ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຊື້ເລກ, ຊື້ຫວຍ
ສ້າງເມື່ອ ກ.ພ.. 5, 2009 31 ຄົນໂຫວດ, 24 ຄຳເຫັນ, ອ່ານ 1527 ເທື່ອ
ສບດ ເພື່ອນໆ ພັນລາວ!
ຄົນເຮົາມີຄວາມເຊືີ່ອທີ່ແຕກຕ່າງກັນ ສະນັ້ນຈຶ່ງເຮັດໃຫ້ແນວຄິດ ແລະ ການກະທຳແຕກຕ່າງກັນໄປ. ບາງຄົນກໍ່ເຊື່ອໃນບຸນວາດສະໜາ ຫລື ໂຊກສະຕາ ແລະ ບາງຄົນກໍ່ເຊື່ອໃນສີ່ງທີ່ເຫັນແລະ ປະຕິບັດຢູ່!
ມື້ນີ້ຢາກຂໍສຽງໂຫວດຈາກເພື່ອນໆ ພັນລາວ ກ່ຽວກັບເລື່ອງການຊື້ເລກ, ຊື້ຫວຍກັນ ເພາະໃນປະຈຸບັນ ເຫັນເປັນກະແສຮື່ຮ່າກັນ ໃນກຸ່ມຄົນສ່ວນຫລາຍ. ເຫັນໄດ້ຈາກ ມື້ໃດເລກອອກ ຈະເຫັນພໍ່ຄ້າ, ແມ່ຄ້າຜູ້ຂາຍເລກຈະຕັ້ງໂຕະຕາມແຄມທາງແຕ່ລະເສັ້ນ ລຽນກັນເກືອບບໍ່ຂາດສາຍພ້ອມລູກຄ້າເຕັມ ຕະຫລອດ. ຂະນະດຽວກັນກໍ່ມີຫາງສຽງ ສວນທາງກັນອອກມາ ລະຫວ່າງກຸ່ມຄົນ ສອງ ກຸ່ມ ເຊັ່ນ:
1. ກຸ່ມຄົນມັກການສ່ຽງໂຊກເປັນຊີວິຈິດໃຈ: ການສ່ຽງໂຊກແບບນີ້ ມັນເປັນສິ່ງທີ່ດີ ເພາະວ່າ ມີໂອກາດປ່ຽນຕົວເອງໃຫ້ລ້ຳລວຍພາຍໃນພິບຕາ, ອີກຢ່າງເປັນການ ເຮັດບຸນໄປພ້ອມ ແລະ ທີ່ສຳຄັນ ມັນສັາງລົດຊາດ ແລະ ສີສັນໃຫ້ກຳຊີວິດ ເພາະຕ້ອງໄດ້ມີລຸ້ນຕະຫລອດ ເວລາ,​ ເຖິງແມ່ນວ່າ ຈະໃຊ້ເງິນຈຳນວນຫລາຍກໍ່ຕາມ. ແຕ່ມັນກໍ່ດີກວ່າບໍ່ໄດ້ລຸ້ນຫຍັງໃນຊີວິດເລີຍ.....
2. ກຸ່ມທີ່ບໍ່ມັກສ່ຽງໂຊກ: ການສ່ຽງໂຊກແບບນັ້ນ ເປັນການໃຊ້ຈ່າຍທີ່ບໍ່ເໝາະສົມ ໂດຍສະເພາະຍຸກເສດຖະກິດທີ່ບໍ່ດີ,​ ເຖິງແມ່ນວ່າ ບາງຄົນອາດຈະຊື້ພຽງບໍ່ທໍ່ໃດພັນກີບ ກໍ່ຕາມ ແຕ່ພັດຊື້ທຸກໆງວດ. ແຕ່ລະມື້ເກືອບມີເລກອອກທຸກມື້ ບາງມື້ກໍ່ອອກຕັ້ງສອງລາຍການກໍ່ມີ ເມື່ອລວມໆເບິ່ງເງິນແລ້ວ ກໍ່ເຫັນວ່າຫລາຍ, ຖ້າຖືວ່າເປັນການຊື້ເພື່ອຊ່ວຍເຫລືອ ຫລື ເພື່ອເຮັດບຸນ ກໍ່ຊື້ພຽງເທົ່ານັ້ນດີກ່ວາ ເພາະວ່າ ບໍ່ມີສິ່ງໃດດີເທົ່າສິ່ງທີ່ເຮົາເຮັດ, ເຮົາຕັ້ງໃຈ ແລະ ເຮັດໃຫ້ດີທີ່ສຸດ. ບໍ່ລ້ຳລວຍກໍ່ຂໍພໍມີຢູ່ມີກິນກໍ່ພໍ.
ທ່ານລອງໂວດເບິ່ງວ່າ ກຸ່ມໃດ ມີແນວຄິດທີ່ເຫັນວ່າ ຖືກຕ້ອງກ່ວາ!