ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
 
ຂັດຈາກ: ວຽງຈັນໃໝ່ ອອນໄລ   ວັນທີ 11 ມັງກອນ 2011
Divider

ເວລາໄດ້ຮັບບັດເຊີນໄປຮ່ວມດອງ ສິ່ງທຳອິດ ກໍແມ່ນດີໃຈນຳເຈົ້າບ່າວເຈົ້າສາວ ທີ່ສົມຫວັງກັບຄວາມຮັກ ແລະ ມີຄວາມສຸກນຳໝູ່ ເພາະຢ່າງໜ້ອຍກໍຮູ້ວ່າ ເທວະດາ ເພິ່ນ ບໍ່ໄດ້ຫຼົງປັ້ນເຮົາໃຫ້ເກີດມາຄີກ ຈົນຮູ້ສຶກດຽວດາຍ ໄລຍະຫຼັງໆມານີ້ ໄປງານດອງ ຈະເຫັນຮູບເຈົ້າບ່າວເຈົ້າສາວແຜ່ນໃຫຍ່ ໃສ່ຊຸດປະຈຳຊາດ ຕັ້ງເດັ່ນສະຫງ່າ ໃຫ້ແຂກ ໄດ້ຊື່ນຊົມຍິນດີ ຢູ່ໃນໜ້າເວທີຂອງງານດອງ ອັນນີ້ແມ່ນເປັນໜ້າຊົມເຊີຍແທ້ໆ ແຕ່ສິ່ງທີ່ໜ້າເສຍດາຍ ກໍແມ່ນຮູບຈຳລອງຂອງເຈົ້າສາວເຈົ້າບ່າວ ທີ່ຢູ່ໃນຊອງບັດເຊີນ ຍັງບໍ່ ຖືກໃສ່ໃຈ ຫຼຽວແລພໍປານໃດ ເຄີຍສັງເກດແດ່ບໍ ?.

