ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ມັນກໍ່ບໍ່ຍາກດອກພຽງແຕ່ທ່ານຈ່າຍເງິນຄ່າລ້ຽງດູທີ່ແມ່ຂອງນາງຄ້າງໄວ້ໃຫ້ໝົດ ເທົ່ານີ້ນາງກໍ່ສາມາດໄປຫລິ້ນກັບໝູ່ຄົນອື່ນໆໄດ້ແລ້ວ. ປາສເຊ່ກໍ່ບໍ່ໄດ້ຊັກຊ້າ ເອົາເງິນຈ່າຍໃຫ້ແລ້ວກໍ່ບອກໃຫ້ ລີນ່າໄປຫລິ້ນກັບເພື່ອນໆທັນທີ. ຫລັງຈາກນັ້ນປາສເຊ່ໄດ້ຖາມອີກວ່າ ຖ້າຕ້ອງການເອົາເດັກຄົນນີ້ໄປນຳຂ້ອຍຕ້ອງເຮັດແນວໃດ, ເຂົາເຈົ້າກໍ່ຕອບວ່າ ຕ້ອງຈ່າຍເພີ່ມອີກສາມເທົ່າຕົວ ແຕ່ປາສເຊ່ບອກວ່າ ລາວສາມາດຈ່າຍໄດ້ພຽງໜຶ່ງເທົ່າຕົວເທົ່ານັ້ນ ແຕ່ເຂົາເຈົ້າບໍ່ຍອມ, ປາສເຊ່ ໄດ້ຈົກເອົາໃບມອບກຳມະຊິດຂອງແມ່ລີນ່າທີ່ເຊັນມອບກຳມະຊິດໃຫ້ເປັນລູກຂອງປາສເຊ່ ອອກມາໃຫ້ເຂົາເຈົ້າເບິ່ງ ເຮັດໃຫ້ເຂົາເຈົ້າເວົ້າຫຍັງບໍ່ອອກ ແຖມເງິນກໍ່ບໍ່ໄດ້.​ ຈາກນັ້ນປາສເຊ່ກໍ່ນຳເອົາຕົວລີນ່າຈາກໄປ. ແຕ່ການເດີນທາງ ພັດຖືກໄລ່ລ້າຈາກທາງຕຳຫລວດຈົນເຮັດໃຫ້ປາສເຊ່ແລະລູກສາວນ້ອຍໆ ຕ້ອງລະຫຸກລະເຫີນໄປຕາມປ່າ, ແມ່ນ້ຳ, ຄອງນ້ຳ ຈົນສຸດທ້າຍມີການຕໍ່ສູ້ກັນເກີດຂື້ນ ປາສເຊ່ຖືກຍິງຈົນໄດ້ຮັບບາດເຈັບທີ່ທ້ອງ ແຕ່ເຂົາກໍ່ອົດທົນນຳເອົາຕົວຂອງລີນ່າເຂົ້າໄປຝາກໄວ້ທີ່ໂບດແຫ່ງໜຶ່ງ ເຊິ່ງເປັນໂບດມີແຕ່ແມ່ຍິງ ເຂົາເຂົ້າໄປທາງຫລັງຄາ. ເຮັດໃຫ້ຕຳຫລວດບໍ່ສາມາດຜ່ານປະຕູເຂົ້າໄປຕາມຫາເຂົາໄດ້. ປາສເຊ່ ໄດ້ຮັບຄວາມຊ່ວຍເຫລືອ ແລະ ລີນ່າກໍ່ໄດ້ຮັບການລ້ຽງດູເປັນຢ່າງດີ ຊ່ວງເວລານັ້ນຊ່າງຜ່ານໄປໄວເຫລືອເກີນ ບໍ່ພໍເທົ່າໃດກໍ່ຜ່ານໄປໄດ້ 15 ປີ ລີນ່າໄດ້ກາຍເປັນສາວທີ່ມີຮູບໂສມງົດງາມເໜືອຄົນອື່ນທົ່ວໄປ.... ຍ້ອນຄວາມຢາກຮູ້ຢາກເຫັນໂລກທີ່ກ້ວາງໃຫຍ່ເຮັດໃຫ້ລີນ່າຕ້ອງການຢາກຈະໄປປະເຊີນກັບໂລກພາຍນອກ ປາສເຊ່ຜູ້ເປັນພໍ່ບໍ່ສາມາດຂັດໃຈໄດ້ຈຶ່ງໄດ້ພາອອກໄປຈາກໂບດດັ່ງກ່າວ, ເຂົາໄດ້ພາລູກສາວໄປເຊົ່າເຮືອນຫລັງໜຶ່ງຢູ່ໃນເມືອງເຊິ່ງຫ່າງຈາກເມືອງທີ່ເຄີຍຢູ່ປະມານ 10 ກິໂລແມັດ, ແຕ່ໃນເມືອງແຫ່ງນັ້ນກຳລັງມີສະພາບການວຸ້ນວາຍ ເນື່ອງຈາກມີການຕໍ່ຕ້ານລະຫວ່າງກຸ່ມຮັກປະຊາທິປະໄຕ ກັບ ລັດຖະບານ. ມື້ໜຶ່ງປາສເຊ່ ໄດ້ພາລີນ່າໄປຕະຫລາດ ຂະນະທີ່ລີນ່າກຳລັງຍ່າງຫາຊື້ເຄື່ອງຢູ່ນັ້ນ ລາວໄດ້ເຫັນຊາຍຄົນໜຶ່ງ ເປັນຄົນມີຮູບຫລໍ່ເຫລົາເອົາການກະວ່າໄດ້ ກຳລັງຂື້ນເວທີ່ລະດົມຄົນເຂົ້າຮ່ວມຂະບວນປະທ້ວງເພື່ອຍາດເອົາປະຊາທິປະໄຕຄືນມາ ນາງໄດ້ຍ່າງເຂົ້າໄປຫາເວທີທີ່ມີຜູ້ຄົນສົນລະວົນກັນ ຈົນເຖິງໜ້າເວທີ ແລະ ຊາຍຄົນນັ້ນກໍ່ເຫັນສາວງາມຄືລີນ່າ ມີການສົບຕາກັນ ແລະ ປະສານສາຍຕາກັນຊົ່ວຂະນະໜຶ່ງ ແລ້ວລີນ່າກໍ່ກັບຄືນມາຫາພໍ່ຂອງລາວພ້ອມກັບໃບໜ້າເຂີນອາຍ, ແຕ່ສິ່ງທີ່ຍັງເຫລືອກໍ່ຄື ພາບຂອງນາງທີ່ຍັງຄົງຕິດຢູ່ໃນດວງຕາ ແລະ ສະໜອງຂອງຊາຍຄົນນັ້ນ.......(ຕິດຕາມຕໍ່ຕອນທີ 6)

Delicious Digg Fark Twitter