ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ການເຮັດວຽກໃນແຕ່ລະມື້ນັ້ນ ບາງມື້ກໍ່ມີວຽກຫລາຍ ບາງມື້ກະເກືອບບໍ່ມີວຽກເລີຍ.

ໃນແຕ່ລະມື້ຂອງການເຮັດວຽກຂ້ອຍກະພະຍາຍາມເຮັດໃຫ້ດີທີ່ສຸດແລ້ວ ແຕ່ມັນກະຍັງບໍ່ດີເທົ່າທີ່ຫົວໜ້າຕ້ອງການ. ຄວາມຕ້ອງການຂອງຫົວໜ້າບາງທີກໍ່ກາຍເປັນຄວາມກົດດັນຂອງເຮົາ ເຮັດໃຫ້ເຮົາເບື່ອ ແລະ ບໍ່ຢາກເຮັດວຽກຢູ່ບ່ອນນີ້ອີກແລ້ວ. ແຕ່ອີກດ້ານໜຶ່ງ ການຊອກວຽກໃຫມ່ເຮັດມັນກໍ່ມີຄວາມສ່ຽງສູງເພາະວ່າດຽວນີ້ວຽກຊອກຍາກຫລາຍ ຂ້ອຍຈຶ່ງຈຳເປັນຕ້ອງໄດ້ເຮັດວຽກຢູ່ບ່ອນນີ້ອີກ. ບ່ອນທີ່ຂ້ອຍເຮັດນັ້ນ ພາຍນອກເບິ່ງຄືສະບາຍ ແຕ່ໃນຄວາມຮູ້ສຶກຂ້ອຍ ຂ້ອຍບໍ່ມັກປານໃດ ມັນຂາດຄວາມເປັນຕົວຂອງຕົວເອງ. ເຖິງຢ່າງໃດກໍດີ ເມື່ອຂ້ອຍເລືອກແລ້ວ ຂ້ອຍກໍຕ້ອງເຮັດໃຫ້ດີທີ່ສຸດ ແລະ ຂ້ອຍເຊື່ອວ່າຂ້ອຍເຮັດດີທີ່ສຸດແລ້ວ.....

Delicious Digg Fark Twitter