ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນທີ່ເປັນຄົນດີນັ້ນ ຕ້ອງເປັນຄົນທີ່ມີຈິດໃຈງາມ

ຈະປະພຶດສິ່ງໃດກໍ່ຈະບໍ່ເປັນການບຽດບຽນທັງຕົນເອງແລະຄົນອື່ນ

ມີຄວາມປົກກະຕິ ມີຄວາມຄິດຄວາມເຫັນ ເຫັນວ່າເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ

ຄວາມສຸກ ຄວາມທຸກ ຄວາມຈະເລີນ ຢູ່ທີ່ຕົວຂອງເຮົາເອງ

ຄົນດີເປັນຜູ້ທີ່ຍິນດີໃນການໃຫ້ ໃຫ້ດ້ວຍຄວາມເຄົາລົບ ເຖິງແມ່ນຈະເປັນຂໍທານ

ກໍ່ໃຫ້ດ້ວຍຄວາມເຄົາລົບ ບໍ່ໂຍນໃຫ້ ຖິ້ມໃຫ້...ໃຫ້ດ້ວຍຄວາມຈິງໃຈ


.....ຄົນດີ.....

ມີນິດໃສເອື້ອເຟື້ອເພື່ອແຜ່

ຍິນດີໃນການໃຫ້ ຍິນດີໃນການໃຫ້ຄວາມຊ່ວຍເຫລືອແກ່ຜູ້ອື່ນ

ເປັນຄົນບໍ່ເຫັນແກ່ຕົວ

ແຕ່ເຫັນແກ່ປະໂຫຍດແລະຄວາມສຸກຂອງສ່ວນລວມ...ຕະຫລອດເວລາ

ນີ້ຄືລັກສະນະຂອງ “ຄົນດີ“
 

Delicious Digg Fark Twitter