ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

                         ເພງ: ຄົນອົກຫັກ

                                (ເນື້ອຮ້ອງ-ທຳນອງໂດຍ: ບ່າວນິດນິລັນ ຄົນພັນລາວ)

                 *** ຄົນອົກຫັກ                 ບໍ່ຢາກຊິເຫັນໜ້າໃຜ

                 ທຸກວັນມີແຕ່ຮ້ອງໄຫ້          ເສຍໃຈທີ່ນ້ອງບອກລາ

                        ຜູ້ຊາຍຄົນນີ້                                   ຈຳຕ້ອງນອນກິນນ້ຳຕາ

                 ບໍ່ຄິດບໍ່ຝັນເລີຍວ່າ             ນ້ຳຕາຂອງອ້າຍຈະໄຫຼ

                           *** ນອນຮ້ອງໄຫ້              ລູກຜູ້ຊາຍກໍ່ມີນ້ຳຕາ

                 ເສຍໃຈກັບເລື່ອງຜ່ານມາ     ອ້າຍມີແຕ່ຄວາມຈິງໃຈ

                 ນ້ອງຕ້ອງການຫຍັງ           ອ້າຍດີ້ນລົນຊອກຫາມາໃຫ້

                 ແຕ່ແລ້ວອ້າຍກໍ່ເສຍໃຈ         ທີ່ນ້ອງບອກຄຳອາລາ

                 R- ມາບອກອ້າຍວ່າ            ສອງເຮົາໄປກັນບໍ່ໄດ້

                 ແລ້ວອ້າຍມັນຜິດເລື່ອງໃດ    ເປັນຫຍັງບໍ່ບອກອ້າຍມາ

                 ຄັນເຮັດຈັ່ງຊີ້                      ໃຫ້ຟ້າດິນຈື່ຈຳໄວ້ວ່າ

                 ຊາດນີ້ຫຼືວ່າຊາດໜ້າ            ໃຫ້ຟ້າດິນຈົ່ງຊ່ວຍລົງທັນ

                 *** ຄົນອົກຫັກ                  ບໍ່ຢາກຮັກໃຜອີກແລ້ວ

                 ໃຈດວງນີ້ທີ່ມັນມີແປ້ວ          ຄົງຊິບໍ່ເຊົາດອກນໍ້ແຈ່ມຈັນ

                 ຈະຈົດຈຳໄວ້                       ຊາດໃດໆຢ່າໄດ້ພົບພານ

                 ຄົນຫຼາຍໃຈໄປໃຫ້ໄກກັນ      ບ່າວນິດນິລັນ.....ບໍ່ຂໍພົບເຈີ....

                                                         (ບ່າວນິດນິລັນມືໃໝ່ຫັດຂຽນ)

      

Delicious Digg Fark Twitter