ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສະບາຍດີທ່ານຜູ້ອ່ານທີ່ກຳລັງຈະໜ້າຮັກ!!!

ນີ້ແມ່ນ1ໃນເລື່ອງຊີວິດຈິງຂອງຂ້ອຍເລື່ອງນີ້ແມ່ນເກີດຂື້ນວ່າງບໍ່ດົນມານີ້ເລື່ອງມີຢູ່ວ່າ:

ຂ້ອຍໄດ້ຮັກກັບຜູ້ຍິງຄົນ1ເຊິ່ງໃຊ້ເວລາພິສູດໃຈກັນມາ2ປີກວ່າໆ,ຂ້ອຍພົບຜູ້ຍິງຄົນນີ້ແບບບັງເອີນຕອນນັ້ນເປັນວັນສົງການເຊິ່ງໃຜໆກໍ່ຕ່າງຄົນຕ່າງຫຼີ້ນຢ່າງມ່ວນຊື່ນ,ຂ້ອຍກໍ່ເຊັ່ນດຽວກັນຂ້ອຍໄປສົງພຣະຢູ່ຫຼາຍໆວັດເພື່ອເປັນການຊອກຫາເນື້ອຄູ່ມື້ນັ້ນບັງເອີນພໍດີນ້ຳຫອມຂ້ອຍໝົດພໍດີຈື່ງໄດ້ເຂົ້າໄປຂໍນຳຜູ້ຍິງຄົນ1ເຊິ່ງນາງເປັນຄົນໜ້າຮັກ,ມີສະເໜ່ ແລະຫຼັງຈາກນັ້ນຂ້ອຍກໍ່ໄດ້ເວົ້າຢອກນາງແລະຕ່າງຄົນຕ່າງຫົດນ້ຳກັນຈາກນັ້ນກໍ່ແລກເບີກັນຈົນເຮັດໃຫ້ຄວາມຜູກພັນຄວາມຮັກແພງກັນເລີ່ມມີຂື້ນ...ນັບແຕ່ນັ້ນມາຂ້ອຍກໍ່ມອບໃຈດວງນີ້ຂອງຂ້ອຍໃຫ້ນາງ,ພວກຂ້ອຍໄດ້ໂທຫາກັນແລະສົ່ງຂໍ້ຄວາມຫາກັນຕະຫຼອດຈົນເປັນຄວາມຮັກທີ່ອຳມະຕະ... ແຕ່ໜ້າເສຍດາຍວັນເວລາຜ່ານໄປ2ປີຈື່ງເຮັດໃຫ້ເຫດການອັນບໍ່ຄາດຄິດເກີດຂື້ນກັບຄວາມຮັກຂອງຂ້ອຍ,ມາມື້1ໃນເດືອນແລ້ວນີ້ເຊີ່ງເປັນວັນຄົບຮອບວັນເກີດຂອງນາງຂ້ອຍກະກຽມເອົາຂອງຂວັນທີ່ຂ້ອຍໄດ້ກະກຽມ ເອົາໄວ້ໃຫ້ນາງເໝືອນດັ່ງທຸກໆປີທີ່ຜ່ານມາແຕ່ແລ້ວພາບທີ່ຂ້ອຍບໍ່ຄາດຄິດມັນກໍ່ປະກົດໃຫ້ຂ້ອຍເຫັນ ນາງມາກັບຜູ້ຊາຍຄົນ1ເຊິ່ງມີຮູບຮ່າງສູງໜ້າຕາດີກວ່າຂ້ອຍແດ່ໜ້ອຍ1 ຂ້ອຍພະຍາຍາມອົດກັ້ນອາລົມເອົາໄວ້ແຕ່ມັນກໍ່ຫມົດຂີດຈຳກັດແລ້ວຂ້ອຍຈື່ງຍ່າງເຂົ້າໄປຫານາງແລ້ວຜູ້ຊາຍຄົນນັ້ນກໍ່ຖາມນາງວ່າ: ຜູ້ນີ້ແມ່ນໃຜ? ນາງໜ້າແດງແລະບໍ່ຊ່າງຊິຍ່າງຕໍ່ໄປ ເບີ່ງແລ້ວຄືຊົງຊິກັງວົນໃຈແຮງແລ້ວຈື່ງຕອບວ່າ: ເປັນອ້າຍຮັກເຊີ່ງຫາກໍ່ຮູ້ຈັກກັນ! ຄຳຕອບຂອງນາງໄດ້ເຮັດໃຫ້ຂ້ອຍຢືນຊືງຢູ່ກັບບ່ອນເລີຍ ຂອງຂັວນວັນເກີດທີ່ຂອ້ຍກຽມໄປໃຫ້ນາງມັນ ໄດ້ຫຼຸດອອກຈາກມືຂ້ອຍແບບບໍ່ຕັ້ງໃຈເລີຍ,ຈາກນັ້ນຂ້ອຍກໍ່ຖາມນາງຄືນວ່າຜູ້ຊາຍຄົນນັ້ນ ແມ່ນໃຜນາງຕອບຂ້ອຍວ່າ:ເປັນ66ຟນ ຂ້ອຍກໍ່ບໍ່ຢາກເຊື່ອເລີຍ ແຕ່ຈຳເປັນຕ້ອງເຊື່ອເພາະ ພາບນັ້ນມັນຫຼອກຫຼອນຂ້ອຍແທ້ໆ...

