ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນ້ຳຕາໄຫຼ

ຫົວໃຈສັ່ນ

ເມື່ອຄົນທີ່ຮັກກັນ

ບໍ່ມີວັນຈະກັບມາ

 

ຄຳວ່າຮັກທີ່ບອກກັນ

ຄຳວ່າບໍ່ມີວັນຈະຈາກໄປ

ຄຳວ່າຮັກສຸດຫົວໃຈ

ສຸດທ້າຍກາຍເປັນນ້ຳຕາ

 

ຄຳວ່າຮັກທີ່ເຄີຍຫວານ

ຈົນນ້ຳຕານຍັງຍອມແພ້

ຄຳວ່າຮັກທີ່ທ່ຽງແທ້

ເຫຼືອພຽງແຕ່ຄວາມຂົມ.....(ຂອງນ້ຳຕານໄໝ້)

...................................................................

 

ຮູ້ວ່າຊ້ຳຍັງເຮັດ

ຮູ້ວ່າເຈັບຍັງທຳ

ຮູ້ວ່າເສຍໃຈຍັງຈຳ

ສຸດທ້າຍທັງເຈັບທັງຊ້ຳທັງເສຍໃຈແລະມີນ້ຳຕາ

 ....................................................................

ເສຍໃຈທີ່ເກີດມາຈົນ

ເສຍໃຈທີ່ເປັນຄົນບໍ່ເອົາຖ່ານ

ເສຍໃຈທີ່ເປັນຄົນຊົມຊານ

ເສຍໃຈທີ່ທຸກຄົນເບິ່ງຂ້າມໄປ

ເສຍໃຈທີ່ນິດໃສບໍ່ດີ

ເສຍໃຈທີ່ບໍ່ມີໃຜສົນ

ເສຍໃຈທີ່ບໍ່ມີໃຜຈັກຄົນ

ແຕ່ທຸກໆຫົນທາງຍັງມີທາງອອກ

ພຽງແຕ່ເຮົາລອງຊອກແລະຄົ້ນຫາເບິ່ງ

ແລ້ວທຸກໆຄຳທີ່ເສຍໃຈຈະກາຍເປັນຄວາມສຸກ

ຢ່າງໜ້ອຍເຮົາກໍ່ຍັງພູມໃຈທີ່ເກີດເປັນລູກຂອງພໍ່ຂອງແມ່ເຮົາ

......................................................................................

ດີກະຮັກ

ຊົ່ວກະຮັກ

ເຖິງຈະອົກຫັກ

ແຕ່ກະຍັງຮັກຢູ່

"ນີ້ແລະຄວາມຮັກຂອງຂ້ອຍ"

..........................................

ກິນກະບໍ່ໄດ້

ຊິໃຫ້ກະເສຍດາຍນ້ຳຕາ

ຊິລືມກະເສຍດາຍເວລາ

ຈັກບໍ່ຮູ້ວ່າຊິເຮັດຈັ່ງໃດ<ກັບຄວາມອົກຫັກ>

...........................................................................

ຝັນທີ່ໝັ້ນຄົງ

ຄືບໍ່ລົງມືເຮັດ

ຝັນທີ່ສຳເລັດ

ຄືໄດ້ລົງມືທຳ

.............................

ລົງມືທຳ

ດີກ່ວາຝັນລ້າໆ

ກ້າວໄປຂ້າງໜ້າ

ສ້າງຝັນໃຫ້ເປັນຈິງ

................................

ຝັນຊົ່ວຊີວິດ


ຄິດຊົ່ວນິລັນ


ຖ້າບໍ່ລົງມືທຳ


ຝັນນັ້ນກໍ່ບໍ່ເປັນຈິງ

...............................

ທຸກເມື່ອເຂົາລາ

ເສຍນ້ຳຕາເມື່ອເຂົາຈາກ

ຫົວໃຈຕ້ອງລຳບາກ

ເມື່ອຕ້ອງຂາດອາກາດຫາຍໃຈ



ສຽງເອີ້ນຂອງຫົວໃຈ

ບໍ່ມີໃຜໄດ້ຍິນ

ຕ້ອງຢູ່ກັບຄວາມເປັນຈິງ

ຄືເຂົານັ້ນຖິ້ມເຮົາໄປ



ຈາກຄວາມເສຍໃຈ

ເຮັດໃຫ້ຄົນບ້າ

ຈາກວັນມີນ້ຳຕາ

ເຮັດໃຫ້ຄົນເກືອບຂ້່າຕົວຕາຍ




ຮູ້ຕົວເມື່ອສາຍ

ຮູ້ໃຈເມື່ອຊ້າ

ເມື່ອເຂົາຈາກລາ

ນ້ຳຕາຄືສິ່ງຕອບແທນ




ສິ່ງສຸດທ້າຍທີ່ເຫຼືອຢູ່

ເທົ່າທີ່ຮູ້ຄືຄວາມຈຳ

ສິ່ງທີ່ເຂົາທຳ

ຈະຈົດຈຳຈົນວັນຕາຍalt

..............................................................................

