ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2021 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດິີ ພີ່ນ້ອງຊາວພັນລາວ ທຸກຄົນ

ມາເຈິະກັບ ມລ ອີກແລ້ວວວວ ຫຼັງຈາກທີ່ຫ່າງຫາຍກັນໄປດົນນານແຮງ ຕ້ອງຂໍອາໄພ ເນື່ອງຈາກ ມລ ຕິດພາລະກິດຊ່ວຍຊາດກະເລີຍຈຳເປັນຕ້ອງໄດ້ຢຸດຕິການອັບເດດເລື່ອງລາວໃນພັນລາວໄປ

ແຕ່ມື້ນີ້ ມລ ຄົນນີ້ ກັບມາແລ້ວວວວວວວ ເຢ້!!! (ບໍ່ມີໃຜດີໃຈກະຢ່າindecision

ເຂົ້າເລື່ອງເລີຍກະແລ້ວກັນ! ຕາມຫົວຂໍ້ຂອງເຮົາໃນມື້ນີ້ ເຮົາຈະພາທຸກຄົນໄປຫຼິ້ນປະເທດ ຫວຽດນາມກັນ!

ຫວຽດນາມເປັນປະເທດທີ່ບ່ອນທ່ອງທ່ຽວຫຼາຍ ງາມ ລາຄາໂຄດຖືກ ໄປງ່າຍ??? ມັ້ງ!. ສຳລັບ ມລ ຫວຽດນາມເປັນໜຶ່ງໃນປະເທດທີ່ໄປບໍ່ຍາກແຕ່ກະບໍ່ງ່າຍ ສຳລັບຄົນທີ່ບໍ່ຮູ້ພາສາແລ້ວຈະຮູ້ສຶກວ່າມັນເປັນປະເທດບໍ່ປອດໄພ ເດີນທາງຍາກ ສື່ສານຍາກ. ແຕ່ທີ່ຈິງແລ້ວມັນກະຍາກ55555 ແຕ່ກະບໍ່ເໜືອຄວາມພະຍາຍາມຂອງເຮົາ. ມລ ເຄີຍໄປຫວຽດນາມ 5 ຄັ້ງ ແຕ່ທຸກຄັ້ງທີ່ໄປຄືຈະມີຄົນທີ່ເວົ້າພາສາຫວຽດໄດ້ໄປນຳ ກະເລີຍບໍ່ມີບັນຫາຫຍັງ? ແຕ່ຄັ້ງນີ້ເປັນການໄປຄົນດຽວຄັ້ງແລກ ແລະ ຂີ່ຍົນຫວຽດຄັ້ງແລກ ພ້ອມແລ້ວເຮົາເລີ່ມເດີນທາງໄປກັນເລີຍຍຍຍຍຍຍlaugh