ບາງເທື່ອກໍມີຄວາມຮູ້ສຶກວ່າ ຕົນເອງນີ້ເກີດມາໂຊກດີໂພດບໍ ? ທີ່ມີຄົນອ້ອມຂ້າງ ເອື້ອເຟື້ອເພື່ອແຜ່ ຄິດຕາງທັງໝົດ ເຄື່ອງໃຊ້ສອຍອັນໃດ ກໍມີຄົນອື່ນຜະລິດສຳເລັດຮູບ ມາໃຫ້ໃຊ້ ຫຼຽວເບິ່ງອັນໃດ ກໍເກືອບບໍ່ແມ່ນຂອງໂຕ ຈົນບາງເທື່ອ ກໍເຮັດໃຫ້ພວກເຮົາກາຍເປັນຄົນມັກສະບາຍໄປນຳ ໄລຍະນີ້ ໄດ້ຮັບບັດເຊີນຖີ່ແດ່ ຈັບເບິ່ງແລ້ວ ກໍຮູ້ສຶກ ພູມໃຈ ກັບຄວາມງາມຂອງການອອກແບບ ລວດລາຍ ສີສັນ ດວງດອກໄມ້ ຄຳເວົ້າງາມໆ ທີ່ມີຫຼາກຫຼາຍ ມີກິ່ນຫອມຫວນ ດຶງດູດຈິດໃຈ ນັ້ນແມ່ນການພັດທະນາໄວ ຕາມກົນໄກເສດຖະກິດຕະຫຼາດ ຊຶ່ງຕິດພັນກັບວິຖີຊີວິດ-ວັດທະນະທຳອັນດີງາມ ໄດ້ຈັບແລ້ວ ແມ່ນບໍ່ຢາກວາງ ການເລືອກສີ ແລະ ຮູບແບບບັດເຊີນ ແມ່ນຂຶ້ນກັບຄວາມ ມັກ ແລະ ຖານະເສດຖະກິດຂອງແຕ່ລະຄົນ ແຕ່ສິ່ງທີ່ຢາກຍົກຂຶ້ນມາແລກປ່ຽນນຳກໍແມ່ນ ຮູບເຈົ້າບ່າວເຈົ້າສາວ ທີ່ຖືກອອກແບບສຳເລັດຮູບ ພິມລົງໃນທາງໜ້າ ແຈ ຫຼື ຂ້າງຂອງຊອງບັດເຊີນ ປະກົດວ່າ ເປັນສີແປກໆຕາບໍ່ໜ້ອຍ ມີຄວາມທັນສະໄໝເກີນໄປໂພດບໍ ? ທີ່ວ່າແປກກໍຍ້ອນວ່າການນຸ່ງຖືໃນຮູບແຕ້ມ ຫຼື ຮູບພິມນັ້ນ ມັນບໍ່ແມ່ນປະ ເພນີລາວ ເປັນຫຍັງບໍ່ເອົາຮູບແມ່ຍິງລາວເກົ້າຜົມ ບ່ຽງແພມາພິມໃສ່ໃນຊອງບັດເຊີນ ? ສ່ວນຫຼາຍກໍແມ່ນຢາກອອກໄປທາງຕາຕາເວັນຕົກ ຫຼື ເອີຣົບພຸ້ນ ຫຼາຍອີ່ຫຼີ ຄວາມ ຈິງມັນກໍທັນສະໄໝດີ ແລະ ໜ້າຮັກຢູ່ດອກ ແຕ່ສິ່ງທີ່ເປັນຫ່ວງ ຈົນກິນບໍ່ແຊບນອນບໍ່ຫຼັບ ກໍແມ່ນຢ້ານວ່າ ແບບຢ່າງການນຸ່ງຖື ທີ່ຕິດຢູ່ໃນບັດເຊີນນັ້ນ ມັນຈະກາຍເປັນມາດ ຖານໃນອະນາຄົດ ຈະຄ່ອຍໆກືນກິນ ແລະ ຕີຖອຍແບບແຜນການນຸ່ງຖືອັນດີງາມ ກ້າວໜ້າ ທີ່ລຸ້ນພໍ່ແມ່ ອາວອາ ແລະ ລູກຫຼານພວກເຮົາ ເຄີຍປະຕິບັດກັນມາ ຮູບນັ້ນ ມັນຢາກເຂີນກັບປະເພນີຕົວຈິງ ທີ່ຄົນລາວພວກເຮົານິຍົມໃຊ້ກັນໃນສູ່ມື້ນີ້ ຕາມການສອບຖາມບັດເຊີນຢູ່ບ້ານເຮົາ ສ່ວນຫຼາຍແມ່ນນຳເຂົ້າຈາກຕ່າງປະເທດ ເຖິງແນວໃດກໍ ຕາມ ຢາກໃຫ້ທາງຮ້ານ ສັ່ງໂຮງພິມເພິ່ນໃຫ້ພິມຮູບແບບ ທີ່ເປັນເອກະລັກຂອງລາວໆ ລົງໄປຕື່ມແດ່ ຄິດວ່າໜ້າຈະດີ ຄົງບໍ່ເຫຼືອບ່າກ່ວາແຮງປານໃດ ເພາະແນວໃດ ເຮົາ ກໍເສຍເງິນໃຫ້ແລ້ວ ກໍຄວນມີສິດເລືອກຕາມໃຈຜູ້ຈ່າຍນຳແດ່ບໍ ? ຊ່ວຍເອົາຮູບນຸ່ງຖືແບບລາວໆ ຄືກັບນາງສາວລາວ ຜູ້ສຸພາບອ່ອນໂຍນ ລົງໂຄສະນານຳຕື່ມ ແນໃສ່ສົ່ງ ເສີມປະເພນີ ມູນມໍລະດົກອັນດີງາມຂອງຄົນລາວພວກເຮົາ ໄວ້ດົນໆ ໃຫ້ຫຼາຍໆຄົນໄດ້ຮູ້.

ຄວາມສະບາຍ ມັກງ່າຍ ແລະ ບໍ່ໃສ່ໃຈ ບາງຄັ້ງກໍພາໃຫ້ເສຍຄວາມເປັນຕົນໂຕຂອງພວກເຮົາ ເວົ້າສະເພາະແມ່ນ ເສຍຄວາມເປັນເອກະລັກຂອງຊາດ ນັ້ນເອງ ຮັກຄົນລາວ ! ຮັກແມ່ຍິງລາວ ! ເກີດຊາດໃດກໍໃຫ້ໄດ້ນຸ່ງສີ້ນລາວ.

Delicious Digg Fark Twitter