ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

ເລືອງນີ້ຂ້ອຍເອງກະໄດ້ຍີນມາຈາກວິທະຍຸ

      ຍັງມີຄອບຄົວໜຶ່ງເຊິ່ງພໍ່ຕູ້ ສີ ແລະ ແມ່ຕູ້ ຄຳໄດ້ມີລູກສາວນຳກັນພຽງຄົນດຽວ, ຊື່ວ່າ ພອນວິໄລ ອາຍຸຂອງລາວກະໄດ້ປະມານຊາວປາຍປີນີ້ແຫຼະ

ລາວເອງກະມີອາຊີບທີ່ດີເຊິ່ງສາມາດລ້ຽງພໍ່ແມ່ໄດ້ແລ້ວ. ຢູ່ມາບໍ່ດົນນາງ ພອນວິໄລລາວກໍ່ໄດ້ແຕ່ງງານມີຄອບມີຄົວຄືບ້ານຄືເມືອງເພີ່ນເພື່ອມາເບິ່ງ

ແຍງດູແລພໍ່ແມ່ເພາະວ່າຕົນເອງກະເປັນລູກຜູ້ດຽວຖ້າອອກເຮືອນໄປກະບໍ່ມີຜູ້ເບິ່ງເພີ່ນ. ການເວລາໄດ້ຜ່ານໄປຫຼາຍມື້ຫຼາຍວັນພອນວິໄລກະມີລູກສອງຄົນ

ລະຜູ້ເປັນຜົວກະອອກໄປເຮັດວຽກເປັນປົກກະຕິ, ມີມື້ໜຶ່ງຜົວຂອງນາງ ພອນວິໄລກິນເຫຼົ້າເມົາມາແລ້ວເຮັດຮ້າຍໃສ່ເມຍຕາມພາສາຄົນເມົາ, ມາຫຼາຍມື້ຕໍ່ມາຜູ້ເປັນຜົວກະຍັງເຮັດຄືເກົ່າອີກເພາະວ່າໝູ່ຄູ່ຊວນໄປກິນເຫຼົ້າຕະຫຼອດ, ສ່ວນຜູ້ເປັນເມຍອົດບໍ່ໄດ້ກະເລີຍຂື້ນສຽງໃສ່ຄືນ

ສອງຜົວເມຍຖຽງກັນຢູ່ດົນເຕີບແລ້ວກໍ່ເຂົ້ານອນພໍໃຜພໍລາວ. ຕື່ນເຊົ້າຂື້ນມາມື້ໃໝ່ຜູ້ເປັນພໍ່ແມ່ກະໄດ້ລັກລົມກັນຄອ່ຍໆວ່າ:

ແມ່ຕູ້ຄຳ: ເຖົ້າເອີຍ ! ຜົວເມຍນີ້ມີແຕ່ຖຽງກັນເນາະມັນແມ່ນຫຍັງຫວາ.... !

ພໍ່ຕູ້ສີ: ໂອຍ ! ເຈົ້າກະດາຍເນາະຂ້ອຍກະບໍ່ຮູ້ນຳເຂົາແຫຼະ...

ແມ່ຕູ້ຄຳ: ເບິ່ງຄອບຄົວຜູ້ອື່ນກະຄືວ່າບໍ່ເປັນຈັ່ງຊີ້ນ່າ... ຫຼືວ່າ ມັນບໍ່ເຂົ້າກັນບໍຜົວເມຍຄູ່ນີ່...

ພໍ່ຕູ້ສີ: ເຈົ້າກະຮ່າວເວົ້າໄປ....ມັນຊິບໍ່ເຂົ້າກັນຈັ່ງໃດມັນມີລູກນຳກັນສອງລະເດ.............altalt

 

 

 

 

Delicious Digg Fark Twitter