ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

    ເວລາຄົນເຮົາເປັນແຟນກັນ ບໍ່ແມ່ນວ່າຈະສົມຫວັງຮັກແລ້ວຮັກເລີຍໄປໝົດທຸກຄູ່ຂະໜາດບາງຄູ່ທີ່ຫວານແຫວວແລະບໍ່ມີ່ທ່າທີ່ຈະເລີກລາກັນ

   ແຕ່ເຜີໜ້ອຍດຽວກະເລີກກັນລະເດະ ຄືວ່າແຫຼະເນາະເມື່ອຮັກຫົດໝົດໂປຣໂມຊັ້ນLoveກະຕອ້ງໄດ້ສຸບconverseເປັນທຳມະດາ

  ແຕ່ວ່າສາເຫດທີ່ເຮັດໃຫ້ຄົນຮັກຖອຍຫ່າງຈາກກັນນັ້ນງ່າຍເຫຼືອເກີນເພາະຄືຊິໜີບໍ່ພົ້ນ"ໃຈບໍ່ໝັ້ນຄົງ" ມັກນອກກາຍນອກໃຈຄົນຮັກເພາະຖ້າຫາກວ່ານອກໃຈຕະຫຼອດຫຼືຖືກຈັບໄດ້ຕະຫຼອດ

  ກະຄືຈະໄດ້ຍ້າຍກັນໄປຄົນລະທາງ ແຕ່ກໍບໍ່ແມ່ນວ່າອາການນອກໃຈຈະເປັນສາເຫດດຽວສະເໝີໄປ ,ມີຫຼາຍເທື່ອທີ່ຄົນສອງຄົນລົມກັນບໍ່ຮູ້ເລື່ອງເວົາກັນຄົນລະພາສາ

  ເຖິງວ່າກອ່ນໜ້ານີ້ຈະໃຊ້ພາສາລົມກັນເປັນພາສາດອກໄມ້ນຳກັນກໍຕາມ

    ຖ້າຫາກວ່າເປັນຄູ່ຮັກທີ່ແຕ່ງງານກັນແລ້ວກໍຈະເລີ່ມມີປັດໃຈຄອບຄົວມາກ່ຽວຂອ້ງຈົນເຮັດໃຫ້ເລີກກັນມາຫຼາຍຄູ່ແລ້ວບໍ່ວ່າຈະແມ່ນເລື່ອງເງິນໆທອງໆທີ່ບາງເທື່ອກໍຈັດສັນບໍ່ລົງໂຕຈົນເກີດບັນຫາ

ນຳຮັກໄປສູ່ທາງຕັນຫຼືວ່າທາງໃຜທາງມັນ

      ບາງຄູ່ທີ່ຮັກກັນຢູ່ດີໆກໍອາດຈະມີມືທີ່ສາມ ສີ່ ຫ້າມາເຮັດໃຫ້ຄວາມຮັກສັ່ນຄອນບາງຄັງກໍພັງບໍ່ເຫຼືອຫຍັງ

ຄືວ່າແຫຼະເນາະຕ່າງຄົນກໍອາດມີເຫດແຫ່ງການເລີກລາແຕກຕ່າງກັນໄປ ແລ້ວພີ່ນອ້ງພັນລາວເດລະ ເລີກກັບຄົນເຄີຍ(ຮັກ)ເພາະສາເຫດຫຍັງມາຮວ່ມໃຫ້ຄຳເຫັນປະສົບການນຳກັນເຖາະ.........^___^

Delicious Digg Fark Twitter