ມື້້ທີ 1: ເລີ່ມເດີນທາງອອກຈາກປາກເຊແຕ່ 4:00 ເຊິ່ງຂື້ນລົດທີ່ຫຼັກ8 ໃຕ້ ໄປຊອດໃສ່ດ່ານລາໄລຂ້າມໄປເຫວ້ (ລົດທີ່ນັ່ງໄປຈະເປັນລົດຕູ້ ເຊິ່ງມີຄ່າໃຊ້ຈ່າຍປະມານ 3 ແສນດົ້ງ ເປັນເງິນກີບ 120,000 ກີບ) ໃຊ້ເວລາປະມານ 8 ຊມ ຮອດເຫວ້, ແຕ່ຄວາມພິດນາດກະໄດ້ບັງເກີດຂຶ້ນຈົນໄດ້ ເນື່ອງຈາກວ່າເຮົາໄດ້ທຳການຈອງປີ້ຍົນຂອງສາຍການບິນ Vietjet Airline ໄວ້ລ່ວງໜ້າ(ຍ້ອນລາຄາມັນຖືກກະເລີຍຈອງ =_=..=_=.. ) ເມື່ອລົດເລີ່ມກ້າວເຂົ້າສູ່ນະຄອນເຫວ້ ດ້ວຍຄວາມທີ່ເຮົາເປັນຄົນທີ່ເວົ້າພາສາຫວຽດບໍ່ໄດ້ ກະເວົ້າຢູ່ນິສນຶ່ງ ກະພະຍາຍາມສື່ສານກັບຄົນຂັບລົດວ່າ ໄປສົ່ງຢູ່ສະໜາມບິນຟູໄບໄດ້ບໍ? ເຂົາກະບໍ່ເຂົ້າໃຈອີກ ເວົ້າອັງກິດກະບໍ່ເຂົ້າໃຈ. ດ້ວຍຄວາມທີ່ເຮົາເປັນຄົນສະຫຼາດ(ນ້ອຍ) ເຮົາກະເລີຍພິມເຂົ້າກູເກິ້ນທຣານສເລທ (Google Translate) ກະຄິດວ່າມັນສິຊ່ວຍໄດ້ ສຸດທ້າຍງົງໄປອີກກກກກ. ຈົນສຸດທ້າຍໂທຫາເອື້ອຍທີ່ເວົ້າພາສາຫວຽດໃຫ້ ກະໄດ້ຂໍ້ສະຫຼຸບມາວ່າ ເຮືອນຄົນຂັບລົດກະຜ່ານທາງສະໝາມບິນພໍດີ!! ໂອເຄ ສະບາຍໃຈແລ້ວບາດນິ. ຫຼັງຈາກທີ່ເຂົາສົ່ງຄົນໝົດແລ້ວ ເຂົາກະມາສົ່ງຢູ່ສະໜາມບິນອີ່ຫຼີ ໃນລົດມັນກະຈະມີແອັດລົດ ຄວາມພີກໃນພີກຄື ແອັດລົດເວົ້າພາສາລາວໄດ້ ວັອທ! ເດິະ! ຟັກ! ແລ້ວມຶງສິໃຫ້ກູນັ່ງເຈັບຫົວ ຄຸມແປພາສາ ໂທຫາຜູ້ນັ້ນຜູ້ນີ້ເຮັດຫຍັງ??? ມຶງຄືບໍ່ເວົ້າກັບກູ.......... ແຕ່ມັນຍັງດີທີ່ມັນເອີ້ນລົດຈັກໃຫ້ໄປສົ່ງຢູ່ໃນສະໜາມບິນ ແລະ ກະຍໍ້າກັບເຮົາອີກວ່າໃຫ້ຄ່າລົດແຕ່ 30 ພັນດົ້ງເທົ່ານັ້ນເດີບໍ່ຕ້ອງໃຫ້ເກີນ!! ຍໍ້າແລ້ວຍໍ້າອີກ!! (ໃນຄວາມໂຊກຮ້າຍກະຍັງມີຄວາມໂຊກດີນຳຢູ່)

ຫຼັງຈາກທີ່ເຮົາຮອດສະໜາມບິນແລ້ວ ກະເຊັກອິນ ໂຫຼດກະເປົ໋າເປັນທີ່ຮຽບຮ້ອຍຫຍັງແລ້ວ ກະເຖິງເວລາທີ່ຈະເຂົ້າເກທໄປລໍຖ້າຂຶ້ນເຄື່ອງ ພໍເຂົ້າໄປໃນເກທກະພໍດີເຖິງເວລາຂຶ້ນເຄື່ອງ ເວລາ 16:30 ກະໄດ້ຍິນສຽງປະກາດຈາກເຄົ້າເຕິ້ວ່າເຄື່ອງດີເລໄປ 2 ຊມ (ໝາຍເຖິງເຮົາຈະຕ້ອງໄດ້ຖ້າອີກ 2 ຊົ່ວໂມງ) ກະນັ່ງເຊັງໄປອີກ ມລ ເປັນຄົນນັ່ງເສີຍໆບໍ່ເປັນກະຫາເຮັດນັ້ນເຮັດນີ້ໄປເລື້ອຍ ແລະຄວາມຈັນໄລກະມາເຢືອນອີກຄັ້ງນັ້ນກະຄື ໃນຂະນະທີ່ລໍຖ້າຂຶ້ນເຄື່ອງຢູ່ກະເບິ່ງໂມງຍັງອີກ 20 ນາທີ ຂຶ້ນເຄື່ອງເພື່ອບໍ່ເປັນການເສຍເວລາກະເລີຍໄປນັ່ງຕັ່ງນວດຈັກ 5 ນາທີ ເອີ່.....  ພໍແຕ່ຍອດເງິນປຸບເຄື່ອງກະທຳງານປັບ ສຽງປະກາດກະດັງປຸບວ່າ =ທ່ານຜູ້ໂດຍສານໂປດຊາບ ຂະນະນີ້ເປັນເວລາ 18:10 ນາທີໄດ້ເວລາເຊັກອິນຂຶ້ນເຄື່ອງເພື່ອກຽມທີ່ຈະເດີນທາງສູ່ສະໜາມບິນນອຍໄບ =.. ວັອທ! ເດິະ! ຟັກ! ອີກຮອບ ກູຍັງບໍ່ທັນໄດ້ນວດ ກົ້ນນັ່ງບໍ່ທັນຮອດອຸ່ນ ພີ່ນ້ອງງງງງງງ ເອີ້ນກູແລ້ວ ແລະກູສິອອກຈາກເຄື່ອງຈັ່ງໃດລະບາດນິ ຈິນຕະນາການວ່າເຄື່ອງນວດມັນຫຸ້ມໂຕຫຸ້ມແຂນຂາກູໄວ້ ສິອອກຈັ່ງໃດບາດນິ. ສຸດທ້າຍດ້ວຍຄວາມໂຊກດີ ຄິວມັນຍາວ ເຄົ້າເຕີ້ເປີດຕົວດຽວ ກູເປັນຄົນສຸດທ້າຍທີ່ຂຶ້ນເຄື່ອງ ເກືອບຕົກຍົນຍ້ອນຄວາມບໍ່ຢູ່ຊື່ໆຂອງເຈົ້າຂອງ.. 