ເພື່ອນຄືອານາຄົດ(ກວດກາ,ເສັງ ກ່າຍແຕ່ມັນ)

 

 

ເພື່ອນຄືຊີວິດ(ກິນຫັຍງກະໃຫ້ມັນຈ່າຍ ບໍ່ຊັນອົດອາຫານ)

 

ເພື່ອນຄືລົມຫາຍໃຈ(ອີ່ຫັຍງກະໃຫ້ມັນເຮັດໃຫ້ ຖ້າຫາຍໃຈແທນໄດ້ກະຄືຊິໃຫ້ມັນເຮັດໃຫ້)

....................................................................................................................

altເລີກແລ້ວຕ້ອງລືມ

ກ່ອນລືມຕ້ອງຕຽມໃຈ

ບໍ່ມີໃຜຊ່ວຍເຮົາໄດ້                                                                                  alt

ຕ້ອງທຳໃຈໃຫ້ລືມ

ຄົບໝູ່ໃຫ້ຫຼາຍໆ                                                            alt

ເຮດໃຈໃຫ້ມ່ວນຊື່ນ

ແລ້ວລືມວັນອັນຂົມຂື່ນ                                                                                                                alt

ແລ້ວຢືນຢ່າງສະຫ່ງາ                                         alt

ຄົບຄົນໄໝ່ທີ່ເຂົ້າມາ

ຢ່າເສຍນ້ຳຕາກັບຄົນເກົ່າ                                                        alt

ຢ່າຄິດໃຫ້ໂຕເອງສົ້າ                                                                          alt

ຢ່າເຫົງາຢູ່ຄົນດຽວ                                       alt

ມີໝູ່ໃຫ້ໄປທ່ຽວ

ຢ່າຫຼຽວຄືນກັບຫຼັງalt                          alt                alt                  alt                      alt                          alt

ຈົ່ງຍ່າງໄປທາງໜ້າ

ຕ້ອງເຮັດໃຫ້ເຂົາຮູ້ວ່າ

ຄົນໜ້າຕາດີເລືອກໄດ້  ຮິຮິຮິໆໆໆໆໆໆໆໆໆໆ........alt

 

 ..............................................................................

alt    ຄິດເຖິງເມື່ອໄດ້ຮັກ

 

    ອົກຫັກເມື່ອເຂົາລືມ

 

    ເຖິງເຈັບກໍ່ຕ້ອງຝືນ

 

    ໃນເມື່ອລືມເຂົາບໍ່ໄດ້

 

    ກໍ່ເລີຍຕ້ອງເສຍໃຈ

 

    ເພາະບໍ່ມີໃຜທີ່ຮັກຈິງ

 

    ໝົດສັດທາກັບຄວາມຮັກ

 

    ເພາະອົກຫັກຂາກຄົນເກົ່າ

 

    ໄດ້ແຕ່ຄິດເຖິງຄວາມເສົ້າ

 

    ກັບວັນເກົ່າໆທີ່ເຄີຍສຸກ

 

    ຊາດນີ້ໄດ້ແຕ່ທຸກ

 

    ເພາະຄວາມສຸກຢູ່ກັບເຂົາ

 

    ເຮົາເອງໄດ້ແຕ່ເຝົ້າ

 

    ວ່າຈະລືມວັນເກົ່າທີ່ເຄີຍມີ

 

    ຈາກນີ້ຂໍຢູ່ຄົນດຽວ

 

    ບໍ່ຫຸ້ຍງກ່ຽວກັບຄວາມຮັກ

 

    ຊິຢູ່ໂດຍປາດສະຈາກ

 

   ຄຳວ່າຮັກທີ່ຫຼອກລວງ............alt

+++****Good Bye****++

..................................................

.......*ການຈາກຄືຄວາມເສົ້າ

        ຄວາມເຫົງາຄືການລາ

       ດີໃຈແຕ່ກໍ່ມີນ້ຳຕາ

       ເພາະການລຳລາຂອງເພື່ອນຮັກ......*                                          .+**+..+**+.+**+.

                                                                                               *.       I       . *     .*

                                                                                                  *+..,. +**. +*..........+****+..+****+.

......* ເຖິງຈາກກັນໄກ                                                                                                   *+.   Miss   .+*

        ຄວາມຫ່ວງໃຍຍັງຢູ່                                                                                                      *+. .+*...............+**+..+**+.

        ຕ່າງຄົນຕ່າງກໍ່ຮູ້                                                                                                                                  *.Mueng  .*

       ຄຳວ່າໝູ່ນັ້ນສຳຄັນ....*                                                                                                                              *+. .+*

 

 

.....*ເສົ້າທຸກຄັ້ງທີ່ຄິດຖຶງ

       ຊຶ້ງທຸກຄັ້ງທີ່ຫ່ວງຫາ

       ເສຍໃຈທຸກຄັ້ງທີ່ຈາກລາ

       ຈົນມີນ້ຳຕາກັບການຈາກໄປ

       ທີ່ວ່າຈາກຄືໄປຮຽນ

       ທີ່ຂ້ອຍຂຽນເພາະຄິດຮອດ

       ຖ້າມັນມາຢາກຈະກອດ

       ໃຫ້ຫາຍຄິດຮອດບັກໝູ່LOVE.....*

Delicious Digg Fark Twitter