ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ເຄຶ່ອງປຸງທັງໝົດມີ:

  • ຕັບໄກ່ 1 ພາວ
  • ຊິ້ນໝູສັນບົດ 1 ພາວ
  • ໄສ້ກອກຊິ້ນຂອງອີ່ຕາລີ້ 1 ພາວ
  • ຊັບຫອມແດງ ຫຼື ໃບໄຊວ໌ (Chive) ໃບຄືກັນກັບຈໍາພວກກະທຽມ 1 ບວ່ງແກງ
  • ຊັບພາຣ໌ສລີ້ (parsley) 1 ບວ່ງແກງ
  • ພິກໄທດໍາສົດບົດຫຍາບໆ 1 ບວ່ງແກງ
  • ຂິງຝົງ 1/2 ບວ່ງນ້ອຍ
  • ຝົງຊິນນີມອ້ນ 1/2 ບວ່ງນ້ອຍ
  • ເກຶອ 1 ບວ່ງນ້ອຍ
  • ເຫຼົ້າບາຣັນດີ (brandy) 2 ບວ່ງແກງ
  • ເຫຼົ້າແວ້ງ (Dry Sherry) 2 ບວ່ງແກງ
  • ເບຄອ້ນ 10 ປຽ່ງ (ດິບ)

ວິທີເຮັດ:

1 ບົດຊິ້ນທັງໝົດໃຫ້ແຫຼກ ຖ້າໃຊ້ເຄຶ່ອງບົດຊິ້ນແມ່ນເອົາເຂົ້າບົດສອງເທຶ່ອ (ຍົກເຫວັນໄວ້ແຕ່ເບຄ້ອນ). ເອົາເຄຶ່ອງປຸງທີ່ເຫຼຶອໃສ່ປະສົມໃຫ້ເຂົ້າກັນດີ.

2 ເອົາພາສະນະທີ່ຈະເອົາອົບຂະໜາດ 8x6x3 ນິ້ວ, ວ່າງເບຄ້ອນເປັນທາງຍາວແລະ ອັດຕັບທີ່ປະສົມໄດ້. ປິດດວ້ຍເບຄ້ອນວ່າງເປັນທາງຍາວ. ເອົາວ່າງລົງໝໍ້ທີ່ມີນໍ້າອີກໝໍ້ໃສ່ນໍ້າໃຫ້ຂື້ນໄດ້ ເຄິ່ງໜຶ່ງຂອງໝໍ້ປາເຕ້ ແລ້ວເອົາເຂົ້າອົບໃນອຸ່ນນະພູມ 350°F ປະມານ 2 1/2 ຊົ່ວໂມງ.

3 ເອົາອອກຈາກເຕົາ. ປິດດ້ວຍແຜ່ນອາລູມີນຽມຝອຍ. ເອົາກ້ອນດິນຈີ່ເຕັງຕອນປະໃຫ້ເຢັນ, ດີທີສຸດແມ່ນປະຄ້າງຄຶນໃນຕູ້ເຢັນ, ຕັດແລະກິນກັບເອົາຈີ່ ຫຼືເຂົ້າຈີ້່ປິ້ງ, ເຂົ້າຈີ້່ກອບເຄັກເກີ,  ຜັກສະລັດປລະໝາກເລັ່ນໄດ້ເລີຍ. ຜົນໄດ້ຮັບແມ່ນ: ໜຶ່ງໝໍ້ສີ່ລຽ່ມຈະຕຸລັດ

 

 

Delicious Digg Fark Twitter