມສ່ຽງທີ່ໜ້າເຫັນໃຈ ສຸດທ້າຍສະຫວັນກະຍັງເຂົ້າຂ້າງຄົນບ້າຄືເຮົາຢູ່ ສົ່ງລົດໄຟມາຮັບໄດ້ທັນເວລາສຸດທ້າຍກໍ່ໄປເຊັກເອົ້າແລ້ວຝາກກະເປົ໋າໄວໜ້າໂຮງແຮມກ່ອນຈະຕັດສິນໃຈນັ່ງລົດໄຟໄປຕໍ່ທີ່ຖໍ້າບາຕູ ຄັ້ງນີ້ບໍ່ມີທາງທີ່ຄົນຄື ມລ ຈະຫຼົງທາງຊໍ້າແນ່ນອນ ຄົນເຮົາມັນສິພາດຈຸດເກົ່າໄດ້ 2 ເທື່ອຊະເບາະ ຫຶຍ!!!!!!! ຍັງ ຍັງບໍ່ໝົດ ຄວາມພີກຂອງທຣິບນີ້ກະຄື ໝູ່ທີ່ໄປນຳກັນເກີດມີຄວາມຫ້າວຢາກເຝິກພາສາອັງກິດ ກະເລີຍແນະນຳໃຫ້ໄປຫາຄົນທີ່ເວົ້າພາສາເຂົ້າໃຈກັນງ່າຍ ດ້ວຍທີ່ຄວາມບັງເອີນ ມີພໍ່ເຖົ້າຜູ້ໜຶ່ງ ເຂົາວ່າລາວເປັນຄົນບ້າ ແຕ່ທາງເຮົາກະງົງ ຍັງມີຄົນບ້າກວ່າເຮົາເບົາະ!! ເອະ!! ກະຖາມໄປມາໄດ້ຄວາມວ່າ ລາວຊື່ພໍ່ເຖົ້າໂຮ ເປັນຄົນສັນຊາດ ຈີນ-ມາເລ ຍ້ານມາຢູ່ມາເລຫຼາຍປີແລ້ວແຕ່ທຸລະກິດຫຼົ້ມລະລາຍບໍ່ມີບ່ອນຢູ່.... ລົມກັນຫຼາຍເລື່ອງ ເປັນຕຸເປັນຕະ  ຈົນຄົນມາເລທີ່ຢູ່ໃນຕູ້ລົດໄຟທີ່ພວກເຮົານັ່ງຢູ່ ຫັນມາເບິ່ງແບບ ອີ່ນີ້ມັນເປັນໃຜ ມາແຕ່ໃສ ຄືລົມກັບຄົນບ້າ ແລ້ວກະເຮັດໜ້າງົງໆ.. ຫຼັງຈາກນັ້ນເຮົາກະເດີນທາງກັບສະໜາມບິນ ແລ້ວກະກັບບ້ານດ້ວຍຄວາມປອດໄພເຊັ່ນເຄີຍ.

ເລື່ອງນີ້ສອນໃຫ້ຮູ້ວ່າ: ໃນການເດີນທາງທີ່ຍາກລຳບາກ ແຕ່ຖ້າເຮົາຕັ້ງສະຕິນິດນຶ່ງບັນຫາມັນກະເປັນເລື່ອງເລັກນ້ອຍ ເພື່ອນຮ່ວມເດີນທາງກະເປັນສ່ວນທີ່ເຮັດໃຫ້ເຮົາທຸ່ນທ່ຽງຫຼາຍຂຶ້ນ (ເຮົາກະແອບດີໃຈທີ່ມີຄົນຫຼົງເປັນໝູ່555) ການເຮັດໂຕແປກໆ ລົມກັບຄົນແປກໆ ແຫກປາກຮ້ອງດັງໆ ເຕັ້ນກະໂຍ່ງກະເຍັ່ງ ໃນຕ່າງປະເທດມັນເປັນເລື່ອງປົກກະຕິ ອັນໃດທີ່ມັນເປັນໂຕເຮົາທີ່ເຮົາສະແດງອອກມາມັນຈະຊ່ວຍໃນການບຳບັດຈິດໃຈເຮົາອີກໜຶ່ງທາງ ວ່າຊ້ານນນນນນນ ມີສາລະຢູ່ 

ໃຜທີ່ຢາກອອກໄປທ່ຽວຖ້າຍັງບໍ່ກ້າລອງທ່ຽວໃນປະເທດກ່ອນກໍ່ໄດ້ ເລີ່ມຈາກກ້າວເລັກໆກ່ອນ ວາງແຜນໃຫ້ດີໆ ອ່ານຣີວິວໃຫ້ລະອຽດ ກຽມໂຕໃຫ້ພ້ອມ ແລ້ວກະໄປໂລດ

ຖ້າໃຜອ່ານມາຮອດຈຸດນີ້ ກະອາດຈະເຫັນເລື່ອງຕະຫຼົກ ແຕ່ວ່າຖ້າໃຜທີ່ມາຕົກໃນສະຖານະການແບບນັ້ນ ຖ້າບໍ່ມີສະຕິແມ່ນແຕກທີບແນ່ນອນ!!! ຖືວ່າເຮົາຍັງຄຸມສະຕິໄດ້ຢູ່

ສຸດທ້າຍກະຂໍຝາກຊ່ອງຍູທູບໄປກົດຊັບໃຫ້ແນ່ເດີ https://www.youtube.com/channel/UC4xX0-Lra2ZWhIfrwdWAEig 

ເຈິະກັນເລື່ອງໜ້າ 

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່