ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2021 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ທ່ຽວສິງກະໂປ ໂອ້ໂຫສະບາຍກະເປົ໋າ (ເບາະຫວະ??)

ສະບີດາຍ ສະບາຍດີ ພີ່ນ້ອງຊາວພັນລາວ ທຸກຄົນ(ທີ່ຫຼົງເຂົ້າມາອ່ານ555)

ມື້ນີ້ ມລ ສິມາເວົ້າເລື່ອງ "ການໄປທ່ຽວສິງກະໂປ" ໃຫ້ຟັງ ເນື່ອງຈາກຊ້ວງນັ້ນ ຍໍ້າ! ວ່າຊ້ວງນັ້ນ!

 

ມລ ໄປສິງກະໂປປະມານປາຍປີ 2018 ດ້ວຍຕຄວາມທີ່ວ່າຄ່າປີ້ຍົນຂອງສາຍການບິນສີແດງມີໂປຣ #ສາຍທ່ຽວ ຄືເຮົາກະຕ້ອງຈັດຕິເນາະ ຢ່າຣໍຊ້າ!!  ຈື່ໄດ້ວ່າຈອງຕົ໋ວໄປຕອນນັ້ນປະມານ 1700 ບາດ (ໄປກັບເດີ) ໄປທັງໝົດ 3 ວັນ 2 ຄືນ ໄປຫຼູ ຢູ່ສະບາຍ ງ່າຍໆ ສະໄຕລ໌ #ເຈົ້າແມ່ສາຍກິນສາຍທ່ຽວແຂວງຈຳປາສັກ. 

ຄ່າໃຊ້ຈ່າຍທັງໝົດມີ

  1. ປີ້ຍົນ 1700 ບາດ = 440,000 ກີບ/ຄົນ (ບໍ່ລວມນໍ້າໜັກກະເປົ໋າ ເພາະເຮົາສາຍປະຫຍັດ)
  2. ຄ່າທີ່ພັກ 2 ຄືນ: 20 ຫຼຽນສິງຄະໂປ(SGD) = 140,000 ກີບ
  3. ຄ່າເຂົ້າສວນສະໜຸກ Universal Singapore 4SGD = 28,000 ກີບ
  4. ຄ່າລົດໄຟທີ່ໃຊ້ 20 SGD = 140,000 ກີບ (ໃຊ້ບໍ່ໝົດດອກ)
  5. ຄ່າລົດບັສໄປ Lonely tree 8 SGD = 32,000 ກີບ
  6. ຄ່າລົດໄຟ ອຸບົລ-ດອນເມືອງ 404 Baht = 105,000 ກີບ (ໄປກັບ)

ລວມທັງໝົດ 885,000 ກີບ/ຄົນ WTF!!!!! ຖືກແຮງຈິງ!! (ບໍ່ລວມຄ່າກິນ) 

ເກິ່ນນິສນຶ່ງ: ສາເຫດທີ່ໄປທ່ຽວສິງຄະໂປເພາະວ່າ ເຂົາວ່າ! ສິງຄະໂປຄ່າຄອງຊີບສູງ ອີ່ຫຍັງກະແພງ ແມ້ແຕ່ນໍ້າຊື່ໆຍັງແພງ ໃຜສິໄປສິງຄະໂປຕ້ອງຖືເງິນໄປຫຼາຍໆ ວ່າຊ້ານນນນນນນ. ທາງເຮົາກະຢາກໄປພິສູດວ່າມັນສິແພງຄືເຂົາວ່າກັນເບາະ! "ບໍ່ເຊື່ອ ຕ້ອງພິສູດ" ແລະ ການເດີນທາງສ່ວນຫຼາຍສະດວກແຕ່ຕ້ອງຍ່າງຫຼາຍ. ເປັນທຣິບທີ່ເມື່ອຍກວ່າທຸກທຣິບ.

ເລີ່ມຕົ້ນການເດີນທາງຈາກສະໜາມບິນດອນເມືອງເລີຍ ເພາະຄ້ານເລົ່າແຕ່ນັ່ງລົດໄຟ ເພາະ ມັນ ໂຄດ ຊ້າ! ໃຜຢາກຮູ້ວິທີການນັ່ງລົດໄຟກະທັກມາເດີະ. 

