ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ດົນນານມາແລ້ວ ມີພະລາຊາອົງໜຶ່ງ

ພະລາຊາອົງນີ້ ມີຄົນສະນິດຄົນໜຶ່ງທີ່ພະອົງສະນິດທີ່ສຸດ

ແລະມັກຈະໄປໃສມາໃສນຳກັນຢູ່ສະໝີ

ແລ້ວວັນໜຶ່ງ ພະລາຊາກໍ່ຖືກໝາຕົວໜຶ່ງກັດນິ້ວ ເຮັດໃຫ້ເປັນບາດແຜ

ພະລາຊາຈຶ່ງຖາມຄົນສະນິດວ່າ ນີ້ເປັນລາງບໍ່ດີຂອງພະອົງຫຼືບໍ່

ຄົນສະນິດຕອບວ່າ '' ດີ ຫຼື ບໍ່ດີຍາກທີ່ຈະບອກ ''

ໃນທີ່ສຸດ ພະລາຊາກໍ່ຖືກຕັດນິ້ວມືເພາະແຜຕິດເຊື້ອ

ພະລາຊາກໍ່ຖາມອີກວ່າ ນີ້ປັນລາງບໍໍ່ດີຂອງພະອົງຫຼືບໍ່

ຄົນສະນິດຕອບວ່າ '' ດີ ຫຼື ບໍ່ດີຍາກທີ່ຈະບອກ ''

ເຮັດໃຫ້ພະລາຊາໂມໂຫຫຼາຍ ເລີຍສັ່ງຈັບຄົນສະນິດຂັງຄຸກໄວ້

ແລະຕໍ່ມາມື້ໜຶ່ງພະອົງກໍ່ໄດ້ອອກໄປລ້າສັດຜູ້ດຽວ

ພະອົງຕື່ນເຕັ້ນຫຼາຍ ແລ້ວມຸ້ງໜ້າເຂົ້າໄປໃນປ່າລຶກເລື້ອຍໆ

ເມື່ອຮູ້ຕົວອີກເທື່ອໜຶ່ງ ພະອົງກໍ່ໄດ້ຫຼົງທາງເສຍແລ້ວ

ແຕ່ກ່ອນທີ່ເລື່ອງມັນຈະເລວລ້າຍ ໄປກົ່ວນັ້ນ

ພະອົງໄດ້ພົບກັບຊົນເຜົ່າພື້ນເມືອງໃນປ່າແຫ່ງນັ້ນ

ຄົນປ່າພວກນັ້ນ ຕ້ອງການຈັບ ພະລາຊາໄປບູຊາຍັນ

ແຕ່ພວກເຂົາພົບວ່າ

ພະລາຊາມີນິ້ວມືຂາດ ຈຶ່ງຮີບປ່ອຍພະອົງໄປ

ເພາະພວກເຂົາເຊື່ອວ່າ ພະລາຊາເປັນມະນຸດທີບໍ່ສົມບູນເລີຍ

ແລະ ບໍ່ເໝາະທີ່ຈະນຳໄປບູຊາຍັນ

ພະລາຊາຈຶ່ງຕັດສິນໃຈກັບພະລາດຊະວັງ ໃນທີ່ສຸດ

ພະລາຊາ ຈຶ່ງສັ່ງປ່ອຍຄົນສະນິດ ແລະຂໍໂທດເຂົາ

ແຕ່ພະລາຊາປະຫຼາດໃຈທີ່ຄົນສະນິດບໍຄຽດຫຍັງເລີຍ

ໃນທາງກົງກັນຂ້າມ ເຂົາກັບບອກວ່າ

ມັນບໍ່ແມ່ນເລື່ອງເລວລ້າຍອີ່ຫຍັງ ເປັນຫຍັງຈຶ່ງວ່າຈັ່ງຊັ້ນ

ຄົນສະນິດເວົ້າວ່າ ຖ້າພະອົງບໍ່ຂັງຂ້ານ້ອຍໄວ້

ຂະນ້ອຍກໍຈະຕາມພະອົງເຂົ້າໄປໃນປ່າ ແລະ ໃນເມື່ອພະອົງບໍເໝາະສົມທີ່ທີ່ຈະບູຊາຍັນ

ຂະນ້ອຍກໍ່ຄົງຈະຖືກບູຊາຍັນແນ່ນອນ

ເລື່ງນີ້ ສອນໃຫ້ຮົາຮູ້ວ່າ

ບາງຄັ້ງສິ່ງທີ່ດີ ອາດຈະກາຍເປັນສິ່ງທີ່ເລວລ້າຍ ໃນຂະນະສິ່ງທີ່ເລວລ້າຍອາດກາຍເປັນດີໄດ້

ສິງດີດີອີ່ຫຍັງກໍ່ຕາມທີ່ເກີດຂື້ນກັບເຮົາ

ຈົ່ງສະໜຸກສະໜານກັບມັນ ແຕ່ຢ່າໄປຍຶດຕິດ

ຈົ່ງຄິດເສຍວ່າ ມັນເປັນສິ່ງທີ່ມາສ້າງຄວາມປະຫຼາດໃຈໄຫ້ກັບຊີວິດຂອງທ່ານ

ອີ່ຫຍັງທີ່ເລວລ້າຍ ເກີດຂື້ນກັບຊີວິດທ່ານບໍຈຳເປັນຕ້ງໄປເສົ້າເສຍໃຈໃນຕອນທ້າຍ

ມັນອາດບໍ່ແມ່ນເລື່ອງທີ່ເລວລ້າຍຢ່າງທີ່ທ່ານຄິດ

ຖ້າພວກເຮົາເຂົ້າໃຈແບບນີ້ ພວກເຮົາຈະພົບວ່າ

ການໄຊ້ຊີວິດນັ້ນບໍ່ແມ່ນເລື່ອງທີ່ໂຫດຮ້າຍເລີຍ

........ ຄວາມດີບໍ່ມີວັນຕາຍ...........

ແຕ່ຖ້າຕາຍ...ຄວາມດີຈະຍັງຄົງຢູ່....

....... ຕະຫຼອດໄປ ........

ເພື່ອນພັນລາວມີຄວາມຄິດເຫັນແນວໄດ?






Delicious Digg Fark Twitter