ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

                    ເພງ: ຫລໍ່ບໍ່ມີ ດີພໍໃຊ້

                     ເນື້ອຮ້ອງ-ທຳນອງໂດຍ: ບ່າວນິດນິລັນ ຄົນພັນລາວ

      *** ບໍ່່ແມ່ນອ້າຍນີ້                 ຈະເວົ້າເລື່ອງດີເຂົ້າໂຕໝົດ

    ມີແຕ່ດີບໍ່ມີໂທດ                    ສ້າງຄຸນປະໂຫຍດຢ່າງມາກມາຍ

    ອ້າຍຄົນທຳມະດາ                 ລູກຊາຍຊາວນາທົ່ວໆໄປ

    ເຄີຍຜິດຫວັງແລ້ວຮ້ອງໄຫ້       ສູນສີ້ນສະຫຼາຍຈົນກິນນ້ຳຕາ

    *** ບໍ່ມີພັນລ້ານ                     ຝາກທະນາຄານຄືເຂົາດອກ

    ອ້າຍມັນຄົນບ້ານນອກ             ພໍ່ແມ່ເຮັດໄຮ່ເຮັດນາ

    ຈົບພຽງມໍສາມ                       ເອື້ອມບໍ່ເຖິງດອກປະລິນຍາ

    ເລື່ອງທຸລະກິດການຄ້າ             ບໍ່ມີດອກນາສາມໄວ

    R-*** ເວົ້າເລື່ອງຄວາມຫຼໍ່           ອ້າຍນີ້ບໍ່ຄ່ອຍຈະມີ

    ແຕ່ຖ້າເວົ້າເລື່ອງຄວາມດີ            ອ້າຍນີ້ບໍ່ເປັນຮອງໃຜ

    ບໍ່ເຄີຍລວງຫຼອກ                     ຕວະຕົ້ມສາວໃຫ້ເສຍໃຈ

    ບໍ່ເຊື່ອຖາມເບິ່ງກະໄດ້                ຄົນຄືອ້າຍບໍ່ເຄີຍໂລເລ

    *** ເຊື່ອອ້າຍເຖີດນ້ອງ               ຮັບຮອງໄດ້ເລີຍງາມງອນ

    ຫາກອ້າຍເວົ້າບໍ່ແນ່ນອນ            ບັງອອນບໍ່ຕ້ອງໂອເຄ

    ອ້າຍເປັນຄົນຈົນ                       ແຕ່ນິໄສບໍ່ເຄີຍເກເລ

    ຄວາມຫຼໍ່ບໍ່ມີແຖມຍັງບໍ່ເທ່           ມີແຕ່ຄວາມດີປະດັບໃນຕົວ

                                                                  (ຈົບແລ້ວ)

                                                    ບ່າວນິດນິລັນ ມືໃໝ່ຫັດຂຽນ

Delicious Digg Fark Twitter