ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ນີ້ເປັນເລື່ອງລາວຂອງໝູ່ຂ້ອຍທີ່ລາວມາເລົ່າໃຫ້ຂ້ອຍຟັງ ຂ້ອຍເອງກໍ່ບໍ່ສາມາດທີ່ຈະໃຫ້ຄຳຕອບກັບລາວໄດ້ ຈິ່ງມາຂຽນລົງພັນລາວເພື່ອຖາມຄຳເຫັນຂອງເພື່ອນໆວ່າຈະເຮັດແນວໃດດີ ?

ເລື່ອງກະມີຢູ່ວ່າ:..........ໝຸ່ຂອງຂ້ອຍລາວມີແຟນ ( ເຂົາເຈົ້າເປັນຜູ້ຍິງທັງສອງ..ຢ້ຳວ່າເປັນຍິງທັງສອງ ) ພວກເຂົາຄົບກັນມາດົນແລ້ວ ແລະ ກໍ່ຮັກກັນຫລາຍ ແຕ່ຄອບຄົວຂອງທັງສອງບໍ່ມີໃຜຮູ້ ແບບວ່າແອບ ຄົບກັນ...ຢ່າງທ່ີບອກພວກເຂົາຮັກກັນຫລາຍ ແລະ ຕ້ອງການຢູ່ນຳກັນແລ້ວ ແຕ່ກໍ່ບໍ່ຮູ້ວ່າຈະເຮັດແນວໃດດີ ເພາະວ່າພວກເຂົາຢ້ານພໍ່ແມ່ຫ້າມບໍ່ໃຫ້ຄົບກັນ ແລະ ບໍ່ໃຫ້ຢູ່ນຳກັນ.

ປະເດັນທີສອງແມ່ນຕ່າງຝ່າຍຕ່າງກໍ່ມີຄອບຄົວທີ່ຕ້ອງເບິ່ງແຍງ..ຜູ້ໜຶ່ງຕ້ອງຢູ່ກັບພໍ່ ( ເປັນລູກສາວຫລ້າຕ້ອງຢູ່ນຳພໍ່, ອ້່າຍເອືື້ອຍສ້າງຄອບຄົວ ແລະ ອອກເຮືອນໝົດແລ້ວ )...ອີກຜູ້ໜຶ່ງກໍ່ເປັນລູກສາວຫລ້າ ຕ້ອງໄດ້ຢູ່ກັບແມ່.( ຕ້ອງໄດ້ລ້ຽງແມ່ວ່າຊັ້ນສາ.. ) ເອື້ອຍອ້າຍກໍ່ສ້າງຄອບຄົວແລ້ວ...

 

ເພື່ອນໆພັນລາວມີຄວາມເຫັນແນວໃດກະຊ່ວຍແນະນຳໃຫ້ແນ່ເດື້....ພວກເຂົາກະໜ້າສົງສານຢູ່ໃດ໋......

Delicious Digg Fark Twitter