ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ອະນຸວົງ ອົງເຈົ້າຟ້າ ...................... ແກ້ວແກ່ນ ວຽງນະຄອນ
ທ້ອນໂຮມ ປະຊາລາວ ……………..................ເຜົ່າພົງ ພັນເຊື້ອ
ເສືອສະໝີງ ແສນກ້າ ..................... ມິອາດເປັນໝາ ໃຫ້ພວກຕ່າງຖີ່ນ
ດີນລ້ານຊ້າງ ກູແທ້ໆ ..................... ແສຫ...າໄດ້ ວ່າແດນມືງ

ກູຈັກພາ ກັນປົກປ້ອງ ..................... ແກ້ວແກ່ນ ນະຄອນວຽງ
ຄຽງຂ້າງ ຊາວວຽງຈັນ .................... ລັ່ນກອງເສີກ ຄອຍຖ້າ
ມືງຢ່າມາ ຫວັງໄດ້ ......................... ຫົວໃຈ ລາວທັງຊາດ
ປາດເສືອນກູ ເປັນຊິ້ນໆ ................... ບໍ່ຍອມຂື້ນ ແກ່ມືງ ແທ້ໜາ

ໂອນໍ ຍາມເສີກເສືອເຂົ້າບ້ານ ........... ລາວບໍ່ຮ່ວມ ແຮງຮັບ
ກັບໄປ ນໍາພວກມານ ...................... ເຂົ້າຜານ ຍໍາຍີ້
ແຕ່ວ່າຣາຊສີ ເຊື້ອ ......................... ອະນຸວົງ ບໍ່ເຄີຍຫວັ່ນ
ກູຈະເຊຖລັ່ນ ລົ້ມພື້ນ ...................... ກໍ່ຂໍເຫຼືອໄວ້ຊື່ລາວ

ອະນຸວົງ ມະຫາຣາດເຈົ້າ .................. ເຫົ້ງາກໍ ກະສັດວຽງ
ບໍ່ໄດ້ອ່ຽງ ກະບົດໃຜ ........................ ດັ່ງພວກຈັ່ງໄຮ ຫາເວົ້າ
ເຂົາຫວັງລົບລາວ ຊາດເຊື້ອ .............. ອະນຸວົງ ບໍ່ຫຼົງເຊື່ອ
ເຫຼືອໄວ້ຄວາມເກ່ງກ້າ ....................... ເປັນແວ່ນຈ້າສ່ອງແຍງ
ຂໍຄໍານົບນ້ອມ ເດຊະພຣະເດດ ແລະ ພຣະຄຸນ ແດ່ ພຣະເຈົ້າອະນຸວົງ ມະຫາຣາດ
ວິຣະກະສັຕ ແລະ ວິຣະບູຣຸດ ເພື່ອເຊື້ອຊາດລາວ .

 

Delicious Digg Fark Twitter