ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຈຳເປັນຕ້ອງຫາເຫດຜົນວ່າເປັນຫຍັງຕ້ອງຮັກ ແຕ່ຮູ້ໄວ້ວ່າທຸກວັນນີ້ຮັກແລະຕ້ອງຮັກໃຫ້ດີທີ່ສຸດກໍ່ພໍ.

2. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຕ້ອງໄປສົນວ່າຫົນທາງຂ້າງໜ້າຕ້ອງມີອຸປະສັກຫຼາຍປານໃດ ແຕ່ຄວນຄີດຂອບໃຈໂຊກຊະຕາທີ່ເຮັດໃຫ້ອຸປະສັກ ເພື່ອໃຫ້ທັງສອງໄດ້ຮ່ວມກັນຟັນຝ່າໄປດ້ວຍກັນ.

3. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຕ້ອງໄປເສຍເວລາຄິດວ່າເຂົາເຮັດຫຍັງເພື່ອເຮົາແດ່ ແຕ່ໃຫ້ມານັ່ງຖາມຕົວເອງວ່າ ວັນນີ້ເຮົາເຮັດຫຍັງເພື່ອຄົນທີ່ເຮົາຮັກແລ້ວ ຫຼື ຍັງ.

4. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຕ້ອງໄປຄິດລະແວງວ່າ ເຂົາຈະໄປມີໃຜອື່ນນອກຈາກເຮົາ ແຕ່ຄວນລະວັງໃຈຕົວເອງໃຫ້ເຂັ້ມແຂງພໍທີ່ຈະຮັບໃຜເຂົ້າມາໃນໃຈອີກ.

5. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຕ້ອງໄປຂຸດຄຸ້ຍເລື່ອງໃນອາດິດວ່າເຂົາເຄີຍມີໃຜ ແຕ່ໃຫ້ຄິດວ່າທຸກວັນນີ້ເຂົາແລະເຮົາຢູ່ດ້ວຍກັນ...ອາດິດ...ຈັ່ງໃດກໍ່ຄືອາດິດ.

6. ການທີ່ຈະຮັກໃຜຄົນໜື່ງ...ເມື່ອຜິດກັນ ຄຳວ່າຊະນະ ຫຼື ບໍ່ຊະນະ ກໍບໍ່ສຳຄັນ ຈົ່ງເຮັດໃຈໃຫ້ສະບາຍກໍພໍ.

7. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຄວນພະຍາຍາມປ່ຽນແປງຕົວເຂົາ ແຕ່ຄວນພະຍາຍາມປັບຕົວເອງໃຫ້ເຂົ້າກັບເຂົາຈະດີກ່ວາ.

8. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຄວນເປັນຄົນຫູເບົາ ເພາະອາດຈະທຳລາຍຄວາມສຳພັນລະຫວ່າງເຮົາກັບເຂົາໄດ້.

9. ການທີ່ຈະຮັກໃຜຄົນໜື່ງ...ບໍ່ແມ່ນການສຳຜັດດ້ວຍຮ່າງກາຍແຕ່ເປັນການສຳຜັດກັນດ້ວຍຈິດໃຈຕ່າງຫາກ.

10. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຈຳເປັນຕ້ອງບອກຮັກກັນທຸກວັນ ເພາະການທີ່ຄ່ອຍຫ່ວງໃຍກນັສະເໝີ ສາມາດທົດແທນຄຳວ່າຮັກໄດ້ດີ.

11. ການທີ່ຈະຮັກໃຜຄົນໜື່ງ...ບໍ່ກ່ຽວກັບສີ່ງຂອງນອກກາຍໃດໆເລີຍ ເພາະຄວາມຮັກບໍ່ສາມາດຊື້ໄດ້ດ້ວຍເງິນ ຫຼື ແລກມາໄດ້ດ້ວຍຊັບສີນ.

12. ການທີ່ຈະຮັກໃຜຄົນໜື່ງ...ບໍ່ຈຳເປັນຕ້ອງຕິດກັນຕະຫຼອດເວລາ ແຕ່ມີກັນໃນໃຈກໍ່ພໍ.

13. ການທີ່ຈະຮັກໃຜຄົນໜື່ງ... ຢ່າລໍຖ້າທີ່ຈະບອກຮັກ ໃຫ້ຮີບບອກຄົນຮັກເສຍກ່ອນທີ່ຈະບໍ່ຄົນໃຫ້ບອກຮັກອີກຕໍ່ໄປ.

14. ການທີ່ຈະຮັກໃຜຄົນໜື່ງ...ເຖິງວ່າຄວາມຮັກອາດເຮັດໃຫ້ເໜືອນຄົນຕາບອດ ແຕ່ກໍເຮັດໃຫ້ຮັບຮູ້ແລະເຂົ້າໃຈຄຳວ່າຄວາມສຸກຈາກການທີ່ໄດ້ຮັກ ໃຜຄົນໜື່ງຫຼາຍປານໃດ.

15. ການທີ່ຈະຮັກໃຜຄົນໜື່ງ...ຈົ່ງເຊື່ອໝັ້ນໃນຕົວເຂົາໃຫ້ຫຼາຍ.

16. ການທີ່ຈະຮັກໃຜຄົນໜື່ງ...ຄວາມຮັກສອນໃຫ້ຮຽນຮູ້ຫຼາຍໆສີ່ງ ຄວາມຮັກເປັນບົດຮຽນດີໆ ທີ່ບໍ່ອາກເຂົ້າໃຈໄດ້ທ່ອງແທ້ ຖ້າບໍ່ໄດ້ສຳພັດດ້ວນຕົວເອງ.

                    ຄວາມຮັກເຮັດໃຫ້ຄົນເປັນຜູ້ໃຫຍ່ຂື້ນ ເຮັດໃຫ້ເຂົ້າໃຈທຸກຢ່າງຫຼາຍຂື້ນ ຄວາມຮັກເຮັດໃຫ້ເປັນມະນຸດທີ່ສົມບູນແບບ ນີ້ຄືສີ່ງທີ່ໄດ້ຮຽນຮູ້...ຈາກການທີ່ໄດ້ຮັກ..ຮັກ...ໃຜຄົນໜື່ງ.

              ຂໍອາໄພຫາກຂຽນຜິດບາງຄຳ.

Delicious Digg Fark Twitter