ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 

ສາຍຝົນທີ່ຫຼັ່ງໄຫຼ ຕອກຢ້ຳໃຫ້ນ້ຳຕາຂອງຍິງຄົນໜຶ່ງອາບແກ້ມອີກຄັ້ງ

ຂ້າງກາຍຂອງຍິງຄົນນັ້ນ ມີຊາຍໜຸ່ມນອນຫຼັບສະນິດເໝືອນບໍ່ມີຊີວິດ

ສິ່ງທີ່ບົ່ງບອກວ່າເຂົາຍັງຫາຍໃຈຢູ່

ຄືທ້ອງຂອງລາວຍັງກະເພືອບຂື້ນລົງຕາມຈັງຫວະຂອງລົມຫາຍໃຈ.....

ຕອນນີ້ຍິງຄົນນັ້ນກຳລັງຮ້ອງໄຫ້..? ຮ້ອງໄຫ້ຍອນຫຍັງ...? ເສຍໃຈຫວາ...?  ບໍ່

ລາວກຳລັງດີໃຈຕ່າງຫາກ.............ອ້າວ!!!

ສາເຫດຂອງເລື່ອງເລົ່ານີ້ເກີດຈາກ.......

ມີມື້ໜຶ່ງ.............ຈາກພາບທີ່ເລືອນລາງຄືກັບຄວາມຝັນ

ຄ່ອຍໆຊັດເຈນຂື້ນ... ແສງໄຟວູບວາບຕາມຈັງຫວະຂອງດົນຕີທີ່ເລົ້າໃຈ

ຍິງຄົນໜຶ່ງນັ່ງຢູ່ຄົນດຽວທີ່ໜ້າເຄົາເຕີ້ຈຳໜ່າຍເຄື່ອງດື່ມຂອງພັບແຫ່ງໜຶ່ງຢ່ແຖວຫຼັກສອງ

'' ຖ້າບໍ່ລັງກຽດ ຂ້ອຍຂໍລຽງເບຍເຈົ້າໄດ້ບໍ່ '' ສຽງນຸ້ມໆດັງຂື້ນຈາກຂ້າງຫຼັງຂອງຍິງຄົນນັ້ນ........

ເມື່ອຫັນໄປກໍ່ພົບກັບ ຊາຍໜຸ່ມໜ້າຕາດີ ສູງ ສົງຍິ້ມໄຫ້

''ໂດຍ ໂດຍ ໄດ້ ເຊີນນັ່ງແມະ '' ຕອບດ້ວຍຄວາມຕື່ນເຕັ້ນຕົກໃຈ.......

'' ເພີ່ນມາຄົນດຽວຫວາ ''  ພວກເຂົາເລີມສົນທະນາແບບງ່າຍໆ..........

'' ໂດຍ ສະເພາະມື້ນີ້ ປົກກະຕິຈະມາກັບໝູ່ '' ຍິງຄົນນັ້ນຕອບ..

'' ລະມື້ນີ້ໝູ່ເພີ່ນໄປໄສໝົດ ? ''....

'' ຂະເຈົ້າໄປກັບແຟນ ''

'' ເພີ່ນຊື່ຫຍັງນະ ''....

'' ເຂົາຊື່ຕ້າ ເພີ່ນເດ ''

'' ເຂົາຊື່ ສອນ ຍິນດີທີ່ໄດ້ຮູຈັກເດີ້ ''....ແລ້ວລາວກໍ່ຍື່ນມືອອກມາ....

'' ເຊັ່ນກັນ '' ລາວຍື່ນມືອອກມາທັກທາຍ

ທັນທີທີ່ມືຂອງເຂົາສຳພັດກັນ

ເຮັດໃຫ້ຍິງຄົນນັ້ນເລີ້ມມີອາການຕື່ນເຕັ້ນຕົກໃຈອີກເທື່ອໜຶ່ງ.......ນີ້ຫວາເຂົາເອີ້ນວ່າສາວໄຟແຮງ

ການສົນທະນາດຳເນີນຕໍ່ໄປແບທຳມະຊາດ

ເຂົາທັງສອງສົນທະນາກັນຄືກັບຄົນຮູ້ຈັກກັນແຕ່ມາດົນນານ

ເຮັດໄຫ້ເຄື່ອງດື່ມ ແກ້ວນີ້ ລະ ແກ້ວໜ້າຜ່ານໄປເລື້ອຍໆໆ......

ລິດຂອງເຄື່ອງດື່ມບວກກັບເລືດໃນກາຍຂອງເຂົາເຮັດໃຫ້ແກ້ມຂອງລາວແດງ...ໜ້າຮັກ......


ຈົນເຖິງເວລາ


ສອງໂມງ...ກໍ່ເຖິງເວລາຕ້ອງກັບ...ຊາຍຄົນນັ້ນກໍ່ອາສາໄປສົ່ງທີ່ຫ້ອງພັກຂອງເຂົາຢູ່ແຖວທາດຫຼວງ

ຍິ່ງຄົນນັ້ນກໍ່ບໍປະຕິເສດ....ຍອນຄວາມມຶນເມົາເວຍ່າງເຊໄປເຊມາ ເຮັດໃຫ້ຊາຍຄົນນັ້ນຕ້ອງປະຄອງເຂົາໄປຂື້ນລົດ........

ເມື່ອໄປເຖິງຫ້ອງແຖວຂອງລາວ ລາວກໍ່ປະຄອງໄປສົ່ງເຖິງຫ້ອງ

ຍິງຄົນນັ້ນລາວຈື່ໄດ້ແບບເລືອນລາງວ່າໄດ້ຍິນສຽງປິດປະຕູຫ້ອງ.... ແຕ່ບໍ່ໄດຍີນສຽງຄົນຍ່າງອອກໄປ

.....ມາເຖິງຕ້ອນນີ້....ລ່າວຮູ້ແລ້ວວ່າມັນຈະຈົບລົງແບບໄດ....ຍິ່ງເຮັດໃຫ້ລາວຕື່ນເຕັ້ນກົ່ວເກົ່າ...........

ເວລາຜ່ານໄປຈົນເຊົ້າວັນຕໍ່ມາ

ຊາຍຄົນນັ້ນຕື່ນແລະນອນຍີ້ມຢູ່ຂ້າງເຂົາ.......''' ເພີ່ນຮ້ອງໃຫ້ເຮັດຫຍັງ ເສຍໃຈຫວາ '''......

ແລ້ວຍິງຄົນນັ້ນກໍຫັ້ນໜ້າມາຫາ ແລ້ວເວົາດ້ວຍສຽງດີໃຈວ່າ '' ເຂົາບໍ່ໄດ້ເສຍໃຈ ດີໄຈຕ່ງຫາກ ຕັ້ງແຕ່ເຂົາແປງເພດມາ

ເພີ້ນເປັນຜູ້ຊາຍຄົນທຳອິດທີ່ບໍ່ຮູ້ ຄົນອື່ນໆເຂົາເຈົ້າຮູ້ກ່ອນຕະຫຼອດ.......!!!!!?????''''''


ເມື່ອເປັນແນວນີ້ທ່ານຄິດວ່າຜູ້ຊາຍຄົນນີ້ຄວນເຮັດແນວໄດຕໍ່ໄປ...????????.....