ການເດີນທາງກະງ່າຍຍຸ ນັ່ງເຄື່ອງປະມານຊົ່ວໂມງນິດໆກະຮອດສະໜາມບິນ Changi Airport (SIN) ໄປເຖິງປະມານທ່ຽງ. ຄວາມພີກກະເກີດຂຶ້ນກັບກູອີກລະ! ໄປປະເທດໃດ໋ຕ້ອງມີເລື້ອງຕັ້ງແຕ່ຕົ້ນຈົນຈົບອີ່ຫຼີເບາະຫຶ! ຕມ ໂຫດໃຜເຄີຍໄດ້ຍິນ? ຕມ ສິງຄະໂປບໍ່ໄດ້ໂຫດ ແຕ່ມັນເກີນຄຳວ່າໂຫດ! ຫຼາຍຄົນບອກວ່າຖືກກັກໂຕເຂົ້າຫ້ອງເຢັນ ແລ້ວກູເດະບາດນິ. ຕອນຍ່າງເຂົ້າໄປຜ່ານ ຕມ ກະດີຢູ່ ພໍແຕ່ເຈົ້າໜ້າທີ່ເປີດພັສສະປອດເທົ່ານັ້ນລະ ຄວາມບັນໄລກະບັງເກີດ.

  • ຈນທ(ເຈົ້າໜ້າທີ່): ຖາມກັບມາຄືນວ່າເຈົ້າຊື່ຫຍງັ? ກູກະເຮັດໜ້າເອີ໋ໆເນາະ ກະຄິດວ່າ =ໂອ້ເຂົາອ່ານຊື່ເຮົາບໍ່ອອກ ຊັ້ນເດະ= ກະຕອບເຂົາໄປ. 
  • ກູ: ຊື່...... ນາມສະກຸນ...... ເດະ ພາສາອັງກິດໄດ້ໃຊ້ກະບາດນີ້ລະ. ອິອິອິ
  • ຈນທ: ໜ້າເຈົ້າບໍ່ຄືໃນພາສສະປອດ! ແມ່ນເຈົ້າອີ່ຫຼີເບາະ?
  • ກູ:ເອີ່....ກະແມ່ນລະເນາະ. ກະຂ້ອຍລະຫັ້ນ (ງຶດໜ້າກູກັບໃນຮູບບໍ່ຄືກັນ ວ່າເດະ! ງົງ)
  • ຈນທ: ເຈົ້າເປັນຄົນລາວຊັ້ນເບາະ! (ແນະມີຖາມຕໍ່ອີກ ອັນຈະແມ່ນບໍ່ເບິ່ງ)
  • ດ້ວຍຄວາມທີ່ກູເກັ່ງພາສາອັງກິດແຮງກະຕອບໆຖຽງໆໄປແນ່ວ່າ
  • ກູ: Yes, I am Lao. I love Laos ຊັ້ນເດະ!! ເປັນຫຍັງໜ້າຂ້ອຍບໍ່ຄືຄົນລາວບ່ອນໃດ?
  • ຈນທ: ແມ່ນ! ເຈົ້າບໍຄືຄົນລາວ (ອ້າວ ເຮັດຈັ່ງໃດກູບາດນິ)
  • ກູ: ຕົກລົງຜ່ານລະບໍ? ເຂົ້າປະເທດໄດ້ລະຕິ!?
  • ຈນທ: ຍັງ! (ຫ້ວຍໝໍນິ ສິເອົາຫຍຍັງອີກ) ລາວກະຖາມຕໍ່ກ່ຽວກັບພາສະປອດ ຖາມໄປໝົດໃນຫັ້ນລະ ເລກບໍ່ເອີ່ຍ! ພໍ່ແມ່ ວັນເດືອນແີເກີດ.....
  • ກູ: ຕອບໄດ້ ເພາະເວລາຖ້າຂຶ້ນຍົນເທື່ອໃດບໍ່ມີວຽກກູເປັນຄົນດຸ ກະພໍສິໄດ້ຈັບພາສະປອດໂຕເອງມານັ່ງອ່ານຢຸ່ເດະ 

