ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

      ສະບາຍດີ! ພີ່ນ້ອງພັນລາວໝົດທຸກທ່ານ,

ຕອນນີ້ຂ້າພະເຈົ້າກຳລັງສົງໄສຕົວເອງວ່າເປັນພະຍາດໂລກຫົວໃຈ ເພາະມັກຈະແໜ້ນໜ້າເອິກຢູ່ເລື້ອຍໆໃນເວລາທີ່ຕື່ນນອນ,ມັກເຈັບຫົວໃຈທຸກຄັ້ງທີ່ຍົກເຄື່ອງຂອງທີ່ໜັກ, ໃນກ່ອນໜ້ານີ້ຂ້າພະເຈົ້າເຮັດວຽກໜັກ ແບກໄມ້,ຍົກຊີມັງກະໄດ້,ແຕ່ຕອນນີ້ເຮັດຄືເກົ່າບໍ່ໄດ້ແລ້ວຮູ້ສຶກອ່ອນເພຍໃນຕົວເອງ ກິນເຂົ້າກໍ່ບໍ່ຄ່ອຍແຊບປານໃດ ແຕ່ວ່ານອນຫລັບດີ,ຄັນນອນຍາມໃດມັກຈະຕື່ນສວາຍ ຈົນມີຄົນໂທເຂົ້າໄດ້ຍິນສຽງໂທລະສັບດັງຈັ່ງຄ່ອຍຮູ້ເມື່ອຄີງ ບາງເມື້ອຈົນຮອດແປດໂມງຈັ່ງຕື່ນນອນ ຍ້ອນວ່າບໍ່ມີຄົນໂທຫາ,ທຸກວັນນີ້ອາໄສແຕ່ສຽງໂທລະສັບເປັນລະຄັງປຸກ...

 ແລ້ວທ່ານຄິດວ່າຈັ່ງໃດອາການແບບນີ້ບໍ່ພະຍາດໂລກຫົວໃຈ? ຂ້າພະເຈົ້າມັກຈະທໍ້ຖອຍໃນຊີວິດຕົວເອງຢ້ານແມ່ນໂລກຫົວໃຈແທ້ໆ, ທ່ານໃດເຄີຍເປັນໂລກຫົວໃຈ ຫລືທ່ານໃດຮູ້ອາການກ່ຽວກັບພະໂລກຫົວໃຈຊ່ວຍແນະນຳຂ້າພະເຈົ້າແດ່... ຖ້າຂ້າພະເຈົ້າເປັນໂລກຫົວໃຈດັ່ງທີ່ກຳລັງສົງໄສຕົວເອງນີ້ຂ້າພະເຈົ້າຄວນມີວິທີປິ່ນປົວ ແລະຮັກສາຕົວເອງແບບໃດ?

ຂ້າພະເຈົ້ຮູ້ສຶກເສົ້າໃຈຫລາຍ ຢ້ານຕົວເອງມີຊີວິດຢູ່ບໍ່ໄດ້ນານ...alt

  ຂໍຂອບໃຈເປັນຢ່າງສູງ,

   ບ່າວນິດນິລັນ ຄົນພັນລາວ

Delicious Digg Fark Twitter