ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

ທຸກທຸກຄົນທີ່ໄຊ້ໂທລະສັບມືຖື ຕັ້ງໃຈອ່ານໃຫ້ດີໆ ອ່ານຈົບແລ້ວຈະຮູ້ວ່າມືຖືບໍໄດ້ມີໄວ້ພຽງແຕ່ໂທເຂົ້າ-ອອກເທົ່ານັ້ນ

ແຕ່ຍັງມີເຄັດລັບທີ່ເພື່ອນໆ ຍັງບໍ່ຮູ້ກ່ຽວກັບມັນ ຖ້າຢາກຮູ້ມີຫຍັງແດ່ ລອງມາອ່ານເບີ່ງ

1. ໝາຍເລກສຸກເສີນ 112 ໄຊ້ໄດ້ທົ່ວໂລກ

ຖ້າເກີດເຮົາຫຼົງໄປໃນເຂດທ່ບໍ່ມີສັນຍານເລີຍ ແຕ່ມີເຫດດ່ວນເຫດຮ້າຍ ແລ້ວມັນຈະຫາເບີໃຫ້ເອັງອັດຕະໂນມັດແມ້ແຕ່ເຮົາລອກປຸ່ມກົດ ກໍ່ຍັງກົດເບີນີ້ໄດ້

2. ໄຊ້ໃນກໍລະນີລືມກຸນແຈໄວ້ໃນລົດ.....

ສຳລັບລົດທີ່ໄຊ້ ກະແຈລີໂມດ ຖ້າລົດລອກໄປແລ້ວ ແຕ່ເຮົາມີກຸນແຈສຳຮອງຢູ່ເຮືອນ ໃຫ້ໂທໄປທີ່ເຮືນດ້ວຍມືຖື ແລະ ເບີປາຍທາງກໍ່ຕ້ອງເປັນມືຖື

ເມື່ອເຂົາຮັບແລ້ວ ໃຫ້ເຂົາໄຊ້ກະແຈສຳຮອງໄປຈີ້ກັບໂທລະສັບແລ້ວກົດປຸ່ມປົດລອກ ຂະນະທີ່ເຮົາຖືສາຍຢູ່ ໃຫ້ຫ່າງຈາກປະຕູລົດປະມານ 50 ຊມ ແລ້ວແຕ່ສັນຍານ ປະຕູລົດກໍ່ຈະເປີດ ໄລຍະທາງບໍ່ເປັນປັນຫາ

3. ກໍລະນີແບັດໄກ້ນະໝົດ*3370#  ສຳລັບໂນເກຍ

ຖາເກີດແບັດເຫຼືອນ້ອຍເຕັມທີໄກ້ຈະດັບ ແຕ່ຈຳເປັນຕ້ອງໂທອອກໃຫ້ກົດ *3370# ແລ້ວມັນຈະຮີດເອົາພະລັງງານສຳຮອງ

ອອກມາ ແລ້ວສະແດງໄຫ້ເຫັນວ່າມັນຈະເພີ້ມພະລັງງານໃຫ້ 50% ແລ້ວມັນຈະຊົດເຊີຍສ່ວນສຳຮອງນີ້ ໃນການຊາສແບັດຄັ້ງຕໍ່ໄປ

4. ກໍລະນີໂທລະສັບເສຍເຮົາສາມາດເຮັດໃຫ້ໂທລະສັບໄຊ້ບໍ່ໄດ້ຕະຫຼອດໄປ

ກໍລະນີນີ້ເຮົາຕ້ອງໄຊ້ໝາຍເລກserial number ປະຈຳເຄື່ອງ ຊືຶ່ງມີ 15-17 ໜ່ວຍ ການທີ່ຈະຮູ້ໝາຍເລກນີໃຫ້ກົດ *#06# ໝາຍເລກປະຈຳເຄື່ອງປໍ່ຈະຂື້ນມາ

.........ບັດນີ້ຖ້າໂທລະສັບເສຍ ຫຼື ຕົກເຫ່ຍໃຫ້ໂທໄປທີ່ສູນ ແລ້ວແຈ້ງໝາຍເລກໃຫ້ເຂົາໃປ ເຂົາກໍ່ຈະບຼອກເຄື່ອງຂອງເຮົາ

ແລ້ວໂທລະສັບທີ່ເສຍກໍ່ຈະໄຊ້ບໍ່ໄດ້ຕະຫຼອດໄປ ຖຶງແມ່ນວ່າຄົນທີ່ລັກໄປຈະປ່ຽນ sim card ໃໝ່ກໍ່ຕາມ ມັນກໍ່ຍັງໄຊ້ບໍ່ໄດ້ຢູ່ດີ

 .......ແບບນີ້ສະໃຈດີ ໂດຍສະເພາະພວກທີ່ມັກລັກຂອງຄົນອ່ືນ...........


note ຈາກຜູ້ຂຽນ

ການທີ່ໂລກຂອງເຮົາກຳລັງປ່ຽນແປງມາເປັນຍຸກດີ່ຈີ່ຕ້ອນ ທຸກສິງທຸກຢ່າງແມ່ມມີຄວາມສະດວກສະບາຍຂື້ນຫຼາຍຖ້າທຽບໃສ່ແຕ່ກ່ອນ

ແຕ່ການກ້າວໄປຂ້າໜ້າກັບຍຸກດີຈີຕ້ອນກໍ່ຕ້ອງມີການຊັ່ງຊາເບີ່ງຄວາມເໝາະສົມກັບສິງທີ່ເປັນຢູ່  ແບບວ່າກ້າວໜ້າໄປຕາມຍຸກສະໄໝ

............ແຕ່ບໍ່ແມ່ນເກີນສະໄໝແບບທີ່ຫຼາຍຄົນກຳລັງຫຼົງຢູ່...............

*************ດ້ວຍຄວມນັບຖືຢ່າງສູງ**************



Delicious Digg Fark Twitter