ງານນີ້ກູລອດໄປ ເຂົ້າເລື່ອງກັນເລີຍ

  ການນັ່ງລົດໄຟແຕ່ສະໜາມບີນເຂົ້າເມືອງຈະບໍ່ໄດ້ເສຍເງິນເດີ ຟຣີ!! (ໃສວ່າໃຊ້ເງິນຫຼາຍ ໃຜວ່າ =ເຂົາວ່າ?? ໃຜ??= ງົງ)  ຍ່າງໄປຕາມປ້າຍທີ່ຂຽນວ່າ Train to City ຍ່າງໄປຕາມຄົນຍ່າງໄປຫຼາຍໆຫັ້ນລະ ຍ່າງໄປໂລດ!!! ຈາກ Terminal 1 ໄປຫາ Terminal 2. ມັນມີປ້າຍຍ່າງໄປໂລດ ພໍມາເຈິະປ້າຍໃຫ້ຍ່າງຂຶ້ນຄັນໄດເລື່ອນໄປຊັ້ນ 2 ຈາກນັ້ນກະຈະເປັນລົດໄຟເພື່ອໄປສະຖານີທຳອິດໃນກາງເມືອງ ຫຼັງຈາກນັ້ນກະຕໍ່ລົດໄຟໄປສະຖານີທີ່ເຮົາຈອງໂຮງແຮມໄວ້ (ກະຈະບໍ່ຂໍອອກຊື່ເພາະເຂົາບໍ່ໄດ້ສະປອນເຊີ້ກູນະ) ເຊິ່ງຍ່ານທີ່ເຮົາພັກຢູ່ແມ່ນ Orchard ກະລົງສະຖານີຫັ້ນລະລະກະຍ່າງໄປໂຮງແຮມໄດ້ເລີຍ ໃກ້ເວີ້!

ຂໍແນະນຳໃຜທີ່ຈະໄປ ພັກທີ່ຍ່ານ Orchard ຈະກະສະດວກສະບາຍ ປອດໄພ ເພາະຄົນທຽວຫຼາຍ ໃກ້ລົດໄຟຟ້າ ແນະນຳເດີ້

 

Day1: Merlion, Barina Bay 

ການເດີນທາງກະງ່າຍໆໆໆໆໆໆໆ ງ່າຍແຮງ ນັ່ງລົດໄຟຟ້າມາລົງທີ່ສະຖານີ Marina Bay ເລີຍ ແຕ່ຕ້ອງບອກກ່ອນວ່າ ສິງຄະໂປ ເປັນປະເທດທີ່ເນັ້ນການຍ່າງ ຍ່າງ ຍ່າງ ເພາະວ່າສະຖານທີ່ແຕ່ລະສະຖານທີ່ມັນຢູ່ຫ່າງກັນແຮງ ແມ່ນຢູ່ວ່າລົງສະຖານີດຽວໄດ້ໄປຫຼາຍບ່ອນ ແຕ່ຫຼາຍບ່ອນທີ່ເວົ້ານີ້ຄື ມຶງຕ້ອງຍ່າງໄປ! ຫຼືຖ້າເສຍເງິນເຊົ່າສະກູ໊ດເຕີ້ກະໄດ້. ແລ້ວສາຍປະຫຍັດແບບເຮົາກະບໍ່ຕ້ອງຄິດຫຼາຍ ຍ່າງ ເອົາຕົວ. ໃນສະຖານີນີ້ລົງແລ້ວຍ່າງອອກທາງອອກ 6 ແລະກະຍ່າງໄປຕາມແຖວນັ້ນລະ ຖາມ ຈນທ ແຖວນັ້ນເພິ່ນກະບອກ ຫຼື ຈະໃຊ້ແບບເຮົາ ໃຊ້ Googlr Map ຈົບງ່າຍໃນແອັບດຽວ. 

