ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

ວິທີເຊື່ອງຂໍ້ມູນໄວ້ໃນຮູບ

                  1. ທຳອິດແມ່ນໃຫ້ດາວໂຫຼດເອົາ file ທີ່ຂ້ອຍໄດ້ສ້າງໄວ້ກ່ອນ ຄິກບ່ອນນີ້ ຫຼັງຈາກນັ້ນໃຫ້ນຳເອົາຂໍ້ມູນທີ່ທ່ານຕ້ອງການເຊື່ອງໄວ້                                   ນຳມາບີບອັດດ້ວຍໂປຣແກຣມ WinRAR ກ່ອນ ( ຕ້ອງມີນາມສະກຸນເປັນ .rar ເທົ່ານັ້ນ ) ໃນຕົວຢ່າງແມ່ນໄດ້ບີບອັດ Mhie PMH.txt

                2. ໃຫ້ນຳເອົາຮູບພາບທີ່ຕ້ອງການເຊື່ອງຂໍ້ມູນໄວ້ມາໜຶ່ງຮູບ ( ຕ້ອງມີນາມສະກຸນ .jpg ເທົ່ານັ້ນ ) ແລ້ວນຳເອົາຂໍ້ມູນທີ່ເຮົາໄດ້ບີບອັດໄວ້ກ່ອນ                         ກັບ ຮູບພາບ ພ້ອມ file ທີ່ໃຫ້ດາວໂຫຼດໄວ້ ນຳມາເກັບໄວ້ folder ດຽວກັນ

                  3. ຕໍ່ໄປແມ່ນໃຫ້ດັບເບິນຄິກທີ່ file ຊື່ Hide in photo.bat ແລ້ວຈະເຫັນວ່າມີຮູບໃໝ່ປາກົດຂື້ນມາ ຊື່ວ່າ New.jpg 

                      ຮູບນີ້ຈະມີຂະໜາດໃຫ່ຍກວ່າເກົ່າ ແມ່ນຂື້ນກັບຂະໜາດຂໍ້ມູນທີ່ເຮົາໄດ້ບີບອັດ ແລະ ເມື່ອເຮົາດັບເບິນຄິກທີ່ຮູບກໍ່ຈະເຫັນເປັນພຽງຮູບ                               ທຳມະດາໂດຍທີ່ບໍ່ຮູ້ວ່າທາງໃນມັນມີຫຍັງ

                    ວິທີເອົາຂໍ້ມູນອອກມາຈາກຮູບ: ໃຫ້ເຮົາຄິກຂວາໃສ່ຮູບ ເລືອກ Open with > WinRAR archiver ແລ້ວເລືອກບ່ອນທີ່ຈະເກັບຂໍ້ມູນໄວ້

                    ເທົ່ານີ້ກໍ່ສາມາດນຳເອົາຂໍ້ມູນອອກມາໄດ້

                    ໝາຍເຫດ : ຖ້າຢາກໃຫ້ຂໍ້ມູນຂອງທ່ານເປັນຄວາມລັບ ແມ່ນໃຫ້ໃສ່ລະຫັດຕອນບີບອັດຂໍ້ມູນພ້ອມ

Delicious Digg Fark Twitter