ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

                 ເພງ: ຂໍເວລາສ້າງຕົວ

    ເນື້ອຮ້ອງ-ທຳນອງໂດຍ: ບ່າວນິດນິລັນ ຄົນພັນລາວ

   *** ອ້າຍຂໍເວລາ                     ຫາເງິນຫາທອງຈັກໜ່ອຍ

   ຫາເພັດຫາພອຍ                       ມາເສີມຕໍເຕີມແຮງຝັນ

    ເງິນທອງທີ່ມີ                           ກໍ່ພໍແຕ່ໃຊ້ໄປວັນໆ

    ໄດ້ໂປດເຖີດນາຈອມຂວັນ            ເຫັນໃຈອ້າຍແດ່ເຖີດນາ

    *** ຖານະການງານ               ອ້າຍນັ້ນມັນກໍ່ລຳບາກ

    ລຳເຄັນຍິ່ງໜັກ                        ຍາກຈົນຢູ່ຕາມປະສາ

    ວິ່ງວອນໃຫ້ນ້ອງ                      ເຫັນໃຈເຖີດນາແກ້ວຕາ

    ອ້າຍຂໍເວລາ                           ສ້າງຕົວຂື້ນມາຈັກໜ່ອຍ

 R- ອ້າຍຈະຍອມທົນ                   ສູ້ງານເຖິງມັນຈະໜັກ

   ຈະເອົານ້ຳພັກ                         ນ້ຳແຮງສ້າງເຮືອນຫລັງນ້ອຍ

   ໃຫ້ພໍ່ກັບແມ່                           ເພິ່ນນັ້ນດີໃຈຈັກໜ່ອຍ

    ແລ້ວອ້າຍຈຶ່ງຄ່ອຍ                   ຫາເງິນສູ່ຂໍຈອມໃຈ

    *** ອ້າຍຂໍເວລາ                  ສ້າງຕົວໃຫ້ມັນດີຂື້ນ

    ຢ່າໄດ້ກ້ຳກືນ                         ແປຜັນເຖີດນາຊາມໄວ

    ອ້າຍຈະເງິນ                          ເກັບທອງເພື່ອນ້ອງຂວັນໃຈ

    ເພື່ອຄວາມຝັນຍິ່ງໃຫຍ່             ເພື່ອເຮົາສອງຄົນຄອຍລໍ

                         (ຈົບ) ບ່າວນິດນິລັນ ມືໃໝ່ຫັດຂຽນ

Delicious Digg Fark Twitter