ສັນຍາລັກຂອງສິງຄະໂປກະຄື =ສິງໂຕທະເລ= ຫຼືເອີ້ນວ່າ Merlion ເປັນຮູບປັ້ນສິງໂຕທະເລສີຂາວ ຕັ້ງສະຫງ່າມີນໍ້າພົ່ນອອກມາທາງປາກ ເຊິ່ງເປັນແລນມ໊າກສຳຄັນທີ່ຕ້ອງມາ. ຢູ່ບໍລິເວນແຖວນີ້ກະຈະມີ Marina bay sand ທີ່ເປັນຕຶກສູງໆມີລັກສະນະຄືເຮືອຕັ້ງຢູ່ເທິງສຸດ ບໍ່ຕ້ອງແປກໃຈວ່າມັນແມ່ນຫຍັງ ມັນຄືໂຮງແຮມ ຮ້ານອາຫານ ສຳນັກງານ ຢູ່ໃນນັ້ນ ຖ້າຈະຈໍຂຶ້ນໄປກະຕ້ອງໄດ້ເສຍເງິນຂຶ້ນໄປເພື່ອໄປເບິ່ງວິວທິວທັດປະເທດສຸດຫູສຸດຕາ ຖາມວ່າເຮົາໄປບໍ່ ບໍ່ໄປເວີຍ!  ແລະ ກໍ່ຈະມີສິງຊ້າສະຫວັນອັນບັກເຍີ່ຕັ້ງຢູ່ ຖ້າຈອງຄິວ Marina bay sand ບໍ່ໄດ້ກະແນະນຳໃຫ້ໄປຂີ່ມັນເຫັນທົ່ວສິງຄະໂປຄືກັນ ພິເສດໃຜໄປເປັນຄູ່ຮັກ ອຸ້ຍ! ແນະນຳ.

ການມາເບິ່ງສິງໂຕທະເລ ຖ້າຢາກຖ່າຍຮູບໃຫ້ມາຕອນເຊົ້າ ແຕ່ຖ້າຢາກໄດ້ບັນຍາກາດມາເບິ່ງໜັງມາເບິ່ງການສະແດງນໍ້າພຸ ຢູ່ໜ້າສິງໂຕພົ່ນນໍ້າໃຫ້ມາຕອນ 18:00 ເປັນຕົ້ນໄປ. ຢ່າໄປຕອນທ່ຽງເດັດຂາດ! ໄໝ້ ໄໝ້ແທ້ໆ ຄວາມຮ້ອນບໍ່ຢາກເວົ້າ ຍົກເວັ້ນໄປຍາມຝົນ! ເຕືອນແລ້ວເດີະ 

 

Day2: Universal Studio Singapore ແວະຊື້ຂອງຝາກ

ວັນທີ 2 ທຳອິດນຶກວ່າສິໄດ້ໄປດິນເນີ້ຫຣູຫຣາ ສຸດທ້າຍມາຕິດແງັກຢູ່ຈຸດດຽວນັ້ນກໍ່ຄື Universal Studio Singapore ກະເປັນອີ່ຫຍັງທີ່ແປກໃໝ່ເພາະນີ້ເປັນຄັ້ງທຳອິດທີ່ໄດ້ເຫັນ ແຕ່ແຕ່ແຕ່ ການທີ່ຈະເຂົ້າໄປໄດ້ຕ້ອງມີບັດຜ່ານເດີ. ການຊື້ບັດກະສາມາດຊື້ຜ່ານແອັບຕ່າງໆໄດ້ ຊື້ໜ້າເຄົ້າເຕີ້ເລີຍກະໄດ້ ລາຄາຈະຕົກຢູ່ທີ່ 60 SGD ປະມານ 420,000 ກີບ/ຄົນ/ມື້ ເຊິ່ງສາມາດໃຊ້ຫຼິ້ນເຄື່ອງຫຼິ້ນແບບບໍ່ຈຳກັດໄດ້. ອ່ານມາຮອດນີ້ຫຼາຍຄົນອາດຈະຄິດວ່າແພງໄປເບາະ ບໍ່ໄດ້ຢາກໄປຫຼິ້ນຫຼາຍປານນັ້ນະ ເຮົາກະຍັງມີແຜນສຳຮອງຢູ່ເດະ 555 ເຮົາຍັງມີຕົ໋ວເຂົ້າລາຄາພຽງແຕ່ 4SGD = 24,000 ກີບ/ຄົນ/ມື້ ແຕ່ບໍ່ສາມາດຫຼີ້ນເຄື່ອງຫຼິ້ນອັນໃດໄດ້ເລີຍ ເຂົ້າໄປເບິ່ງໄປຖ່າຍຮູບຢ່າງດຽວ.  ຄຸ້ມຄ່າເວີ້ ແນະນຳໃຫ້ໄປສຸດໆ ເພາະວ່າເຮົາຈະໄດ້ທັງເຫັນ ແລະ ໄດ້ໄປທະເລໃນເວລາດຽວກັນ. ຖ້າໂຊກດີຄືເຮົາກະຈະໄດ້ເຫັນສິງໂຕທະເລ ເຢເຢເຢ