ນີ້ມັນໝາຍຄວາມວ່າຈັ່ງໃດ: ຂ້ອຍບໍ່ເຂົ້າໃຈເລີຍ?ຕະຫຼອດໄລຍະເວລາທີ່ຜ່ານມາ2ປີຂ້ອຍເປັນຄົນຫຼົງຕົວເອງແມ່ນບໍ່?ນາງກະເຄີຍບອກຂ້ອຍວ່າຮັກຂ້ອຍພຽງຄົນດຽວແຕ່ເປັນຫຍັງຄືເປັນແບບນີ້? ດ້ວຍຄວາມຮັກແລະຄວາມຫ່ວງໄຍ ຕະຫຼອດເວລາທີ່ຂ້ອຍຣັກກັບຜູ້ຍິງຄົນນີ້ຂ້ອຍບໍ່ເຄີຍລ່ວງເກີນນາງແມ່ນແຕ່ໜ້ອຍດຽວຂ້ອຍຮັກນາງແທ້ໆ ມັນອາດເປັນເພາະວ່າຂ້ອຍບໍ່ເຄີຍມີຄວາມຮັກ ມາກ່ອນຫຼືບໍ່? ແຕ່ໃນທີ່ສຸດຂ້ອຍກໍ່ໄດ້ຮັບບົດເປັນອ້າຍຮັກແບບບໍ່ໄດ້ຕັ້ງໃຈເລີຍ!!! ແລ້ວແບບນີ້ຂ້ອຍຊິອະພິບາຍໃຫ້ໃຈຕົວເອງແນວໃດດີ!

ເລື່ອງນີ້ຂ້ອຍຂໍຝາກໃຫ້ເປັນຄະຕິເຕືອນໃຈແດ່ຄົນທີ່ກຳລັງຈະເລີ່ມມີຄວາມຮັກໃໝ່ໃຫ້ຮັກຕົວເອງໃຫ້ຫຼາຍໆກ່ອນທີ່ຈະຮັກຄົນອື່ນ ຢ່າໄປເຮັດຄືຂ້ອຍເດີທີ່ທຸ້ມເທທຸກຢ່າງໃຫ້ກັບນາງ ແຕ່ສຸດທ້າຍຕ້ອງມາອົກຫັກແບບບໍ່ໄດ້ຕັ້ງໃຈ,ເລື່ອງນີ້ຂ້ອຍໄດ້ບັນທຶກໄວ້ເປັນຄວາມຊົງຈຳໃນຫົວໃຈຂອງຂ້ອຍແລ້ວ...

 ຂໍຂອບໃຈ!!!

ນິດນິລັນ ຄົນພັນລາວ

Delicious Digg Fark Twitter