ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ເຈົ້າອາດຈະຫິວນໍ້າຢ່າງຮ້າຍແຮງ ທັ້ງໆທີ່ຢູ່ໃນມະຫາສະມຸດນັ້ນເຕັມໄປດວ້ຍນໍ້າ. ທຸກຄົນແມ່ນຕ້ອງການນໍ້າແລະເກຶອໃນຮ່າງກາຍ ແຕ່ປະລິມານຂອງເກຶອທີ່ຕ້ອງການນັ້ນຕ້ອງໃຫ້ເໝາະສົມ ແລະນັ້ນກໍ່ແມ່ນໜ້າທີ່ຂອງເມັດໝາກຖົ່ວສອງເມັດໃນຮ່າງກາຍມີໜ້າທີ່ຮັບຜິດຊອບເອີ້ນວ່າ "ໝາກໄຂ່ຫຼັງ"

ຖ້າວ່າຮ່າງກາຍເຮົາມີເກຶອຫຼາຍໂພດ ໝາກໄຂ່ຫຼັງແມ່ນຕ້ອງການນໍ້າທີ່ຈະລ້າງເກຶອນັ້ນອອກ, ເຈົ້າເຄືຍສັງເກດເຫັນບໍ່ວ່າ? ເຈົ້າກິນປາເຄັມ ເຈົ້າແມ່ນມັກຫີວນໍ້າໂລດບໍ່? ແມ່ນແລ້ວຮ່າງກາຍຂອງທ່ານແມ່ນຕ້ອງການນໍ້າເພີ້ມເພຶ່ອລ້າງເກຶອທີ່ມີຫຼາຍເກິນກວ່າຮ່າງກາຍຕ້ອງການນັ້ນອອກ.

ນໍ້າມະຫາສະມຸດແມ່ນບັນຈຸເກຶອຢ່າງຫຼວງຫຼາຍ, ດື່ມນໍ້າຈາກມະຫາສະມຸດກໍ່ມີແຕ່ເຮັດໃຫ້ຫີວນໍ້າຫຼາຍກວ່າ, ໝາກໄຂ່ຫຼັງກໍ່ແມ່ນຕ້ອງການນໍ້າມາລ້າງເກຶອອອກຈາກໝາກໄຂ່ຫຼັງ ຖ້າກິນນໍ້າຈາກມະຫາສະມຸດເພື້ມອີກ ເພຶ່ອຊອ່ຍລ້າງນໍ້າເກຶອຂອງຕອນກິນທໍາອິດນັ້ນເຈົ້າກໍ່ມີແຕ່ຮູ້ສືກດີພຽງຊົ່ວຄາວເທົ່ານັ້ນ ໃນບໍ່ຊ້ານໍ້າທະເລທີ່ເຕັມໄປດ້ວຍເກຶອນັ້ນກໍ່ຈະເຮັດໃຫ້ເຈົ້າເຈັບໄຂ້ບໍ່ສະບາຍ.

 

 

Delicious Digg Fark Twitter