ກັບມາທີ່ໃນເມືອງກັນຕໍ່ ການຊື້ຂອງຝາກນິໄປສິງຄະໂປຂອງຝາກຈະແພງ ແຕ່ມັນກະຍັງມີບາງຮ້ານທີ່ມັນຖືກໂດຍສະເພາະແມ່ນ ຊຸບເປີ້ມາກເກັທ ແນະນຳໃຫ້ຊື້ໃນນີ້ຈະດີກວ່າ. ຂອງຝາກສ່ວນໃຫຍ່ທີ່ ມລ ຊື້ແມ່ນ ມີ່ເຜັດ ເພາະມັນໂຄດຖືກຖົງລະ 6000 ກີບແຕ່ຢູ່ບ້ານເຮົາ 15,000 ກີບ ສິເຫຼືອບໍລະ ຊື້!໋. ອັນທີ 2 ຄື: ຊັອກໂກແລັທ ຖືກຄືກັນ ແລະອັນທີ່ຢາກແນະນຳໃຫ້ຊື້ຄື =ຂະໜົມປັງເຜືອກ= ສິເປັນແຖວໃດຕ້ອງລອງກິນ ມັນແຊບແບບຫາທີ່ຕິໄດ້ອັນໜຶ່ງນັ້ນກໍ່ຄື ມັນນ້ອຍ. ຂະໜົມສ່ວນຫຼາຍໃນສິງຄະໂປຖືວ່າຖືກຢູ່.

Day3: ກັບບ້ານ (ຈົບ)

 

ທ່ຽວຄັ້ງນີ້ສິ່ງທີ່ຢາກບອກໃຫ້ລະວັງຄື:

  1. ການຂື້ນລົດໄຟ ໃຫ້ສັງເກດເບື້ອງໃຫ້ດີໆວ່າສະຖານີທີ່ເຮົາຈະໄປຂື້ນເບື້ອງຊ້າຍຫຼືຂວາ , ເວລາຂື້ນລົດໄຟຟ້າກະພະຍາຍາມຢ່າສຽງດັງ
  2. ລົດເມສາຍທາງຈະຍຸດໃຫ້ບໍລິການຕັ້ງແຕ່ 20:00 ເປັນຕົ້ນໄປ ສຳລັບສາຍທ່ຽວນອກເມືອງ
  3. ນໍ້າກິນ: ບໍ່ໄດ້ແພງຖ້າຮູ້ຈຸດຊື້ ຫຼືບໍ່ ຖືນໍ້າໄປກິນເອງໄດ້ ແລະ ນໍ້າໃນປະເທດນີ້ກິນໄດ້ຈາກທຸກກັອກ ຖ້າຊື້ຕາມຕູ້ແພງຈິງ!
  4. ອາຫານຕາມຮ້ານຖືກແພງແລ້ວແຕ່ຮ້ານ ຖ້າຢາກປະຍັດກະຊື້ໃນຊຸບເປີ້ມາເຮັດກິນເອງ.
  5. ຂາກັບຈະບໍ່ໄດ້ຈຳພາສປອດ ແຕ່ຈະໄດ້ສະແກນອອກປະເທດເອງເລີຍ ແລະ ຕ້ອງໄປຂຶ້ນເຄື່ອງທີ່ Terminal 3 ເດີ.

ສ່ວນເລື່ອງອາຫານທີ່ແນະນຳໃຫ້ກິນໃນສິງຄະໂປ ແລະ ຫາງ່າຍ ນັ້ນກໍ່ຄື:

- ບາກຸດເຕະ: ມັນກະຄືຕົ້ມຕຸ໋ນກະດູກໝູ

- ເຂົ້າມັນໄກ່: ຍ່ານອັອກຊາດ.

 

ໃຜທີ່ຈະໄປກໍ່ແນະນຳໃຫ້ຫາຂໍ້ມູນຫຼາຍໆ ຖ້າມີອັນໃດຢາກຖາມກະຝາກຫຼັງໄມມາຫາໄດ້ເດີ

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່