ຂຽນເມື່ອ: ກ.ພ.. 26, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ທ່ານເຄີຍໄດ້ຍິນຕະຫຼົກເລື່ອງນີ້ບໍ່?
ເດິກດື່ນຂອງຄ່ຳຄືນໜື່ງມີຍາພໍ່ອົງໜື່ງໄດ້ໂທແຈ້ງຄວາມກັບເຈົ້າໜ້າທີ່ວ່າເງິນບາດເສຍ.
ເຈົ້າໜ້າທີ່: ເງີນເສຍຫຼາຍປານໃດຂະນ້ອຍ?
ຍາພໍ່: ເອີກະຫຼາຍຫັ້ນແລ້ວຕັ້ງ20ບາດພຸ້ນນະ!
ເຈົ້າໜ້າທີ່: ໂອຍເງີນສ່ຳ20ບາດກະໂທແຈ້ງຄວາມເນາະ ຢ່າມັນສາເດິກແລ້ວມື້ອື່ນຈັ່ງວ່າກັນ
ພໍຮອດຮຸ່ງເຊົ້າຂອງມື້ຕໍ່ມາເຈົ້າໜ້າທີ່ກໍ່ໄດ້ຍ່າງກາຍມາທາງໜ້າກຸດຕິຂອງຍາພໍ່ແລະໄດ້ຖາມວ່າ
ເຈົ້າໜ້າທີ່: ມື້ຄືນນີ້ມີໂຈນມາລັກເງິນຍາພໍ່ແທ້ຫວະ?
ຍາພໍ່: ກະແທ້ລະເນາະ ມັນບໍ່ແມ່ນແນວເວົ້າຫຼີ້ນໄດ໋ພໍ່ອອກ
ເຈົ້າໜ້າທີ່: ຢ່າມັນສາຄິດວ່າເງິນສ່ຳໜ້ອຍດຽວ
ຍາພໍ່: ມັນບໍ່ໜ້ອຍແລ້ວ ພໍ່ອອກເບີ່ງດູຍາພໍ່ຊີ້ໃສ່ບາດ ກ່ອນຊິສະສົມເງິນມາກວ່າຊິໄດ້ໄດ້ເງິນເຕັມ20ບາດຄິດວ່າໃຊ້ເວລາຈັກປີ?
ເຈົ້າໜ້າທີ່:...????