ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຈະເລືອກໃຜລະ......
ສ້າງເມື່ອ ກ.ພ.. 12, 2009 32 ຄົນໂຫວດ, 31 ຄຳເຫັນ, ອ່ານ 579 ເທື່ອ
ການທີີຄົນເຮົາມີໂອກາດເລືອກ ກັບບໍ່ມີໂອກາດເລືອກມັນມີຄ່າເທົ່າກັນກໍ່ຕອນນີ້ລະ! ເມື່ອບໍ່ມີໂອກາດລືອກ ກໍ່ຢາກຈະມີ ແຕ່ພໍມີໂອກາດຊ້ຳພັດບໍ່ຢາກເລືອກ ມັນເປັນບັນຫາ 108.
1....ຄົນທີ່ເຈົ້າຮັກ ແລະ ຄິດວ່າ ຈະມອບຄວາມຫວັງໃຫ້ກັບເຂົາ ໂດຍບໍ່ແຄວ່າ ເຂົາຈະມີຖານະແບບໃດ,​ ແລະ ມີການສຶກສາແບບໃດ. ເຈົ້າພ້ອມ ແລະ ຍິນດີທີ່ຈະຍອມຮັບທຸກສິ່ງທຸກຢ່າງທີ່ເປັນຕົວຂອງເຂົາ ໄດ້ໝົດທຸກຢ່າງ. 2.....ຄົນທີ່ເຈົ້າຄິດວ່າ ຊາດນີ້ຈະບໍ່ເລືອກ, ແຕ່ໂລກພັດບັນດົນໃຫ້ເຈົ້າຕ້ອງເລືອກ ແລະ ເຂົາກໍ່ມີພ້ອມໃຫ້ເຈົ້າທຸກຢ່າງ ເງິນຄຳ, ຖານະ,​ ລົດ, ເຮືອນ(ຄົນມີຖານະ) ທີ່ສຳຄັນ ເຂົາຍັງສາມາດເປັນທີ່ເພິ່ງຂອງ ພໍ່ແມ່ ອ້າຍ ເອື້ອຍນ້ອງ ແລະ ຍາດຕິພີ່ນ້ອງຂອງເຈົ້າໄດ້. ທຸກຄົນພ້ອມທີ່ຈະສະໜັບສະໜູນໃຫ້ເຈົ້າເລືອກເຂົາ! ແລະ ເຂົາກໍ່ພ້ອມທີ່ຈະເລືອກເຈົ້າຕະຫລອດເວລາ....
ແລ້ວຕອນນີ້ຖ້າເປັນເຈົ້າເດ່! ຈະເລືອກໃຜ ໃຫ້ລອງຄິດ ໂດຍບໍ່ຕ້ອງໃຊ້ອາລົມ ແຕ່ໃຫ້ໃຊ້ ສະຕິປັນຍາ ແລະ ເຫດຜົນເພື່ອເລືອກໃຜ ມາຕັດສິນຊີ້ຂາດອານາຄົດຂອງເຈົ້າ.