ຄວາມປະທັບໃຈຄັ້ງແລກທີ່ນັ່ງຍົນກັບສາຍການບິນ ຫວຽດເຈັທ ແອລາຍ ກູປະທັບໃຈແຮງງງງງງງງ ຈື່ຈົນຮອດມື້ຕາຍ ຈື່ບໍ່ມີວັນລືມ ຄັ້ງດຽວ ແລະ ຄັ້ງສຸດທ້າຍທີ່ກູສິນັ່ງ!! ບໍ່ຮູ້ວ່າຖ້ຽວອື່ນເປັນຄືກັນບໍ່ ແຕ່ຖ້ຽວກູນັ່ງ ຄວາມໂຊກຮ້າຍ ກະມາເຢືອນ ອີກແລ້ວ!!! ນັ່ງໄປປະມານ 30 ນາທີ ກຳລັງຈະຫຼັບ ມັນກະມີກິ່ນຕຸຕຸລອຍມາ ໝັ້ນໃຈໄດ້ເລີຍວ່າຄົນໆນັ້ນເຈັບທ້ອງ ກິ່ນປານນີ້ບໍ່ແມ່ນມຶງຂີ້ແຕກໃສ່ສົ້ງລະບໍ??? ເມື່ອເຮົາຄິດໄດ້ ທົນກັບກິ່ນບໍ່ໄດ້ ເຮົາກະເລີຍສິລຸກໄປເຂົ້າຫ້ອງນໍ້າຄິດວ່າໄປນັ່ງຖ້າໃນຫ້ອງນໍ້າໃຫ້ກິ່ນມັນຫາຍກ່ອນຈັ່ງສິກັບມາ ພໍແຕ່ກູລຸກປັບ ໄຟສັນຍານເຕືອນຂຶ້ນທັນທີ ຍົນຕົກຫຼຸມອາກາດ ສາວແອຍ່າງມາ Sit down sit down ໂອຍຍຍຍຍຍ ສາວແອລາວກະຄືສິຮູ້ແລ້ວແລະວ່າກູເໝັນຕົດລາວກະບໍ່ປາກ ກູກະໄດ້ແຕ່ເຮັດຕາມນັ່ງລົງ. ແຕ່ຍັງບໍ່ຈົບ ສາຍຕາສາວແອຫຼຽວເບິ່ງກູ ບົ່ງບອກໄດ້ວ່າລາວຕ້ອງຄິດວ່າກູເປັນຄົນຕົດແນ່ນອນ!!!! 

ສຸດທ້າຍເຮົາກະລົງຮອດສະໜາມບິນນອຍໄບຢ່າງປອດໄພ ທ້າມກາງສາຍຕາສາວແອທັງຫຼາຍທີ່ຫຼຽວເບິ່ງ...

ນີ້ຂະໜາດມື້ທຳອິດນະ ຍັງປານນີ້ ອີກ 4 ມື້ສິເປັນແນວໃດ ຢ່າລືມຕິດຕາກັນນະ

ໃຜມີປະສົບການແປກໆແບບນີ້ ຫຼືໂຫດກວ່ານີ້ ແຊຣ໌ມາໃຫ້ອ່ານແນ່ດຸ

ມື້ໜ້າ ມລ ຈະມາອັບຕອນຕໍ່ໄປ ທີ່ໄປຫຼີ້ນຮາໂນ້ຍ ຕິດຕາມໄດ້ ຍິ່ງກວ່າດົມຕົດອີກ

ແລ້ວເຈິະກັນນະ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່